PayPal ຖອນຕົວອອກຈາກ Libra

Breaking

Post Top Ad

Post Top Ad

Saturday, October 12, 2019

PayPal ຖອນຕົວອອກຈາກ Libra



Libra ກັບ ເປົ້າ​ໝາຍ​ພລິກ​ໂສມ​ໂລກ​ການ​ເງີນ​ຂອງ Facebook ນັ້ນ​ເບິ່ງ​ທ່າ​ຈະ​ບໍ່​ລາບລື່ນ​ເອົາ​ເສຍ​ເລີຍ ເພາະ​ນັບ​ຕັ້ງ​ແຕ່​ປະ​ກາດ​ເປີດ​ຕົວ​ສະ​ກຸນ​ເງີນ​ພ້ອມ​ຈັດ​ຫາ​ແນວ​ຮ່ວມ​ກໍ່​ຕັ້ງອົງກອນ Libra Association ໄປ​ເມື່ອ​ເດືອນ​ມິ​ຖຸ​ນາ 2019 ​ທີ່​ຜ່ານມາ ກັບ​ຖືກ​ຕັ້ງ​ຄຳ​ຖາມ​ຫລວງ​ຫລາຍ​ຈາກ​ທົ່ວ​ທຸກ​ມຸມ​ໂລກ​ເຖິງ​ຜົນ​ກະທົບ​ຕໍ່​ລະບົບ​ການ​ເງີນ​ໂລກ ຄວາມຫມັ້ນຄົງ​ທາງ​ໄຊ​ເບີ ແລະ ລວມ​ໄປ​ເຖິງ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ສ່ວນ​ບຸກ​ຄົນ​ທີ່ Facebook ນັ້ນ​ເກັ່ງເຫຼືອ​ເກີນ 🙄 ຈົນ​ລ່າ​ສຸດ​ສະມາຊິກ​ຮ່ວມ​ກໍ່​ຕັ້ງ​ລາຍ​ໃຫຍ່​ຂໍ​ຖອນ​ຕົວ​ກັນ​ຢ່າງ​ຕໍ່​ເນື່ອງ
ຄວາມ​ບໍ່​ແນ່ນອນ​ຂອງ Project Libra ນີ້​ເລີ່ມເຮັດ​ໃຫ້​ເຫັນ​ແຈ້ງ​ຂຶ້ນ​ເລື້ອຍໆ ຈາກ​ຄຳ​ຖາມ​ຫລວງ​ຫລາຍ​ທີ່ຍັງ​ຖ້າຄຳ​ຕອບ​ທີ່​ຊັດເຈນ​ຈາກ Facebook ໂດຍ​ລ່າ​ສຸດ Mark Zuckerberg ພ້ອມ COO ຄູ່​ໃຈ​ຢ່າງ Sheryl Sandberg ຖືກ​ຮຽກ​ເຂົ້າ​ໃຫ້​ການ​ຕໍ່ສະພາສະຫະລັດອີກ​ເທື່ອ ເພື່ອ​ຕອບ​ຄຳ​ຖາມ​ເລື່ອງ​ນີ້ ໂດຍ​ມີ​ຂ່າວ​ລື​ວ່າ ຈຸດປະສົງ​ຂອງ​ລັດຖະບານ​ສະ​ຫະລັດ ໃນ​ຕອນ​ນີ້​ບໍ່​ແມ່ນ​ເພື່ອ​ສ້າງ​ຄວາມ​ຊັດເຈນ ແຕ່​ເພື່ອ​ເຮັດ​ທຸກ​ວິທີ​ທາງ​ທີ່​ຈະ ຢຸດ Libra ໄວ້​ກ່ອນທີ່ຈະ​ເລີ່ມ​ໃຊ້​ຈິງ ເພາະ​ຢ້ານ​ສົ່ງ​ຜົນ​ກະທົບ​ຮຸນແຮງ​ຕໍ່​ລະບົບ​ການ​ເງີນ​ໂລກ​ຊຶ່ງ​ສະ​ກຸນ​ເງີນ​ຂອງ​ສະ​ຫະລັດເອງ​ເປັນ​ສະ​ກຸນ​ເງີນ​ຫຼັກ​ມາ​ໂດຍ​ຕະຫລອດ​ນັ້ນ​ເອງ
ສະພາ​ຄອງ​ເກຣ​ຊ​ຕ້ອງ​ເຮັດໃຫ້​ທຸກ​ຄົນ​ແນ່​ໃຈ​ໄດ້​ວ່າ ເຮົາ​ຈະ​ເຂົ້າໃຈ​ວ່າ​ພວກ​ທ່ານ (Facebook) ກຳ​ລັງ​ເຮັດ​ຫຍັງ ເພື່ອ​ຫຍັງ ແລະ ​ຈະ​ປົກ​ປ້ອງ​ເບິ່ງ​ແຍງ​ຂໍ້​ມູນ​ສ່ວນ​ບຸກ​ຄົນ​ ແລະ​ ເສດຖະກິດ​ເສ​ລີ​ຂອງ​ພວກ​ເຮົາ​ໄດ້​ຢ່າງໃດ ແລະ​ ຖ້າ​ພວກ​ທ່ານ​ບໍ່​ໄດ້​ຕັ້ງ​ໃຈ​ເບິ່ງ​ແຍງ​ເລື່ອງ​ນີ້​ລະ​ກໍ່ ແນ່ນອນ​ວ່າ​ເຮົາ​ຈະ​ຢຸດ​ມັນ (Libra) – Sylvia Garcia | ສະມາຊິກ​ສະພາ​ຜູ້​ແທນ​ຈາກ​ມົນ​ລັດ​ເທັກ​ຊັດ

ນະ ຈຸດ​ນີ້ ບັນຫາ​ຫຼັກ ໆ ຂອງ Libra ເລີຍ​ກໍ​ຄື​ການ​ທີ່​ມີ​ຜູ້​ບຸກ​ເບີກ​ຢ່າງ Facebook ນັ້ນ​ອາດຈະ​ເບິ່ງ​ຊົງ​ອິດທິພົນ​ຈົນ​ເກີນ​ໄປ ເຖິງ​ຂະໜາດ​ທີ່​ແມ່ນແຕ່​ລັດຖະບານ​ກາງ​ຂອງ​ສະ​ຫະລັດ ນຳກັນ​ເອງ​ກໍ​ບໍ່​ມີ​ທີ​ທ່າ​ວ່າ​ຈະ​ສະໜັບ​ສະໜູນ​ໃຫ້​ສະ​ກຸນ​ເງີນ​ນີ້​ເກີດ​ຂຶ້ນ​ຈິງ ເພາະ​ວ່ານ​ອກ​ຈາກ​ຈະ​ເປັນ​ການ​ເຂົ້າ​ແຊກ​ແຊງ​ລະບົບ​ການ​ເງີນ​ໂລກ​ທີ່​ມີສະ​ກຸນ​ເງີນ​ ໂດລາ ​ເປັນ​ແກນ​ຫຼັກ​ມາ​ໂດຍ​ຕະຫຼອດ​ແລ້ວ​ນັ້ນ Libra ອາດ​ເຮັດໃຫ້ Facebook ແລະ​ ກຸ່ມ​ຜູ້​ຮ່ວມ​ກໍ່​ຕັ້ງ​ກາຍ​ເປັນ​ອົງ​ກອນ​ທີ່​ຊົງ​ອຳນາດຍິ່ງ​ກວ່າ​ລັດຖະບານ​ສ​ະຫະລັດ ໄປ​ເລີຍ​ກໍ​ໄດ້ ນີ້​ຍັງ​ບໍ່​ນັບ​ໜ່ວຍ​ງານ​ຂອງ​ຊາດ​ມະຫາ​ອຳນາດ​ອີກ​ຫຼາຍ​ທີ່​ບໍ່​ວ່າ​ຈະ​ເປັນ ເຢຍລະ​ມັນ​ ທັງ​ຢຸ​ໂຣບ(ເອີຣົບ)​ເອງ ຫລື​ ແມ່ນແຕ່​ຍີ່​ປຸ່ນ​ກັບ​ຈີນ​ກໍ​ຕາມ​

ຢ່າ​ວ່າ​ແຕ່​ລັດຖະບານ​ເລີຍ… ຜູ້​ຮ່ວມ​ກໍ່​ຕັ້ງ LIBRA ASSOCIATION ນຳກັນ​ເອງ ຢ່າງ PAYPAL | VISA | MASTERCARD ຍັງ​ເລີ່ມບໍ່ແນ່ໃຈ

ນອກ​ຈາກ​ລັດຖະບານ​ທົ່ວ​ໂລກ​ແລ້ວ ໜຶ່ງ​ໃນ​ຜູ້​ສະແດງ​ເຈດ​ຈຳ​ນົ​ງຮ່ວມ​ກໍ່​ຕັ້ງ Libra Association ລາຍ​ສຳຄັນ​ຢ່າງ PayPal ໄດ້​ປະ​ກາດ​ຖອນ​ຕົວ​ອອກຈາກ​ໂຄງ​ການ​ແລ້ວ ໂດຍ​ໃຫ້​ເຫດ​ຜົນວ່າ ຕ້ອງ​ການ​ໂຟ​ກັດ​ກັບ​ທຸລະກິດ​ຫຼັກ​ຢ່າງ​ກະ​ເປົາ​ເງີນ​ອອນ​ໄລ​ນ​໌​ທີ່​ຮອງ​ຮັບ​ສະ​ກຸນ​ເງິນ​ອັນ​ຫຼາກ​ຫຼາຍ ພາຍໃຕ້​ຫຼັກ​ການ​ເສ​ລີປະ​ຊາ​ທິປະໄຕ​ໃຫ້​ດີ​ທີ່ສຸດ ແຕ່​ກໍຍັງ​ບໍ່​ໄດ້​ເປັນ​ການ​ປະຕິເສດ​ສະ​ກຸນ​ເງີນ​ດິ​ຈິ​ທັດ​ຢ່າງ Libra ຫລື​ ການ​ກັບ​ມາ​ຮ່ວມ​ງານ​ກັນ​ໃນ​ອະນາຄົດ ງານ​ນີ້​ຫຼາຍ​ຝ່າຍ​ເບິ່ງ​ວ່າ PayPal ເກີດ​ຄວາມ​ບໍ່​ໝັ່ນໃຈ​ໃນ Libra ທັງ​ໃນ​ແງ່​ຊື່​ສຽງ ຄວາມ​ປອດໄ​ພ ແລະ​ ລວມ​ເຖິງ​ການ​ແຂ່ງ​ຂັນ​ຈາກ Facebook ໂດຍ​ກົງ​ຢ່າງ​ແອັບ​ພລິ​ເຄ​ຊັ່ນ​ກະ​ເປົາ​ເງິນ “Calibra” ອີກ​ດ້ວຍ

ໃນ​ອາທິດ​ນີ້​ມີ​ຂ່າວ​ລື​ລ່າ​ສຸດ​ອອກ​ມາ​ເພີ່ມ​ອີກ​ແລ້ວ​ວ່າ 2 ແມ່​ເຫຼັກ​ແຫ່ງ​ວົງ​ການ​ການ​ເງີນ​ຂອງ​ໂລກ​ຢ່າງ Visa ແລະ Mastercard ທີ່​ຢູ່ໃນ​ລາຍ​ຊື່​ອົງກອນ​ຮ່ວມ​ກໍ່​ຕັ້ງ Libra Association ເຊັ່ນ​ກັນ ຕ່າງ​ກໍ​ກຳ​ລັງ​ຕັດ​ສິນ​ໃຈ​ກັນ​ໃໝ່​ວ່າ​ຈະ​ເຂົ້າ​ຮ່ວມ​ຈິງໆ ຫລື ​ຂໍ​ຖອນ​ຕົວ​ອອກ​ໄປ​ກ່ອນ​ດີ ເພາະ​ຄວາມ​ກັງ​ວົນ​ເລື່ອງ​ພາບພົດຂອງ Facebook ແລະ Libra ໃນ​ຕອນ​ນີ້ ທີ່​ອາດ​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ຕໍ່​ແບ​ຣ​ນ​ທີ່​ຕ້ອງ​ການ​ຄວາມ​ໜ້າ​ເຊື່ອ​ຖື​ສູງ​ຫລາຍໆ ງານ​ນີ້​ຕ້ອງ​ຕິດ​ຕາມ​ກັນ​ຕໍ່ໄປ​ວ່າ ຈະ​ປັງ​ບໍ? ​ສຳລັບ​ສ​ະກຸນ​ເງີນ​ໃໝ່​ຂອງ​ຄົນ​ທັງ​ໂລກ​ຢ່າງ “Libra”

ແຫຼ່ງຂໍ້ມູນ

No comments:

Post a Comment

Post Top Ad