Microsoft ປະກາດເປີດ Tamper Protection ເປັນຄ່າ Default ໃຫ້ Windows 10

Breaking

Post Top Ad

Post Top Ad

Wednesday, October 16, 2019

Microsoft ປະກາດເປີດ Tamper Protection ເປັນຄ່າ Default ໃຫ້ Windows 10


        ອີກ​ບໍ່​ດົນ​ນີ້​ຜູ້​ໃຊ້​ງານ Windows 10 ຈະ​ໄດ້ຮັບ​ການ​ອັບ​ເດດ​ເພື່ອ​ເປີດ​ຟີ​ເຈ​ີ Tamper Protection ເປັນ​ຄ່າ​ພື້ນ​ຖານ ເຊິ່ງ​ຊ່ວຍ​ບໍ່​ໃຫ້​ເກີດ​ການ​ແກ້​ໄຂ Windows Security ແລະ Defender ໄດ້​ງ່າຍໆ

Tamper Protection ເປັນ​ຟີ​ເຈ​ີ​ທີ່​ຖືກ​ເພີ່ມ​ເຂົ້າ​ມາ​ໃນ Windows 10 ເວີຊັນ 1903 ຊຶ່ງ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້ Windows Security ແລະ Defender ຖືກ​ແກ້​ໄຂ​ໄດ້​ໂດຍ​ໂປຣ​ແກຣມ, Command Line, Register ຫຼື Group Policy
ປະ​ເດັນ​ກໍ​ຄື malware ​ຫລື ​ຄົນ​ຮ້າຍ​ພະຍາຍາມ​ທີ່​ຈະ Bypass ການ​ປ້ອງ​ກັນ​ຂອງ Windows ດ້ວຍ PowerShell, Group Policy ແລະ ​ການ​ແກ້​ໄຂ Registry ຢູ່​ຫລາຍ​ເທື່ອ ເຊັ່ນ​ໃນ​ malware TrickBot, GootKit ແລະ Nosersok ເປັນ​ຕົ້ນ ດັ່ງ​ນັ້ນ Microsoft ຈຶ່ງ​ໄດ້​ແກ້​ເກມ​ດ້ວຍ​ການເຮັດໃຫ້​ການ​ແກ້​ໄຂ​ຄ່າ​ດັ່ງ​ກລ່າວ​ເຮັດ​ໄດ້​ຍາກ​ຂຶ້ນ
ໂດຍ​ໃນອົງກອນ​ສາມາດ​ບໍລິຫານ​ຈັດການ Tamper Protection ໄດ້​ຜ່ານ IntuneManagement Software ແລະ ​ມີ​ການເຮັດ Digital Signed ກັບ​ການ Request ດ້ວຍ(ຕາມຮູບ​ປະກອບ​ດ້ານ​ເທິງ) ໃນ​ຂະນະ​ທີ່​ຜູ້​ໃຊ້​ງານ​ທັ່ວ​ໄປ​ສາມາດ​ເຂົ້າໄປ​ຕັ້ງ​ຄ່າ​ໄດ້​ທີ່ Virus & Threat Protection settings ພາຍໃຕ້ Windows Security ນັ້ນ​ເອງ

ແຫຼ່ງຂໍ້ມູນ :




No comments:

Post a Comment

Post Top Ad