Meta ປະກາດ ImageBind ເຄື່ອງມື AI ທີ່ໃກ້ຄຽງມະນຸດຂຶ້ນ

Post Top Ad

Post Top Ad

Wednesday, May 10, 2023

Meta ປະກາດ ImageBind ເຄື່ອງມື AI ທີ່ໃກ້ຄຽງມະນຸດຂຶ້ນ

Meta_ImageBind_AI

Meta ປະກາດໂອເພນຊັອດ ImageBind ເຄື່ອງມື AI ທີ່ຮຽນຮູ້ການເຊື່ອມໂຢງຂອງຂໍ້ມູນຜ່ານ 6 ວິທີການ ໄດ້ແກ່ ຕົວຫນັງສື (Text), ພາບ-ວິດີໂອ, ສຽງ (Audio), ມິຕິຄວາມເລິກ (Depth), ອຸນຫະພູມ (Heat Map) ແລະການເຄື່ອນໄຫວ (IMU) ເຊິ່ງການຮຽນຮູ້ແບບນີ້ຈະເຮັດໃຫ້ເຂົ້າໃຈຄວາມສຳພັນສິ່ງຕ່າງໆ ທີ່ຊັບຊ້ອນຂຶ້ນ ເຮັດໃຫ້ໃກ້ຄຽງວິທີຄິດຂອງສະຫມອງມະນຸດຂຶ້ນໄປອີກຂັ້ນ

Meta%20imagebind


ຈຸດເດັ່ນຂອງ ImageBind ຄືບໍ່ຕ້ອງເທຣນຄວາມສຳພັນທັງ 6 ສ່ວນໃນຊຸດຂໍ້ມູນດຽວ ແຕ່ສາມາດຮຽນຮູ້ເປັນສ່ວນໆ ແລ້ວສາມາດນຳມາປະກອບຂຶ້ນເປັນຂໍ້ມູນໃໝ່ໄດ້ ເຮັດໃຫ້ກະບວນການພັດທະນາບໍ່ຕ້ອງໃຊ້ຂໍ້ມູນເຕັມຮູບແບບຕະຫລອດ

ຕົວຢ່າງທີ່ສາທິດ ເຊັ່ນ: ເມື່ອປະກອບຂໍ້ມູນພາບນົກ ແລະ ສຽງລົດຈັກ ເພື່ອສ້າງພາບໃໝ່ຂຶ້ນມາ ImageBind ຈະຮູ້ວ່າສຽງລົດຈັກເປັນພາບລົດຈັກ, ຂະນະດຽວກັນສຽງລົດຈັກນັ້ນກັບນົກ ພາບທີ່ອອກມານົກຄວນຈະບິນແຕກຕື່ນເປັນຕົ້ນ ຮູບແບບນີ້ເຮັດໃຫ້ເຄື່ອງມືສ້າງຮູບພາບ Make-A-Scene ຂອງ Meta ສາມາດພັດທະນາໂດຍຮັບອິນພຸດທີ່ຊັບຊ້ອນຂຶ້ນໄດ້

ໃນອະນາຄົດ Meta ມີແຜນພັດທະນາການຮຽນຮູ້ຂໍ້ມູນໃນວິທີການອື່ນທີ່ຊັບຊ້ອນແບບສະຫມອງເຊັ່ນ:​ ສຳຜັດ ກິ່ນ ແລະ ອື່ນໆ ສາມາດເບິ່ງລາຍລະອຽດເປເປີຂອງ ImageBind ໄດ້ຈາກທີ່ມາ

ທີ່ມາ: https://ai.facebook.com/blog/imagebind-six-modalities-binding-ai/

Post Top Ad