ກ່ອນໜ້ານີ້ມີຂ່າວວ່າ Samsung ກຳລັງຢູ່ໃນລະຫວ່າງການພັດທະນາມືຖືໃນຊີຣີ
A ລຸ້ນໃໝ່ທີ່ຄາດວ່າຈະເປີດຕົວໃນປີໜ້າຢ່າງ Galaxy
A91 ກັນຢູ່ ໂດຍມີຂ່າວລືວ່າລຸ້ນນີ້ອາດຈະມາພ້ອມສາກໄວ
Super Fast Charging 2.0 45W ຄືກັນກັບທີ່ມີໃຊ້ໃນ Galaxy Note 10+ ແລະ ລ່າສຸດມີຂໍ້ມູນຢືນຢັນວ່າ Galaxy A91 ຈະມາພ້ອມລະບົບສາກໄວຕົວນີ້ແທ້ໆ
ແຖມອັບເກຣດສະເປັກ ແລະ ກ້ອງຂຶ້ນອີກດ້ວຍ
![]() |
Credit: GSMarena.com |
ສຳຫລັບ Galaxy
A91 ອາດຈະປ່ຽນແປງມຸມມອງຂອງມືຖືໃນລະດັບກາງຂອງຕະກູນ A ທີ່ເຮົາຄຸ້ນເຄີຍກັນໂດຍສິ້ນເຊີງ ເພາະສະເປັກທີ່ອອກມານັ້ນມັນຄືລຸ້ນທ໊ອບເລີຍກໍວ່າໄດ້
ເລີ່ມຈາກຊິບເຊັດ Snapdragon 855 ຈັບຄູ່ມາກັບ RAM 8GB ແລະ ມີຫນ່ວຍຄວາມຈຳໃນຕົວເຄື່ອງທີ່ 128 GB ເພີ່ມ microSD
ໄດ້ເຖິງ 512GB ສຳຫລັບດີຊາຍຕົວເຄື່ອງນັ້ນມາພ້ອມໜ້າຈໍສະແດງຜົນຂະໜາດ
6.7
ນິ້ວແບບ Infinity-U ຄວາມລະອຽດ Full HD+
Galaxy A91 ຍັງໃຊ້ກ້ອງຫຼັງ 3 ຕົວຄືກັບລຸ້ນ Galaxy A90 แຕ່ປັບສະເປັກກ້ອງບາງຕົວໃໝ່
ໂດຍກ້ອງຫຼັກມີຄວາມລະອຽດ 48 MP, OIS, ກ້ອງຕົວທີ່ 2 ເປັນເລນ ultra-wide
ທີ່ປ່ຽນຈາກ
8MP
ເປັນ 12MP ສ່ວນກ້ອງຕົວທີ່ 3 ເປັນ depth sensor ຄວາມລະອຽດ 5MP ສ່ວນກ້ອງໜ້າເຊວຟີ່ມີຄວາມລະອຽດທີ່ 32
MP ສ່ວນການເຊື່ອມຕໍ່ທົ່ວໄປກໍຮອງຮັບໄດ້ທັງ Bluetooth 5.0, USB Type-C ແລະ Wi-Fi (ແຕ່ບໍ່ໄດ້ຮອງຮັບ 5G) ແລະເບິ່ງຄືຈະບໍ່ມີຊ່ອງສຽບຫູຟັງ 3.5
ມມ. ມາໃຫ້ ສຳຫລັບແບັດເຕີຣີ່ມີຄວາມຈຸ 4,500mAh ຮອງຮັບ ສາກໄວ 45W
ສະເປັກ SAMSUNG GALAXY A91
·
ຈໍສະແດງຜົນ :
ຂະໜາດ 6.7 ນິ້ວ ແບບ Infinity-U
display ຄວາມລະອຽດ Full HD+
·
ຊິບເຊັດ : Snapdragon
855
·
ລະບົບປະຕິບັດການ
: Android
10 ຄອບທັບດ້ວຍ One UI
·
RAM : 8GB
·
ROM : 128GB ສາມາດເພີ່ມ microSD ໄດ້ເຖິງ 512GB
·
ກ້ອງຫຼັງ : 3 ຕັວ ກ້ອງຫຼັກຄວາມລະອຽດ 48 MP, OIS + ເລນ ultra-wide ຄວາມລະອຽດ 12MP+ depth sensor ຄວາມລະອຽດ 5MP
·
ກ້ອງໜ້າເຊວຟີ່
: ຄວາມລະອຽດ 32 MP, f/2.2
·
ສະແກນນິ້ວມື
:
in-display optical fingerprint
·
ການເຊື່ອມຕໍ່
: Bluetooth
5.0, Wi-Fi a/b/g/n/ac
·
ພອດ : USB Type-C
·
ແບັດເຕີຣີ່ :
4,500mAh
ຮອງຮັບ Super-Fast Charging 2.0 45W
ຈຸດທີ່ໜ້າສົນໃຈຄືລະບົບປະຕິບັດການທີ່ຈະມາພ້ອມກັບ Galaxy A91 ຊຶ່ງກ່ອນໜ້ານີ້ມີຂ່າວວ່າ Samsung ຈະໃຊ້ Android
10 ຊຶ່ງຫາກເປັນຈິງຕາມນີ້ ກໍໝາຍຄວາມວ່າ Galaxy A91 ອາດຈະເປີດຕົວຫຼັງຈາກ Galaxy
S11 ເປີດຕົວໄປແລ້ວ ຫລື ອາດຈະເປີດຕົວໃນງານ
MWC 2020 ພ້ອມໆ ກັບ Galaxy
A (2020) ລຸ້ນອື່ນໆ ແລະ ບາງກະແສກໍວ່າ Galaxy A91 ອາດຈະເປີດຕົວໃນອິນເດຍກ່ອນສິ້ນປີນີ້ໂດຍໃຊ້ Android 9 Pie ກໍເປັນໄດ້ເຊັ່ນກັນ
No comments:
Post a Comment