Nutanix ເປີດຕົວ Nutanix Central ໂຊລູຊັນບໍລິຫານຈັດການ Cloud to Edge ແບບລວມສູນ

Post Top Ad

Post Top Ad

Thursday, May 11, 2023

Nutanix ເປີດຕົວ Nutanix Central ໂຊລູຊັນບໍລິຫານຈັດການ Cloud to Edge ແບບລວມສູນ

 

Nutanix%20%E0%BB%80%E0%BA%9B%E0%BA%B5%E0%BA%94%E0%BA%95%E0%BA%BB%E0%BA%A7%20Nutanix%20Central

Nutanix ຜູ້ນຳທາງດ້ານ Hybrid Multi-cloud Computing ປະກາດເປີດຕົວໂຊລູຊັນ Nutanix Central ລະບົບບໍລິຫານຈັດການ Infrastructure ທີ່ໃຊ້ງານພາຍໃນອົງກອນທັງແບບ Public Cloud, On-premises ແລະ Edge Infrastructure ແບບລວມສູນ ໂດຍ Nutanix Central ນັ້ນໃຫ້ບໍລິການແບບ Software-as-a-service (SaaS) ມີ Console ສຳລັບບໍລິຫານຈັດການແບບລວມສູນ ຮອງຮັບການຢືນຢັນຕົວຕົນຜ່ານທາງ AD/SAML ເພື່ອເພີ່ມຄວາມປອດໄພ ສາມາດເຊື່ອມຕໍ່ Prism Central ທີ່ໃຊ້ງານຢູ່ໄດ້ແບບຫຼາຍຕົວພ້ອມກັນ ສຳຫລັບຈຸດເດັ່ນຂອງ Nutanix Central ມີດັ່ງນີ້:

  • ມີ Global control plane ຮອງຮັບການເຮັດ Visibility ແລະ Reporting ສຳລັບ Datacenter, Cloud ແລະ Edge Infrastructure
  • ມີໜ້າຈໍ Dashboard ສຳຫລັບເຂົ້າເຖິງ Metric ຕ່າງໆໃນລະດັບ Domain ແລະ Cluster-level ເຊັ່ນ Capacity Utilization ແລະ Alert Summary
  • ສາມາດບໍລິຫານຈັດການ Prism Central ຫຼາຍຕົວພ້ອມກັນໄດ້
  • ສາມາດບໍລິຫານຈັດການ Lifecycle ຂອງ Nutanix Cloud Service ທັງໝົດໄດ້ຈາກ Console ດຽວ
  • ສາມາດເຂົ້າເຖິງ Service ທີ່ຕິດຕັ້ງໃຊ້ງານຢູ່ໃນ Domain ຕ່າງໆໄດ້ຈາກ Console ດຽວ
  • ມີລະບົບ Federated IAM, Global Projects, Fleet ແລະ License Management ແບບ Self-service
  • ມີລະບົບ Enterprise Cloud Governance ແບບໃໝ່ເຊັ່ນ: Global licensing ແລະ Insights

Nutanix Central ເປີດໃຫ້ບໍລິການແແບບ Early Access ແລ້ວສຳຫລັບລູກຄ້າທີ່ໃຊ້ງານ Nutanix Cloud Infrastructure (NCI) License ແລະ Nutanix Cloud Clusters (NC2) License

 

ທີ່ມາ: https://www.nutanix.com/press-releases/2023/nutanix-announces-nutanix-central-cloud-to-edge-management-solution


Post Top Ad