ການໃຊ້ຈ່າຍເທິງຄລາວທົ່ວໂລກຄາດວ່າຈະເພີ່ມຂຶ້ນ 21.7% ເນື່ອງຈາກ IaaS ເປັນຜູ້ນຳ

Breaking

Post Top Ad

Post Top Ad

Thursday, April 20, 2023

ການໃຊ້ຈ່າຍເທິງຄລາວທົ່ວໂລກຄາດວ່າຈະເພີ່ມຂຶ້ນ 21.7% ເນື່ອງຈາກ IaaS ເປັນຜູ້ນຳ

 

ການໃຊ້ຈ່າຍເທິງຄລາວທົ່ວໂລກຄາດວ່າຈະເພີ່ມຂຶ້ນ 21.7% ເນື່ອງຈາກ IaaS ເປັນຜູ້ນຳ

Infrastructure-as-a-service ກຳ​ລັງ​ກະຕຸ້ນ​ການ​ໃຊ້​ຈ່າຍ​ຂອງ​ຜູ້​ໃຊ້​​ທົ່ວ​ໂລກ​ໃນ​ບໍລິການ​ຄລາວ​(cloud) ຕາມ​ການ​ຄາດ​ການລ່າ​ສຸດ​ໂດຍ Gartner

ການ​ໃຊ້​ຈ່າຍ​ຂອງ​ຜູ້​ໃຊ້​​ທົ່ວ​ໂລກ​ໃນ​ບໍລິການ​ຄລາວ​ສາທາລະນະ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 21.7% ຄິດເປັນເງິນ 597.3 ພັນ​ລ້ານ​ດອນ​ລາ​​ໃນ​ປີ 2023 ເພີ່ມ​ຂຶ້ນ​ຈາກ 491 ພັນ​ລ້ານ​ດອນ​ລາໃນ​ປີ 2022 ຕາມ​ລາຍ​ງານ​ຂອງ Gartner ເຊິ່ງເປັນບໍລິສັດ​ວິ​ເຄາະ

ໃນ​ຂະນະ​ທີ່​ທຸກພາກ​ສ່ວນ​ຂອງ​ຕ​ະຫຼາດ​ຄລາວ​ຄາດ​ວ່າ​ຈະ​ເຫັນ​ການ​ເຕີບໂຕ​ຂອງ​ການ​ໃຊ້​ຈ່າຍ​ໃນ​ປີ 2023 ການ​ໃຊ້​ຈ່າຍ​ດ້ານ​ໂຄງ​ສ້າງ​ພື້ນ​ຖານ​ໃນ​ຖານະ​ບໍລິການ (IaaS) ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ສູງ​ສຸດ​ໂດຍ​ເພີ່ມ​ຂຶ້ນ 30.9% ຕາມ​ດ້ວຍ​ແພັຼດຟອມ​ໃນ​ຖານະ​ບໍລິການ ( PaaS) ທີ່ 24.1%

ໃນ​ຂະນະ​ທີ່​ການ​ໃຊ້​ຈ່າຍ​ດ້ານຊັອບແວ​ໃນ​ຖານະ​ບໍລິການ (SaaS) ຄາດ​ວ່າ​ຈະ​ເຕີບໂຕ​ໃນ​ອັດຕາ​ທີ່​ຊ້າ​ລົງ 17.9% ແຕ່​ຈະ​ມີ​ມູນ​ຄ່າ​ທັງຫມົດ 197 ພັນ​ລ້ານ​ດອນ​ລາ​​ໃນ​ປີ 2023 ແລະ​ຍັງ​ຄົງ​ເປັນ​ກຸ່ມ​ທີ່​ໃຫຍ່​ທີ່ສຸດ​ຂອງ​ຕະຫ​ລາດ​ຄລາວ​ຕາມ​ການ​ໃຊ້​ຈ່າຍ​ຂອງ​ຜູ້​ໃຊ້​ທັງ​ໝົດ

[ ວິທີ​ການ​ເລືອກ​ໂຊ​ລູ​ຊັນ desktop-as-a-service ທີ່​ດີ​ທີ່ສຸດ]

Sid Nag ຮອງ​ປະ​ທານ​ແລະ​ນັກ​ວິ​ເຄາະ​ຂອງ Gartner ກ່າວ​ວ່າ ອົງກອນ​ຕ່າງ​ໆ ໃນ​ປັດຈຸບັນ​ເບິ່ງວ່າ​ຄລາວ​ດ​໌​ເປັນ​ແພັຣດຟອມ​ທີ່​ມີກົນລະຍຸດ​໌​ສູງ​ສຳຫລັບ​ການ​ປ່ຽນ​ແປງ​ທາງ​ດິ​ຈິ​ຕອນ ເຊິ່ງ​ຕ້ອງ​ການ​ໃຫ້​ຜູ້​ໃຫ້​ບໍລິການ​ຄລາວ​ນຳ​ສະເໜີ​ຄວາມ​ສາມາດ​ທີ່​ຊັບ​ຊ້ອນ​ຫລາຍ​ຂຶ້ນ ໃນ​ຂະນະ​ທີ່​ການ​ແຂ່ງ​ຂັນ​ດ້ານ​ບໍລິການ​ດິ​ຈິ​ຕອນກຳ​ລັງ​ທະວີ​ຄວາມ​ຮຸນແຮງ​ຂຶ້ນSid Nag ຮອງ​ປະ​ທານ​ແລະ​ນັກ​ວິ​ເຄາະ​ຂອງ Gartner ກ່າວ​ໃນ​ລາຍ​ງານ​ຂອງ​ບໍລິສັດ. ທ່ານ​ເສີມ​ວ່າ​ໃນ​ຕ​ະຫຼາດ​ປັດຈຸບັນ ຜູ້​ໃຫ້​ບໍລິການ​ຄລາວ​ແບບ​ໄຮ​ເປີສະ​ເກວ ​ກຳ​ລັງ​ຂັບ​ເຄື່ອນ​ວາ​ລະ​ເລື່ອງ​ຄລາວ​

ນິ້​ເປັນ​ເພາະ​ເທັກ​ໂນ​ໂລ​ຢີ​ທີ່ເກິດຂື້ນ​ໃໝ່ ເຊັ່ນ: generative AI ທີ່​ສະໜັບ​ສະໜູນ​ໂດຍ​ໂມ​ເດວ​ພາສາ​ຂະໜາດ​ໃຫຍ່ Web3 ແລະ metaverse ທີ່​ຂັບ​ເຄື່ອນ​ສິ່ງ​ທີ່ Gartner ອະທິບາຍ​ວ່າ​ເປັນ “ໄລຍະ​ຕໍ່ໄປ​ຂອງ​ທຸລະກິດ​ດິ​ຈິຕອນ” ແລະ​ທັງ​ໝົດ​ນີ້​ຕ້ອງ​ການ​ຄວາມ​ສາມາດ​ໃນ​ການ​ປະ​ມວນ​ຜົນ​ທີ່​ຊົງ​ພະລັງ​ເພື່ອ​ປະ​ມວນ​ຜົນ​ຂໍ້​ມູນ​ແບບຣຽວທາມ

Sid Nag ກ່າວ​ວ່າໄລຍະ​ຕໍ່ໄປ​ຂອງ IaaS ຈະ​ຖືກ​ຂັບ​ເຄື່ອນ​ດ້ວຍ​ເທັກ​ໂນ​ໂລ​ຢີ​ທີ່ເກິດຂື້ນ​ໃໝ່ ໂດຍ​ສະເພາະ​ຢ່າງຍິ່ງແມ່ນ​ເມື່ອ​ນຳ​ໄປ​ໃຊ້​ກັບ​ປະສົບການ​ຂອງ​ລູກ​ຄ້າ ທ່ານ​ອະທິບາຍ​ວ່າ​ເທັກ​ໂນ​ໂລ​ຢີ​ຈຳນວນ​ຫລາຍ​ເຫຼົ່າ​ນີ້​ຍັງ​ຊ່ວຍ​ໃຫ້​ທຸລະກິດ​ໂຕ້​ຕອບ​ກັບ​ລູກ​ຄ້າ​ໄດ້​ດີ​ຂຶ້ນ​ໃນ​ແບບຣຽວທາມ ເຊັ່ນ: ແຊັດ​ບອດ​ທີ່​ຂັບ​ເຄື່ອນ​ດ້ວຍ AI ແລະ​ເພິ່ງ​ພາ​ໂຄງ​ສ້າງ​ພື້ນ​ຖານ​ຄລາວ​ ​ແລະ​ບໍລິການ​ແພຼັດ​ຟອມ ​ເພື່ອ​ຕອບສະໜອງ​ຄວາມ​ຕ້ອງ​ການ​ທີ່​ເພີ່ມ​ຂຶ້ນ​ສຳຫລັບ​ພະລັງ​ການ​ປະ​ມວນ​ຜົນ​ແລະ​ສະ​ຕໍ​ເຣດ (storage)

ໃນ​ລາຍ​ງານ​ແຍກ​ຕ່າງ​ຫາກ​ທີ່​ເຜີຍແຜ່​ໂດຍ Gartner ໃນ​ເດືອນ​ມັງ​ກອນ ບໍລິສັດ​ວິ​ເຄາະ​ຄາດ​ການວ່າ​ພາຍ​ໃນ​ປີ 2025 ແມ່ນ 30% ຂອງ​ຂໍ້ຄວາມ​ການຕະຫຼາດ​ຂາ​ອອກຈາກ​ອົງກອນຂະໜາດ​ໃຫຍ່​ຈະ​ຖືກ​ສ້າງ​ໂດຍການ​ສັງ​ເຄາະ(generate) ເພີ່ມ​ຂຶ້ນ​ຢ່າງ​ຫນ້ອຍ​ 2% ຂອງ​ປີ 2022

ຄລາວ​ນຳ​ສະເໜີ​ໂຊ​ລູ​ຊັ່ນ​ແລະ​ແພຼັດ​ຟອມ ທີ່​ສົມບູນ​ແບບ ບໍ່​ແມ່ນ​ເລື່ອງ​ບັງ​ເອີນ​ທີ່​ຜູ້​ຫລິ້ນ​ຫຼັກ​ໃນ​ການ​ແຂ່ງ​ຂັນ generative AI ຄື​ໄຮ​ເປີ​ສະເກວເທິງ​ຄລາວ” Nag ໄດ້ກ່າວໄວ້

Gartner ຄາດ​ກາ​ນ​ວ່າ​ພາຍ​ໃນ​ປີ 2026 ອົງ​ກອນ 75% ຈະ​ນຳ​ໂມ​ເດວ​ການ​ປ່ຽນ​ແປງ​ສູ່​ດິ​ຈິ​ຕອນ​ມາ​ໃຊ້​ເທິງ​ຄຼາວ​​ເປັນ​ແພຼັ້ດ​ຟອມພື້ນ​ຖານ

ທີ່ມາ: https://www.computerworld.com/article/3693951/global-cloud-spending-expected-to-jump-217-as-iaas-leads-the-way.html

#iTalk #TechNewsLao

No comments:

Post a Comment

Post Top Ad