CrowdStrike ປະກາດເປີດຕົວບໍລິການ Falcon Complete XDR

Post Top Ad

Post Top Ad

Thursday, April 20, 2023

CrowdStrike ປະກາດເປີດຕົວບໍລິການ Falcon Complete XDR

CrowdStrike ປະກາດເປີດຕົວບໍລິການ Falcon Complete XDR

CrowdStrike Falcon Complete XDR
 ເປ​ັ​ນ​ບໍລິການ Managed eXtended Detection and Response (MXDR) ທີ່​ນຳ​ຜູ້​ຊ່ຽວ​ຊານ​ແລະ​ລະບົບ Falcon Platform ມາ​ຄອຍ​ຖ້າ​ໃຫ້​ບໍລິການ​ລູກ​ຄ້າ​ໃນ​ດ້ານ​ຄວາມໝັ້ນຄົງ​ປອດໄພ​ແບບ 24×7 ໂດຍ​ມີ​ບໍລິການ​ຫຼັກ​ຄື Threat hunting, Monitoring ແລະ End-to-end remediation ສາມາດ​ກວດ​ຈັບໄພ​ຄຸກ​ຄາມ​ໄດ້​ທຸກ​ຮູບ​ແບບ ອາໄສ​ຂໍ້​ມູນ​ຈາກ CrowdStrike Falcon platform ແລະ​ລະບົບ​ຮັກສາ​ຄວາມໝັ້ນຄົງ​ປອດໄພ​ອື່ນ​ໆ​ທີ່​ອົງກອນ​ໃຊ້​ງານ​ຢູ່​ແລ້ວ​ມາ​ທຳການ​ວິ​ເຄາະ ເຊັ່ນ Email Security, CASB, NDR, NGFW ແລະ IAM ຊ່ວຍ​ຕອບ​ໂຈດ​ອົງກອນ​ທີ່​ຂາດ​ຜູ້​ເບິ່ງ​ແຍງ​ລະບົບ​ທີ່​ມີ​ຄວາມ​ຊ່ຽວ​ຊານ​ທາງ​ດ້ານ​ການ​ກວດ​ຈັບໄພ​ຄຸກ​ຄາມ ບໍລິການ​ນີ້​ສອດ​ຄ່ອງ​ກັບ​ຜົນ​ສຳ​ຫລວດ​ຂອງ CrowdStrike ທີ່ພົ​ບວ່າ​ອົງກອນ​ສ່ວນ​ໃຫຍ່​ເຖິງ 47% ນັ້ນ​ຂາດ​ແຄນ​ຜູ້​ຊ່ຽວ​ຊານ​ທາງ​ດ້ານ​ນີ້ ລວມ​ເຖິງໄພ​ຄຸກ​ຄາມ​ໃນ​ປັດຈຸບັນ​ມີ​ການ​ປັບ​ປ່ຽນ​ໄປ​ໃຊ້​ການ​ໂຈມ​ຕີ​ແບບ Malware-free ເຊິ່ງ​ສາມາດ​ຫຼິກ​ລ້ຽງ​ການ​ກວດ​ຈັບ​ຈາກ Antivirus ທົ່ວ​ໄປ​ໄດ້

ນອກ​ຈາກ​ນີ້ CrowdStrike ຍັງ​ປະ​ກາດ​ເປີດ​ໃຫ້​ພາ​ດເນີສາມາດ​ນຳ CrowdStrike Falcon platform ໄປ​ໃຫ້​ບໍລິການ​ໃນ MXDR ຂອງ​ຕົນເອງ​ໄດ້ ປັດຈຸບັນ​ມີ​ພາດເນີ​ຫຼາຍ​ລາຍ​ນຳ CrowdStrike Falcon XDR ໄປ​ເສີມ​ບໍລິການ MXDR ຂອງ​ຕົນເອງ​ແລ້ວ ເຊັ່ນ: BT Group, eSentire, Atos Group, Red Canary, ReliaQuest ແລະ Telefonica Tech

ທີ່ມາ ແລະ ແຫຼ່ງຂໍ້ມູນອ້າງອິງ:

  1. https://www.crowdstrike.com/press-releases/falcon-complete-xdr-launches-with-mxdr-services/
  2. https://www.techtalkthai.com/crowdstrike-launches-falcon-complete-xdr-service/

#iTalk #TechNewsLao

No comments:

Post a Comment

Post Top Ad