Cisco ອອກແພ໊ດຊ່ອງໂຫວ່ DoS ໃຫ້ຜະລິດຕະພັນ Small Business Switch

Post Top Ad

Post Top Ad

Friday, January 31, 2020

Cisco ອອກແພ໊ດຊ່ອງໂຫວ່ DoS ໃຫ້ຜະລິດຕະພັນ Small Business Switch




Cisco ໄດ້​ປະ​ກາດ​ແພ໊ດ​ຊ່ອງ​ໂຫວ່​ໃນ​​ກຸ່ມ​ຜະລິດຕະພັນ Small Business Switch ເຊັ່ນ 250 Smart Switch, 350 Manage Switch, 350X/500X Stackable Managed Switch ເປັນ​ຕົ້ນ ເຂິ່ງຊ່ອງ​ໂຫວ່​ມີ 2 ​ລາຍ​ການ​ດັ່ງ​ນີ້
  • CVE-2019-15993 – ເປັນ​ຊ່ອງ​ໂຫວ່​ໃຫ້​ຄົນ​ຮ້າຍ​ທີ່​ບໍ່​ໄດ້​ພິສູດ​​ຕົວ​ຕົນ​ຈາກ​ທາງ​ໄກ​ສາມາດ​ເຂົ້າ​ເຖິງ​ຂໍ້​ມູນ​ສຳຄັນ​ໄດ້ ໂດຍ​ການ​ສົ່ງ HTTP Request ທີ່​ສ້າງ​ຂຶ້ນ​ພິເສດ​ມາຍັງ Web UI ໂດຍ​ຊ່ອງ​ໂຫວ່​ສົ່ງ​ຜົນ​ກະທົບ​ກັບ Firmware ກ່ອນ​ໜ້າ 2.5.0.92 ໃນ Smart Switch ຊີ​ຣີ່ 250, Managed Switch ຊີ​ຣີ່ 350, Stackable Managed Switch ຊີ​ຣີ່ 350X ແລະ 550X ນອກ​ຈາກ​ນີ້​ຍັງມີ Firmware ເວີ​ຊັນ​ກ່ອນ​ໜ້າ 1.4.11.4 ໃນ​ຜະລິດຕະພັນ Smart Switch ຊີ​ຣີ່ 200, Managed Switch ຊີ​ຣີ່​ 300, Stackable Managed Switch ຊີ​ຣີ່ 500 
  • CVE-2020-3147 – ເປັນ​ຊ່ອງ​ໂຫວ່​ທີ່​ນຳ​ໄປ​ສູ່​ການ​ເກີດ DoS ເນື່ອງ​ຈາກ​ມີ​ການ​ກວດ​ສອບ Request ທີ່​ເຂົ້າ​ມາຍັງ Web UI ບໍ່​ດີ​ພໍ ໂດຍ​ຊ່ອງ​ໂຫວ່​ສົ່ງ​ຜົນ​ກະທົບ​ກັບ Firmware ກ່ອນ​ໜ້າ 1.3.7.18 ໃນ Smart Switch ຊີ​ຣີ່​ 200, Managed Switch ຊີ​ຣີ່​ 300, Stackable Managed Switch ຊີ​ຣີ່ 500
ຊ່ອງ​ໂຫວ່​ທັງ​ສອງ​ຖືກ​ຈັດ​ຢູ່ໃນ​ລະ​ດັບ​ຄວາມ​ຮຸນແຮງ​ສູງ ​ແລະ ​ບໍ່​ມີ​ວິທີ Workaround ດັ່ງ​ນັ້ນ​ຈຶ່ງ​ແນະ​ນຳ​ໃຫ້​ຜູ້​ເບິ່ງ​ແຍງ​ລະບົບຄວນ​ເລັ່ງ​ອັບ​ເດດ



ແຫຼ່ງຂໍ້ມູນ:

No comments:

Post a Comment

Post Top Ad