Google ເປີດຕົວ Pixel 4 ແລະ 4 XL ອັບເກຣດກ້ອງຄູ່ AI ເນັ້ນລະບົບສັ່ງການດ້ວຍທ່າທາງຫຼາຍຂຶ້ນ

Breaking

Post Top Ad

Post Top Ad

Wednesday, October 16, 2019

Google ເປີດຕົວ Pixel 4 ແລະ 4 XL ອັບເກຣດກ້ອງຄູ່ AI ເນັ້ນລະບົບສັ່ງການດ້ວຍທ່າທາງຫຼາຍຂຶ້ນ



ເປີດຕົວເປັນທີ່ຮຽບຮ້ອຍສຳລັບ Pixel 4 ແລະ Pixel 4 XL ດ້ານດີຊາຍກໍຕາມພາບຫຼຸດກ່ອນໜ້ານີ້ແບບບໍ່ຜິດພ້ຽນເລິຍ, ໂດຍ Google ອາດບໍ່ໄດ້ໃຫ້ຄວາມສຳຄັນດ້ານພາບຫຼຸດແຕ່ທີ່ສຳຄັນຄືສະເປັກ ແລະ ຟີເຈີຕ່າງໆ ທີ່ບໍລິສັດພັດທະນາໄດ້ດີຂຶ້ນກວ່າເດີມຫຼາຍເລີຍ
ສະເປັກທົ່ວໄປ
Pixel 4 ທັງສອງລຸ້ນມາພ້ອມຊິບປະມວນຜົນ Snapdragon 855 ແຣມ 6GB ເພີ່ມຈາກ Pixel 3 ທີ່ 4GB ຄວາມຈຸມີໃຫ້ເລືອກລະຫວ່າງ 64GB ແລະ 128GB
ທີເດັດທຳອິດກັບໜ້າຈໍ ປີນີ້ມາສອງຂະໜາດໜ້າຈໍເຊັ່ນເດີມໄດ້ແກ່ Pixel 4 ໜ້າຈໍຂະໜາດ 5.7 ນິ້ວ ຄວາມລະອຽດ 1080p ແລະ Pixel 4 XL ໜ້າຈໍຂະໜາດ 6.3 ນິ້ວ ຄວາມລະອຽດ QHD ທີເດັດຄືໜ້າຈໍຂອງທັງສອງລຸ້ນມີ Refresh Rate ສູງເຖິງ 90Hz ຊຶ່ງຜູ້ໃຊ້ງານສາມາດທົດລອງຫລິ້ນໜ້າຈໍ 90Hz ກັບ OnePus 7 Pro ໄດ້ ແຕ່ບາງເທື່ອຈະຖືກປັບໄປຢູ່ທີ່ 60Hz ຂຶ້ນຢູ່ກັບສະຖານນະການຊຶ່ງ Google ບອກວ່າມັນຈະຖືກປັບໂດຍທີ່ຜູ້ໃຊ້ງານບໍ່ຮູ້ຕັວເລີຍທີດຽວ
ທີເດັດຕໍ່ມານອກຈາກໜ້າຈໍຄື ງວດນີ້ Google ອັດເຊນເຊິມາໃຫ້ຢ່າງມະຫາສານໃນຂອບດ້ານເທິງຂອງເຄື່ອງເພື່ອສ້າງຟີເຈີ Motion Sense ຊຶ່ງເຮັດໃຫ້ຜູ້ໃຊ້ງານສາມາດໃຊ້ມືໃນການສັ່ງການເຄື່ອງໄດ້ ເຊັ່ນ ການຮັບໂທລະສັບ ຫລື ປ່ຽນເພງໄດ້ໂດຍບໍ່ຕ້ອງໃຊ້ມືສຳຜັດຕົວເຄື່ອງເລີຍ
ທີເດັດທີ່ສາມຄືກ້ອງ ເລື່ອງກ້ອງນັບເປັນຈຸດຂາຍໜຶ່ງຂອງ Pixel ຢູ່ແລ້ວ ປີນີ້ Google ກໍໄດ້ພັດທະນາໃຫ້ເກັ່ງຍິ່ງຂຶ້ນໄປອີກ ດ້ານ hardware Google ເພີ່ມກ້ອງຊູມຫລື Telephoto 2x ແບບ Hybrid Zoom ອັບເກຣດ Portrait mode ໃຊ້ກ້ອງຊູມຊ່ວຍເຮັດໃຫ້ໄດ້ການລະລາຍສາກຫຼັງທີ່ດີຍິ່ງຂຶ້ນ ຊຶ່ງ Google ເໜັບ Apple ເບົາໆ ວ່າເລນມຸມກວ້າງພິເສດອາດມອບຄວາມສະນຸກໃນການໃຊ້ງານໄດ້ກໍຈິງ ແຕ່ກ້ອງຊູມນັ້ນມີຄວາມສຳຄັນຫລາຍກວ່າເຢິ ນອກຈາກນີ້ຍັງມີ HDR+ ທີ່ຊ່ວຍປັບແສງ ແລະ ເງົາຂອງພາບໃຫ້ອອກມາສວຍງາມຫລາຍຍິ່ງຂຶ້ນ
ນອກຈາກນີ້ Google ຍັງເພີ່ມຄວາມສາມາດໃຫ້ Pixel 4 ໃນການຖ່າຍດາວ ຫລື ພາບ Long Exposure ອີກດ້ວຍ! ຖືກໃຈສາຍລ່າຊ້າງກັນສຸດໆ ເລີຍງານນີ້
ດ້ານວິດີໂອ Pixel 4 ຮອງຮັບການຖ່າຍວິດີໂອ 1080p ທີ່ 30, 60 ແລະ 120fps, 4K ທີ່ 30fps ຊຶ່ງພຽງພໍສຳລັບຜູ້ໃຊ້ງານທົ່ວໄປແລ້ວ ສ່ວນກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ ຣູຮັບແສງ F/2.0
ທີເດັດທີ່ສີ່ຄື ເລື່ອງຄວາມປອດໄພທີ່ Google ພູມໃຈນຳສະເໜີເຊັ່ນດຽວກັນ ບໍລິສັດຢືນຢັນວ່າ Pixel 4 ມາພ້ອມກັບລະບົບສະແກນໃບໜ້າທີ່ວ່ອງໄວ ແລະ ປອດໄພທີ່ສຸດໃນຕະຫລາດ ລວມເຖິງມີລະບົບຈັດການຂໍ້ມູນທີ່ຣັດກຸມ ແລະ ປອດໄພຫລາຍຍິ່ງຂຶ້ນດ້ວຍ
ປິດທ້າຍດ້ວຍລາຄາ Pixel 4 ວາງຈຳໜ່າຍກັບຜູ້ໃຫ້ບໍລິການເຄືອຂ່າຍທັງໝົດໃນສະຫະລັດອາເມຣິກາ ເລີ່ມຕົ້ນທີ່ລາຄາ $799 ສຳລັບ Pixel 4 ຄວາມຈຸ 64GB ແລະ $899 ສຳລັບ Pixel 4 XL ລຸ້ນຄວາມຈຸ 64GB, ເລີ່ມວາງຈຳໜ່າຍຈິງວັນທີ 21 ຕຸລາ 2019 ທີ່ຈະເຖິງນີ້ ສຳລັບໃຜທີ່ຊື້ Pixel 4 ຈະໄດ້ເນື້ອທີ່ເທິງ Google One ຟຣີ 100GB ເປັນໄລຍະເວລາສາມເດືອນອີກ





ແຫຼ່ງຂໍ້ມູນ 


No comments:

Post a Comment

Post Top Ad