Siemens ແລະ Microsoft ຮ່ວມມືກັນພັດທະນາ Generative AI ສຳລັບທຸລະກິດອຸດສາຫະກຳ

Breaking

Post Top Ad

Post Top Ad

Thursday, April 20, 2023

Siemens ແລະ Microsoft ຮ່ວມມືກັນພັດທະນາ Generative AI ສຳລັບທຸລະກິດອຸດສາຫະກຳ

Siemens ແລະ Microsoft ຮ່ວມມືກັນພັດທະນາ Generative AI ສຳລັບທຸລະກິດອຸດສາຫະກຳ

ຄວາມ​ຮ່ວມ​ມື​ນີ້​ເປັນ​ສ່ວນໜຶ່ງ​ຂອງ​ຄວາມ​ສຳພັນ​ເຊີງ​ກົນລະຍຸດ​ທີ່​ຍາວ​ນານ​ລະຫວ່າງ Siemens ແລະ Microsoft ເພື່ອ​ປັບ​ປຸງ​ການ​ເຮັດ​ວຽກ​ຮ່ວມ​ກັນ​ ຂ້າມ​ສາຍ​ງານ ດ້ວຍ​ການລວມຊັອບແວ Teamcenter ຂອງ Siemens ສຳຫລັບ​ການ​ຈັດການ​ວົງ​ຈອນ​ຊີວິດ​ຜະລິດຕະພັນ (PLM) ເຂົ້າ​ກັບ​ແພຼັດ​ຟອມປະ​ສານ​ການ​ເຮັດ​ວຽກ​ຮ່ວມ​ກັນ​ຂອງ Microsoft Teams ແລະ​ໂມ​ເດວ​ພາສາ​ໃນ Azure OpenAI Service ລວມ​ເຖິງ​ຄວາມ​ສາມາດ Azure AI ອື່ນ​ໆ

ການປະ​ສານລວມ AI ເຂົ້າ​ກັບ​ແພຼັດ​ຟອມ​ເທັກ​ໂນ​ໂລ​ຢີ​ຈະ​ຊ່ວຍ​ປ່ຽນ​ວິທີ​ການ​ເຮັດ​ວຽກ​ຢ່າງ​ລຶກຊຶ້ງ ​ແລະ ​ວິທີ​ດຳ​ເນີນ​ການ​ຂອງ​ທຸກ​ທຸລະກິດ ດ້ວຍ​ເຫດ​ນີ້ Siemens ຈຶ່ງ​ໄດ້​ນຳ​ພະລັງ​ຂອງ AI ໄປ​ສູ່ອົງກອນ​ໃນ​ອຸດສາຫະກຳ​ຕ່າງ​ໆ ເພື່ອຫຼຸດ​ຄວາມ​ຊັບ​ຊ້ອນ​ຂອງ​ເວິກ​ໂຟ​ລ​ແລະ​ເຮັດວຽກ​ຮ່ວມ​ກັນ​ທີ່​ຄອບ​ຄຸມ​ຫຼາຍ​ຂຶ້ນ​ເພື່ອ​ເລັ່ງ​ນະ​ວັດຕະ​ກຳ​ທີ່​ເນັ້ນ​ລູກ​ຄ້າ​ເປັນ​ສູນ​ກາງ ດ້ວຍ​ແອັບ Teamcenter ໃໝ່​ສຳຫລັບ Microsoft Teams ຊຶ່ງ​ຄາດ​ວ່າ​ຈະ​ເປີດ​ຕົວ​ໃນ​ປີ 2023 ເພື່ອ​ນຳ​ສະເໜີ​ໃຫ້​ບໍລິສັດ​ຕ່າງ​ໆ ສາມາດ​ມີ​ວິທີ​ການ​ເຮັດ​ວຽກ ​ແລະ ​ແນວ​ທາງ​ການ​ແກ້​ບັນຫາ​ຄວາມ​ທ້າ​ທາຍ​ຮ່ວມ​ກັນ​ໄດ້

ຕົວ​ຢ່າງ: ວິ​ສາວະກອນ​ຝ່າຍ​ບໍລິການ​ຫລື​ຝ່າຍ​ຜະລິດ​ສາມາດ​ໃຊ້​ອຸປະກອນ​ພົກ​ພາ​ເພື່ອ​ຈັດ​ເຮັດ​ເອກະສານ​ແລະ​ລາຍ​ງານ​ກ່ຽວກັບ​ການ​ອອກ​ແບບ​ຜະລິດຕະພັນ​ຫລື​ຂໍ້​ກັງ​ວົນ​ດ້ານ​ຄຸນນະພາບ​ໂດຍ​ໃຊ້​ສຽງ​ເວົ້າ​ທີ່​ເປັນ​ທຳມະຊາດ ຜ່ານ Azure OpenAI Service ແອັບ​ສາມາດ​ແຍກ​ວິ​ເຄາະ​ຂໍ້​ມູນ​ສຽງ​ເວົ້າ​ທີ່​ບໍ່​ເປັນ​ທາງ​ການ ສ້າງ​ລາຍ​ງານ​ສະຫລຸບ​ໂດຍ​ອັດ​ຕະໂນ​ມັດ​ ແລະ​ ກຳນົດ​ເສັ້ນ​ທາງ​ພາຍ​ໃນ Teamcenter ໄປຍັງ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ອອກ​ແບບ ວິ​ສະວະ​ກຳ ຫລື ​ການ​ຜະລິດ​ທີ່​ເໝາະ​ສົມ”

  • Microsoft Teams ນຳ​ສະເໜີ​ຄຸນ​ລັກສະນະ​ຕ່າງ​ໆ ເຊັ່ນ ການ​ແຈ້ງ​ເຕືອນ​ແບບ​ພຸດ​ເພື່ອຫຼຸ​ດ​ຄວາມ​ຊັບ​ຊ້ອນ​ຂອງ​ກາລໍຖ້າອະນຸມັດ​ໂຟຼ ຫລຸດ​ເວລາ​ທີ່​ໃຊ້​ໃນ​ການ​ຮ້ອງ​ຂໍ​ການ​ປ່ຽນ​ແປງ​ການ​ອອກ​ແບບ ແລະ ​ເພີ່ມ​ຄວາມ​ໄວ​ຂອງ​ວົງ​ຈອນນະວັດຕະ​ກຳ
  • ແອັບ Teamcenter ສຳຫລັບ Microsoft Teams ຊ່ວຍ​ໃຫ້​ພະ​ນັກ​ງານ​ຫຼາຍ​ລ້ານ​ຄົົນທີ່​ບໍ່​ສາມາດ​ເຂົ້າ​ເຖິງ​ເຄື່ອງ​ມື PLM ປັດຈຸບັນ​ສາມາດ​ຊ່ວຍ​ໃຫ້​ການ​ອອກ​ແບບ​ ແລະ ​ຂະ​ບວນ​ການ​ຜະລິດ​ງ່າຍ​ຂຶ້ນ ໂດຍ​ຈະ​ເຂົ້າ​ມາ​ເປັນ​ສ່ວນຫນຶ່ງ​ຂອງ​ເ​ວິ​ກ​ໂຟ​ຼທີ່​ມີ​ຢູ່
  • Siemens ແລະ Microsoft ຍັງ​ຮ່ວມ​ມື​ກັນ​ເພື່ອ​ຊ່ວຍ​ນັກ​ພັດທະນາ​ຊັອບແວ ​ແລະ​ ວິ​ສະວະກອນ​ລະບົບ​ອັດ​ຕະໂນ​ມ​ັ​ດ ​ເລັ່ງ​ການສ້າງ​ລະຫັດ​ສຳລັບ Programmable Logic Controllers (PLCs)

Siemens ແລະ Microsoft ກຳ​ລັງ​ຮ່ວມ​ມື​ກັນ​ເພື່ອ​ປັບ​ໃຊ້​ເຄື່ອງ​ມື​ເຊັ່ນ ChatGPT ເພື່ອ​ໃຫ້​ສາມາດ​ສະໜັບ​ສະໜູນ​ພະ​ນັກ​ງານ​ໃນອົງກອນ​ທຸກ​ຂະໜາດ​ໃຫ້​ເຮັດວຽກ​ຮ່ວມ​ກັນ ​ແລະ​ ສ້າງສັນ​ສິ່ງ​ໃໝ່ໆ ໃນ​ຮູບ​ແບບ​ໃໝ່ໆໄດ້ ເພາະ​ປັນຍາ​ປະດິດ​ຂັ້ນ​ສູງ​ອັນ​ຊົງ​ພະລັງ​ກຳ​ລັງ​ກາຍ​ເປັນ​ໜຶ່ງ​ໃນ​ເທັກ​ໂນ​ໂລ​ຢີ​ທີ່​ສຳຄັນ​ທີ່ສຸດ​ສຳຫລັບ​ການ​ປ່ຽນ​ແປງ​ທາງ​ດິ​ຈິ​ຕອນ ນອກ​ຈາກ​ນີ້ ທີ່ Hannover Messe ໄດ້​ມີ​ສາ​ທິດ​ວິທີ​ການ​ໃຊ້ Microsoft Azure Machine Learning ແລະ Siemens Industrial Edge ພາບ​ທີ່​ຖ່າຍ​ດ້ວຍ​ກ້ອງ​ ແລະ ​ວິ​ດີ​ໂອ​ສາມາດ​ວິ​ເຄາະ​ໂດຍ​ລະບົບ​ແມັດ​ຊີນ​ເ​ລິນ​ນິ່ງ ແລະ ​ໃຊ້​ໃນ​ການສ້າງ ປັບ​ໃຊ້ ເອີ້ນ​ໃຊ້​ ແລະ ​ກວດ​ສອບ​ແບບ​ຈຳ​ລອງ​ການ​ເບິ່ງ​ເຫັນ​ຂອງ AI

ທີ່ມາ:​https://www.automationmag.com/siemens-microsoft-generative-ai/

No comments:

Post a Comment

Post Top Ad