Netflix ກຽມເລີ່ມລະບົບປ້ອງກັນການຫານບັນຊີ ໃນຫຼາຍປະເທດພາຍໃນກໍລະກົດນີ້

Breaking

Post Top Ad

Post Top Ad

Thursday, April 20, 2023

Netflix ກຽມເລີ່ມລະບົບປ້ອງກັນການຫານບັນຊີ ໃນຫຼາຍປະເທດພາຍໃນກໍລະກົດນີ້

Netflix ກຽມເລີ່ມລະບົບປ້ອງກັນການຫານບັນຊີ ໃນຫຼາຍປະເທດພາຍໃນກໍລະກົດນີ້

Netflix ກຽມ​ເລີ່ມ​ລະບົບ​ປ້ອງ​ກັນ​ການ​ຫານ​ບັນ​ຊີ​ຫລື​ການ​ແຊລະ​ຫັດ​ຜ່ານ​ໃນ​ອີກ​ບໍ່​ຈັກ​ເດືອນ​ຂ້າງ​ໜ້າ ຊຶ່ງ​ຄາດ​ການ​ວ່າ​ໜ້າ​ຈະ​ເລີ່ມ​ພາຍ​ໃນໄຕ​ມາດ​ທີ2 ໂດຍ​ຫຼັງ​ຈາກ​ທີ່ Netflix ເລີ່ມ​ແຜນ​ນີ້ ສະມາຊິກ​ທີ່​ຕ້ອງ​ການ​ແຊບັນ​ຊີ​ກັບ​ບຸກ​ຄົນ​ພາຍນອກ​ຄົວ​ເຮືອນ​ຈະ​ຕ້ອງ​ເສຍ​ຄ່າ​ທຳນຽມ​ເພີ່ມຕື່ມ

ເມື່ອ​ມື້​ວັນອັງ​ຄານ​ທີ່​ຜ່ານມາ (18 ເມສາ 2023) Netflix ໄດ້​ກ່າວ​ໃນ​ຈົດໝາຍ​ນັກ​ລົງ​ທຶນ​ວ່າ​ຈະ​ເລີ່ມ​ລະບົບ​ປ້ອງ​ກັນ​ການ​ຫານ​ບັນ​ຊີ​ໃນ​ຫຼາຍ​ປະເທດລວມ​ເຖິງ​ສະ​ຫະລັດ​ອາ​ເມ​ຣິ​ກາ​ພາຍ​ໃນ​ເດືອນ​ກໍລະກົດ ເຊິ່ງ​ຊ້າ​ກວ່າ​ທີ່​ຄາດ​ໄວ້​ບໍ່​ຈັກ​ເດືອນ ໂດຍ Netflix ໃຫ້​ເຫດ​ຜົນວ່າ​ຕ້ອງ​ປັບ​ແຕ່ງ​ຂໍ້​ສະເໜີ​ແນະ​ເພິ່ມເຕິມ​ຈາກ​ຜູ້​ໃຊ້ ເຊັ່ນ: ການ​ກວດ​ສອບ​ໃຫ້​ແນ່​ໃຈ​ວ່າ​ຜູ້​ໃຊ້​ສາມາດ​ເຂົ້າ​ໃຊ້​ງານ​ບັນ​ຊີ​ຂອງ​ຕົນເອງ​ໄດ້​ໃນ​ຂະນະ​ທີ່​ເດິນທາງ​ຫຼື​ຢູ່​ນອກ​ບ້ານ

ລະບົບ​ນີ້​ໄດ້ລິ​ເລີ່ມ​ທີ່​ຄາ​ນາ​ດາ​ໄປ​ເມື່ອ​ເດືອນ​ກຸມພາ​ທີ່​ຜ່ານມາ ໂດຍ​ຄົົນທີ່​ເພີ່ມ​ບັນ​ຊີ​ຍ່ອຍ ຈະ​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ​ເພິ່ມເຕິມ​ຈຳນວນ CAD $7.99 ຕໍ່​ເດືອນ ນອກ​ເໜືອ​ຈາກ​ຄ່າ​ສະມາຊິກ​ລາຍ​ເດືອນ​ແບບ​ມາດຕະຖານ​ ຫຼື ​ພຣີ​ມຽມ ຜົນ​ຂອງ​ການ​ປ່ຽນ​ແປງ​ໃນ​ເທື່ອ​ນີ້​ເຮັດໃຫ້ Netflix ມີ​ການ​ເຕີບໂຕ​ຂອງ​ລາຍ​ໄດ້​ຫລາຍ​ຂຶ້ນ​ຫລາຍກວ່າ​ເມື່ອ​ກ່ອນ

ໂດຍ Netflix ບອກ​ກັບ​ນັກ​ລົງ​ທຶນ​ວ່າ​ອາດ​ມີ​ການ​ຍົກ​ເລີກ​ການ​ບໍລິການ​ຫຼັງ​ຈາກ​ເປີດ​ໃຊ້​ງານ​ລະບົບ​ປ້ອງ​ກັນ​ການ​ຫານ​ບັນ​ຊີ ແຕ່​ໃນ​ໄລຍະຍາວ​ລະບົບ​ນີ້​ຈະ​ສາມາດ​ເຮັດໃຫ້​ມີ​ຖານ​ລາຍ​ໄດ້​ທີ່​ໃຫຍ່​ຂຶ້ນ.

ທີ່ມາ ແລະ ແຫຼ່ງຂໍ້ມູນອ້າງອິງ:

  1. https://www.bbc.com/news/business-65318695?fbclid=IwAR3-_0JpigtFQOF5ZaA0s1qzDbIUdQXESlfQ0fMjJFux1TzjwOSFK1nKubo
  2. https://www.beartai.com/news/itnews/1242053

No comments:

Post a Comment

Post Top Ad