Google ເພີ່ມ Studio Bot ລະບົບ AI ຜູ້ຊ່ວຍ ລົງໃນ Android Studio

Breaking

Post Top Ad

Post Top Ad

Thursday, May 11, 2023

Google ເພີ່ມ Studio Bot ລະບົບ AI ຜູ້ຊ່ວຍ ລົງໃນ Android Studio

Google ເພີ່ມ Studio Bot ລະບົບ AI ຜູ້ຊ່ວຍ ລົງໃນ Android Studio

Google ໄດ້​ເພີ່ມ​ເຄື່ອງ​ມື AI Assistant ໃໝ່​ໃນ​ຊື່ Studio Bot ລົງ​ໃນ Android Studio Hedgehog ເຊິ່ງ​ເປັນ Canary Build ສຳລັບ​ທົດລອງ​ຟີ​ເຈີ​ໃໝ່​ແບບ Experimental ໂດຍ Studio Bot ນັ້ນ​ໃຊ້ Codey ໂມ​ເດນ AI ສຳລັບ​ເຮັດ text-to-code generation ທີ່ Google ຫາກໍ່​ເປີດ​ຕົວ​ອອກ​ມາ ມີ​ຄວາມ​ສາມາດ​ໃນ​ການ​ແນະ​ນຳ​ໂຄ້​ດ​ສຳລັບ​ນັກ​ພັດທະນາ ຜູ້​ໃຊ້​ງານ​ສາມາດ​ໂຕ້​ຕອບ​ກັບ AI ຜ່ານ prompt ໄດ້​ທັນ​ທີ​ຈາກ Android Studio

Studio Bot ບໍ່​ພຽງ​ແຕ່​ຊ່ວຍ​ໃນ​ການສ້າງ​ໂຄ້​ດ​ເທົ່າ​ນັ້ນ ແຕ່​ຍັງ​ຮອງ​ຮັບ​ການ Debug code, ແກ້​ໄຂ Error, ຂຽນ Documentation ໄປ​ຈົນ​ເຖິງ​ສາມາດ​ຕອບ​ຄຳ​ຖາມ​ໃນ​ເຊີງ​ເທັກ​ນິກ​ຕ່າງ​ໆ​ໄດ້​ຢ່າງ​ວ່ອງໄວ ຢ່າງໃດ​ກໍ​ຕາມ Studio Bot ນັ້ນ​ຍັງ​ຢູ່ໃນ​ຊ່ວງ​ທົດລອງ​ໃຊ້​ງານ​ເລີ່ມ​ຕົ້ນ​ເທົ່າ​ນັ້ນ ເຊິ່ງ Google ຈະ​ນຳ​ສຽງ​ຕອບ​ຮັບ​ຈາກ​ຜູ້​ໃຊ້​ງານ​ມາ​ປັບ​ປຸງ​ລະບົບ​ຕໍ່ໄປ

ນອກຈາກນີ້ Google ຢັງໄດ້ເປີດຕັວຟີເຈີອື່ນໆໃນ Android Studio beta ອີກ ເຊັ່ນ Live Edit, ຮອງຮັບການໃຊ້ງານກັບອຸປະກອນ Foldable Device ແລະຮອງຮັບ Wear OS 4 ແລ້ວ

ທີ່ມາ: https://siliconangle.com/2023/05/10/android-studio-receives-new-ai-powered-coding-assistant-named-studio-bot/

No comments:

Post a Comment

Post Top Ad