Microsoft Teams ອອກ​ເວີ​ຊັນ​ໃໝ່ ໄວ​ຂຶ້ນ​ເກືອບ​ສອງ​ເທົ່າ ເລີ່ມ​ທົດສອບ​ໃຊ້​ງານ​ແບບ Preview ແລ້ວ

Breaking

Post Top Ad

Post Top Ad

Wednesday, March 29, 2023

Microsoft Teams ອອກ​ເວີ​ຊັນ​ໃໝ່ ໄວ​ຂຶ້ນ​ເກືອບ​ສອງ​ເທົ່າ ເລີ່ມ​ທົດສອບ​ໃຊ້​ງານ​ແບບ Preview ແລ້ວ

Microsoft Teams
Microsoft ໄດ້​ປະ​ກາດ​ເປີດ​ຕົວ Microsoft Teams ເວີຊັນໃໝ່ ໂດຍເວີ​ຊັນ​ນີ້​ມີ​ການ​ອອກ​ແບບ Interface ໃໝ່​ທັງ​ໝົດ ແລະ​ມີ​ການ​ປ່ຽນ Framework ທີ່​ໃຊ້​ໃນ​ການ​ພັດທະນາ​ໃໝ່ ຫຼຸດ​ການ​ໃຊ້​ຫນ່ວຍ​ຄວາມ​ຈຳ​ລົງ 50% ແລະ​ຫຼຸດ​ພື້ນ​ທີ່ Disk space ລົງ 70% ເມື່ອ​ທຽບ​ກັບ Classic App ສົ່ງ​ຜົນ​ໃຫ້​ມີ​ຄວາມ​ໄວ​ໃນ​ການ​ເປີດ​ແອັບ​ພລິ​ເຄ​ຊັນ​ເພີ່ມ​ຂຶ້ນ 3 ເທົ່າ ແລະ​ຄວາມ​ໄວ​ໃນ​ການ​ໃຊ້​ງານ​ທົ່ວ​ໄປ​ເພີ່ມ​ຂຶ້ນ 1.7 ເທົ່າ ຮອງ​ຮັບ​ການ​ໃຊ້​ງານ​ເທິງ​ຫນ່ວຍ​ປະ​ມວນ​ຜົນ Intel, AMD ແລະ ARM ນອກ​ຈາກ​ນີ້ Microsoft ກຽມ​ໃສ່ ຟີ​ເຈ​ີ​ອື່ນ​ໆ​ເຂົ້າ​ມາ​ອີກ​ດ້ວຍ ເຊັ່ນ: Copilot ທີ່​ໄດ້​ເປີດ​ຕົວ​ກ່ອນ​ໜ້າ​ນີ້


Microsoft Teams ເວ​ີ​ຊັນ​ໃໝ່​ເປີດ​ໃຫ້​ທົດສອບ​ໃຊ້​ງານ​ແບບ Preview ແລ້ວ​ສຳລັບ​ຜູ້​ໃຊ້​ງານ Public Preview Program ແລະ​ ຈະ​ເປີດ​ໃຫ້​ໃຊ້​ງານ​ແບບ Generally Available ພາຍ​ໃນ​ເດືອນ​ມີຖຸ​ນາ 2023 ນີ້

Microsoft ມີ​ການ​ປັບ​ປຸງ Microsoft Teams ຢ່າງ​ຕໍ່​ເນື່ອງ ເຊັ່ນ: ໃນ​ເດືອນພຶດສະພາ 2023 ​ທີ່​ຜ່ານມາ​ມີ​ການ​ປັບ​ປຸງ Classic App ໃຫ້​ມີ​ຄວາມ​ໄວ​ເພີ່ມ​ຂຶ້ນ 30% ແລະ​ມີ​ການ​ປັບ​ປຸງ​ຄວາມ​ໄວ​ໃນ​ການ​ໂຫຼດ​ໜ້າ​ຕ່າງ ລວມເຖີງ​ຫລຸດ Latency ໃນ​ການ​ໃຊ້​ງານ​ເມື່ອ​ເດືອນ​ມິ​ຖຸ​ນາປີ​ທີ່​ແລ້ວ (06/2022)  ປັດຈຸບັນ​ມີ​ຜູ້​ໃຊ້​ງານ Microsoft Teams ຫລາຍກວ່າ 289 ລ້ານ​ຄົນ​ຕໍ່​ເດືອນ

ທີ່ມາ: https://www.bleepingcomputer.com/news/microsoft/new-microsoft-teams-is-twice-as-fast-available-for-all-in-june/

No comments:

Post a Comment

Post Top Ad