Python 3.8 ອອກແລ້ວ ຮອງຮັບການໃຊ້ Assignment Expression ໄດ້ ແລະ ເພີ່ມຄວາມສາມາດໃໝ່ໆ ອີກຫລວງຫລາຍ

Breaking

Post Top Ad

Post Top Ad

Wednesday, October 16, 2019

Python 3.8 ອອກແລ້ວ ຮອງຮັບການໃຊ້ Assignment Expression ໄດ້ ແລະ ເພີ່ມຄວາມສາມາດໃໝ່ໆ ອີກຫລວງຫລາຍ


ທີມ​ພັດທະນາ Python ໄດ້​ອອກ​ມາ​ປະ​ກາດ​ເປີດ​ຕົວ Python 3.8.0 ແບບ Stable Release ແລ້ວ​ຢ່າງ​ເປັນ​ທາງ​ການ ໂດຍ​ມີ​ຄວາມ​ສາມາດ​ໃໝ່​ໆ ທີ່​ໜ້າ​ສົນ​ໃຈ​ດັ່ງ​ນີ້
·         ຮອງ​ຮັບ​ການ​ໃຊ້ Assignment Expression ຫລື := ປະ​ກາດ​ຕົວ​ປ່ຽນໄປ​ພ້ອມ​ໆ ກັບ​ການ​ໃຊ້​ຕົວ​ປ່ຽນນັ້ນ​ໃນ​ເງື່ອນ​ໄຂ if ຫລື while ໄດ້​ເລຍ
·         ຮອງ​ຮັບ​ການ​ໃຊ້ Positional-only Parameter ໃຊ້ / ລະ​ບຸ​ວ່າ Argument ໃດ​ໃນ​ຟັງ​ຊັນ​ທີ່​ຈະ​ເປັນ Positional-only ຫລື​ຕົວ​ປ່ຽນ​ໃດ​ຈະ​ເປັນ​ໄດ້​ທັງ positional ຫລື keyword
·         ຮອງ​ຮັບ​ການເຮັດ Parallel Filesystem Cache ສຳລັບ Compiled Bytecode File ໄດ້
·         Debug Build ຈະ​ໃຊ້ ABI ດຽວ​ກັນ​ກັບ Release Build
·         ຮອງ​ຮັບ​ການ​ໃຊ້ = ໃນ f-strings ເພື່ອ​ຊ່ວຍ​ໃຫ້​ການ​ຂຽນ​ໂຄ້​ດ​ສະແດງ​ຜົນ​ ຫລື Debug ນັ້ນ​ສັ້ນ​ລົງ
·         ເພີ່ມ​ຄວາມ​ສາມາດ​ໃນ​ການເຮັດ Audit Hood ແລະ Verified Open Hook
·         ເພີ່ມ C API ເຂົ້າ​ມາ​ສຳລັບ​ການຕັ້ງ​ຄ່າ Python Initialization ໄດ້​ດີ​ຂຶ້ນ
·         ເພີ່ມ​ໂປຣໂຕ​ຄອນ( Protocol ) Vectorcall ໃນ Python/C API ໂດຍ​ຄວາມ​ສາມາດ​ນີ້ຍັງ​ຢູ່ໃນ​ຊ່ວງ​ທົດລອງ ຈະ​ເປີດ Public ເຕັມ​ຕົວ​ໃນ Python 3.9
·         Pickle Protocol 5 ຮອງ​ຮັບ​ການເຮັດ Out-of-Band Data Buffer ໄດ້​ແລ້ວ ເຮັດໃຫ້​ສາມາດ​ສົ່ງ​ຂໍ້​ມູນ​ຂະໜາດ​ໃຫຍ່​ລະຫວ່າງ Python Process ໄດ້​ດີ​ຂຶ້ນ



No comments:

Post a Comment

Post Top Ad