Firefox 113 ເພີ່ມຕົວຄວບຄຸມວິດີໂອແບບ Picture-in-Picture, ເພີ່ມປະສິດທິພາບຂອງຕົວອ່ານໜ້າຈໍ

Breaking

Post Top Ad

Post Top Ad

Wednesday, May 10, 2023

Firefox 113 ເພີ່ມຕົວຄວບຄຸມວິດີໂອແບບ Picture-in-Picture, ເພີ່ມປະສິດທິພາບຂອງຕົວອ່ານໜ້າຈໍ

Firefox 113

Firefox ອອກເວີຊັນ 113 ມີຂອງໃໝ່ຫຼາຍຢ່າງ ດັ່ງນີ້:

  • ການສະແດງວິດີໂອແບບ Picture-in-Picture ເພີ່ມແຖບເລື່ອນສະຖານະວິດີໂອ ປຸ່ມຍ້ອນກັບ (rewind) ແລະ ປຸ່ມກັບໄປເປັນ full-screen ທຽບກັບຂອງເດີມທີ່ມີແຕ່ວິດີໂອຢ່າງດຽວ ບໍ່ມີປຸ່ມອຳນວຍຄວາມສະດວກເຫຼົ່ານີ້
  • accessibility engine ຕົວໃໝ່ ຊ່ວຍໃຫ້ຕົວອ່ານໜ້າຈໍ (screen reader) ອ່ານໜ້າເວັບເພດໄດ້ໄວກວ່າເດີມ (ສູງສຸດ 20 ເທົ່າ!) ເພາະເກັບແຄັດຂອງທຸກ Page ໃຫ້ຕົວອ່ານໜ້າຈໍອ່ານໄດ້ຈາກໂພຣເຊດຫຼັກຂອງບຣາວເຊີໂດຍກົງ - ລາຍລະອຽດ
  • ຮອງຮັບໄຟລພາບເຄື່ອນໄຫວ AV1 Image Format animations (AVIS)
  • ໜ້າຕ່າງ private windows ບລັອກຄຸກກີ້ຈາກ third party ເພື່ອປ້ອງກັນການຕາມຮອຍ
  • ຕົວສ້າງລະຫັດຜ່ານ (password generator) ຕອນນີ້ເພີ່ມອັກຂະລະພິເສດ ເພື່ອໃຫ້ລະຫັດຜ່ານຍາກຂຶ້ນ
  • ປັບປຸງຄວາມປອດໄພຂອງ Windows GPU sandbox
  • ແກ້ບັ໊ກອາຍຸ 13 ປີ ຕອນນີ້ຮອງຮັບການລາກໄຟລຈາກ Microsoft Outlook ມາໃສ່ໃນ Firefox ແລ້ວ

ທີ່ມາ: https://www.mozilla.org/en-US/firefox/113.0/releasenotes/


No comments:

Post a Comment

Post Top Ad