Microsoft ເຜີຍ Windows 10 on ARM ຈະສາມາດຣັນແອັບພລິເຄຊັນ x64 ໄດ້ແລ້ວ

Breaking

Post Top Ad

Post Top Ad

Monday, October 5, 2020

Microsoft ເຜີຍ Windows 10 on ARM ຈະສາມາດຣັນແອັບພລິເຄຊັນ x64 ໄດ້ແລ້ວ

 

Windows 10

Microsoft ໄດ້​ອອກ​ມາ​ເປີດ​ເຜີຍ​ຄວາມ​ຄືບ​ໜ້າ​ຂອງ Windows 10 ເທິງ​ Hardware ARM ວ່າ​ຈະ​ສາມາດ​ຣັນ​ແອັບ​ພລິ​ເຄ​ຊັນ​ແບບ x64 ໄດ້​ໃນ​ໄວ​ໆ ນີ້

Windows 10 ເວ​ີ​ຊັນ ARM ຖືກ​ປ່ອຍ​ອອກ​ມາ​ດົນ​ແລ້ວ ຊຶ່ງ​ປັດຈຸບັນ​ສາມາດ​ຮອງ​ຮັບ​ແອັບ​ພລິ​ເຄ​ຊັນ​ທີ່​ຖືກ​ອອກ​ແບບ​ມາ​ສຳລັບ ARM ໄດ້​ປົກກະຕິ ແຕ່​ໃນ​ຝັ່ງ​ຂອງ​ແອັບ​ພລິ​ເຄ​ຊັນ Intel ຈະ​ຣັນ​ໄດ້​ເທິງ Emu 32 ບິດ​ເທົ່າ​ນັ້ນ ສ່ວນ x64 ຣັນ​ໄດ້​ແຕ່​ບາງ​ແອັບ ດັ່ງ​ນັ້ນ​ລ່າ​ສຸດ​ Microsoft ໄດ້ປະ​ກາດວ່າ Windows Insider ໃນ​ເດືອນພະຈິກ​ນີ້​ຈະ​ຮອງ​ຮັບ 64 ບິດ​ໄດ້​

ນອກ​ຈາກ​ນີ້​ບໍລິສັດ​ຍັງ​ເຜີຍ​ວ່າ​ປັບ​ແຕ່ງ​ໃຫ້ Visual Studio Code ຣັນ​ເທິງ Windows 10 ARM ໄດ້​ແລ້ວ  ໃນ​ຂະນະ​ດຽວກັນກໍ​ຍັງໄດ້​ພະຍາຍາມ​ເຮັດໃຫ້ Chromium-based Edge ແລະ Microsoft Teams ສາມາດມາ​ຣັນ​ໃຫ້​ໄດ້ອີກດ້ວຍ

ແຫຼ່ງຂໍ້ມູນ:

https://www.zdnet.com/article/microsoft-touts-windows-10-on-arm-advances-including-64-bit-emulation/

https://www.techtalkthai.com/microsoft-windows-10-on-arm-ready-to-support-x64-app-soon/

 

 

No comments:

Post a Comment

Post Top Ad