Canonical ເປີດຕົວ Ubuntu 23.04 ຮອງຮັບ Active Directory login

Post Top Ad

Post Top Ad

Friday, April 21, 2023

Canonical ເປີດຕົວ Ubuntu 23.04 ຮອງຮັບ Active Directory login

Canonical Ubuntu 23.04

ໃນ​ອັບ​ເດດ​ຫຼັກ​ຂອງ Ubuntu 23.04 ພາຍໃຕ້​ໂຄ້​ດ​ເນມ “Lunar Lobster” ມີ​ການ​ປັບ​ປຸງ​ໃຫ້​ເໝາະ​ສຳຫລັບ​ນຳ​ໄປ​ໃຊ້​ງານ​ໃນ​ອົງ​ກອນ​ຫຼາຍ​ຂຶ້ນ ໂດຍ​ຮອງ​ຮັບ​ການ Login ຜ່ານ​ທາງ Directory Domain Service ແລະ Azure Active Directory (Azure AD) ໄດ້​ແບບ Native ຊ່ວຍ​ໃຫ້​ອົງກອນ​ທີ່​ໃຊ້​ງານ M365 ຢູ່​ແລ້ວ​ນຳ​ບັນ​ຊີ​ຜູ້​ໃຊ້​ງານ​ມາ​ໃຊ້​ເທິງ Ubuntu Desktops ໄດ້​ທັນ​ທີ ນອກ​ຈາກ​ນີ້​ຍັງມີ​ການ​ປັບ​ປຸງ​ໜ້າ​ຕ່າງ​ການ​ຕິດ​ຕັ້ງ​ໃໝ່​ໃຫ້​ເໝາະ​ສົມ​ແລະ​ສວຍ​ງາມ​ຂຶ້ນ ພ້ອມ​ທັງ​ອັບ​ເດດ​ໄປ​ໃຊ້​ງານ GNOME 44 ທີ່​ເພີ່ມ Quick Setting Option ໃໝ່​ສຳຫລັບ Bluetooth management ແລະ​ເພີ່ມ Dark mode

ໃນ​ດ້ານ​ເຄື່ອງ​ມື​ສຳຫລັບ​ນັກ​ພັດທະນາ​ແບບ Cross-platform ກໍ​ມີ​ການ​ອັບ​ເດດ Toolchains ແລະ Runtime ໃໝ່​ທັງ​ໝົດ ເຊັ່ນ: Python, Java, Go, C , C++, Rust ແລະ .Net ຮອງ​ຮັບ​ການ​ໃຊ້​ງານ QEMU ເພື່ອ​ເຮັດ Emulation ສຳລັບ​ແອັບ​ພລິ​ເຄ​ຊັນ​ໃນ​ລະບົບ​ອື່ນ​ໆ ຮອງ​ຮັບ armhf, arm64, Risc-V ແລະ s390x ແລະ​ຍັງ​ມາ​ພ້ອມ Docker ແລະ LXD ເວີ ຊັນ​ລ່າ​ສຸດ

ນອກ​ຈາກ​ນີ້ Ubuntu 23.04 ຍັງ​ເພີ່ມ Steam snap ມາ​ແບບ Stable Channel ແລ້ວ ຊ່ວຍ​ໃຫ້​ການ​ຫລິ້ນ​ເກມເທິງ Ubuntu Desktops ງ່າຍ​ຍິ່ງ​ຂຶ້ນ ເຮັດໃຫ້​ຜູ້​ໃຊ້​ງານ​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ຄົ້ນ​ຫາ PPA ສຳລັບ Mesa Driver ຫລື Libraries ມາ​ຕິດ​ຕັ້ງ​ເອງ​ອີກ​ຕໍ່ໄປ ມີ​ຟີ​ເຈີ Easy Update ແລະ Sandboxed ໃນ​ຕົວອິກດ້ວຍ

ທີ່ມາ ແລະ ແຫຼ່ງຂໍ້ມູນອ້າງອິງ:

  1. https://www.techtalkthai.com/canonical-launches-ubuntu-23-04-with-active-directory-native-login
  2. https://canonical.com/blog/canonical-releases-ubuntu-23-04-lunar-lobster
#iTalk #TechNewsLao

No comments:

Post a Comment

Post Top Ad