5 Trends ຂອງ Software Development ໃນປີ 2020

Breaking

Post Top Ad

Post Top Ad

Friday, January 31, 2020

5 Trends ຂອງ Software Development ໃນປີ 2020



ຍິ່ງຜ່ານໄປດົນເທົ່າໃດ ເທັກໂນໂລຢີກໍຍິ່ງກ້າວໜ້າໄປຫລາຍຍິ່ງຂຶ້ນ ແລະທຸກໆປີ ກໍມັກມີການຄາດກາຍຕ່າງໆ ກ່ຽວກັບ​​ເທັກໂນໂລຢີ ເຊິ່ງສ່ວນໃຫຍ່ກໍກ່ຽວຂ້ອງກັບການພັດທະນາ Software ດັ່ງນັ້ນ ເຮົາມາເບິ່ງ 5 Trends ຂອງ Software Development ໃນປີ 2020 ທີ່ເບິ່ງຈະມີຄວາມໂດດເດັ່ນໃນແວດວົງ Digital ຫລາຍທີ່ສຸດ
1. Artificial Intelligence (AI) ຈະເຂົ້າມາມີບົດບາດຫລາຍກວ່າເກົ່າ
Software ທີ່ໃຊ້ AI ນັ້ນບໍ່ໄດ້ເປັນສິ່ງແປກໃໝ່ ແຕ່ຄວາມໄວທີ່ເພີ່ມຂຶ້ນ​​ເຊິ່ງຖືກນຳໄປໃຊ້ໃນອຸດສາຫະກຳຕ່າງ ໆ ຖືເປັນສິ່ງທີ່ຈຳເປັນ ແລະ ໄດ້ຮັບການພັດທະນາຫລາຍຂຶ້ນໃນປີ 2020 ຈາກການຄາດການລ່າສຸດ ການເຕີບໂຕຂອງ AI Software Market ທົ່ວໂລກຈະເຕີບໂຕຂຶ້ນຢ່າງຫລາຍໃນປີໜ້າ ຄາດວ່າ AI Software Market ທົ່ວໂລກຈະເຕີບໂຕ 154% ຄິດເປັນມູນຄ່າເຖິງ 14,700 ລ້ານຫຼຽນສະຫະລັດ
ດ້ວຍການເຕີບໃຫຍ່ດັ່ງກ່າວ ຕົວເລກທີ່ເຫັນ ເປັນການສະແດງໃຫ້ເຫັນວ່າ AI ບໍ່ໄດ້ເປັນພຽງແຕ່ Trend ຕໍ່ໄປແລ້ວ ແຕ່ມັນກາຍເປັນກຳລັງສຳຄັນຂອງ​​ເທັກໂນໂລຢີໃນປັດຈຸບັນ
ຈາກ Chatbots ທີ່ຖືກໃຊ້ງານ​​ແພ່ຫຼາຍ​​ເຊິ່ງຕອນນີ້ໃຫ້ບໍລິການໃນ Websites ນັບລ້ານແຫ່ງຈາກທົ່ວໂລກ ໄປຈົນເຖິງ Prescriptive Analytic Solutions ທີ່ມີຄວາມສາມາດໃນການແນະນຳວິທີການແກ້ບັນຫາທາງທຸລະກິດໂດຍນຳຂໍ້ມູນປະລິມານຫລາຍໆ ມາວິເຄາະ ເຮັດໃຫ້ AI (Machine Learning ເຊິ່ງເປັນສາຂາທີ່ຮູ້ຈັກກັນເປັນຢ່າງດີ) ຈະຖືກນຳໄປໃຊ້ຫລາຍຂຶ້ນໃນ Products ຕ່າງໆ ໃນອຸດສາຫະກຳໂດຍສ່ວນໃຫຍ່
2. ມີຄວາມຕ້ອງການໃນ Internet of Things (IoT) ຫລາຍຂຶ້ນ
IoT ເຄີຍເປັນໜຶ່ງໃນສິ່ງທີ່ຄົນສ່ວນໃຫຍ່ມັກເບິ່ງວ່າ ເປັນສິ່ງທີ່ບໍ່ໜ້າຈະເກີດໃນອະນາຄົດອັນໃກ້ນີ້ ແຕ່ວ່າ Devices ທີ່ສາມາດເຊື່ອມຕໍ່ກັບ Internet ກໍກາຍເປັນສິ່ງທີ່ເກິດຂື້ນແລ້ວໃນຕອນນີ້ ໂດຍສະເພາະຢ່າງຍິ່ງສຳລັບອຸປະກອນເຄື່ອງໃຊ້ພາຍໃນເຮືອນເຊັ່ນ: Smart Fridges, Smart Assistants, Smart Thermostats ແລະ Gadget ອື່ນໆ ທີຖືກອອກແບບມາເພື່ອຍົກລະດັບຄວາມສະດວກສະບາຍໃຫ້ແກ່ພວກເຮົາ
ຈຳນວນການຕິດຕັ້ງ Devices ທີ່ເຊື່ອມຕໍ່ກັບ IoT ຄາດວ່າຈະມີຈຳນວນທີ່ເພີ່ມຂຶ້ນຢ່າງກ້າວກະໂດດໃນປີ 2020 ນີ້ ເຊິ່ງເພີ່ມຂຶ້ນ5ເທົ່າຈາກປີ 2015 ແລະ ຖືເປັນຈຳນວນລວມເຖິງ 75,440 ລ້ານ Devices ຈາກທົ່ວໂລກພາຍໃນປີ 2025 ຫລືອີກຢ່າງໜຶ່ງ ສິ່ງນີ້ຈະເຮັດໃຫ້ Devices ເຫຼົ່ານີ້ເປັນທີ່ໜ້າຈັບຕາມອງຫລາຍຂຶ້ນ ແລະ ແນ່ນອນວ່າຈະເພີ່ມຄວາມຕ້ອງການຂອງ IoT Software ຫລາຍຂຶ້ນໄປດ້ວຍ
ເມື່ອສິ່ງນັ້ນເກີດຂຶ້ນ ຈະເຮັດໃຫ້ Developers ແລະ ບໍລິສັດ Outsourcing Software ຕ່າງໆ ຈະເພີ່ມຄວາມຊ່ຽວຊານໃນເລື່ອງຕ່າງໆ ທີ່ກ່ຽວຂ້ອງກັບ IoT ໂດຍມຸ້ງເນັ້ນໄປທີ່ທັກສະຕ່າງໆ ຢ່າງ Cloud Computing, Automation ລວມທັງ Data Analytics
3. 5G ຈະຖືກໃຊ້ງານຢ່າງກວ້າງຂວາງຂຶ້ນ
ນິ້ເປັນໜຶ່ງໃນຄວາມກ້າວໜ້າທາງ​​ເທັກໂນໂລຢີທີ່ຄາດຫວັງໄວ້ຫລາຍທີ່ສຸດໃນທົດສະວັດທີ່ຜ່ານມາ ແລະ ໃນທີ່ສຸດມັນກໍສາມາດໃຫ້ບໍລິການແກ່ຄົນທົ່ວໄປໃນວົງກວ້າງໃນປີ 2020 ເຖິງວ່າຈະຢູ່ໃນເມືອງໃຫຍ່ ແລະ ພື້ນທີ່ໃດກໍຕາມ ທຸກຢ່າງຈະຊີ້ໄປໃນປີຖັດໄປ​​ເຊິ່ງເປັນປີທີ່ 5G ຈະນຳພາການເຊື່ອມຕໍ່ແບບໄລ້ສາຍຄວາມໄວສູງເຖິງ 20 Gbps ໄດ້ພາຍໃນຊົ່ວພິບຕາ ລວມທັງຄວາມພ້ອມໃນການໃຊ້ Bandwidth ທີ່ສູງຂຶ້ນ ແນ່ນອນວ່າ 5G ຈະມາປະຕິວັດອຸປະກອນທີ່ເຮົາໃຊ້ເປັນປະຈຳທຸກມື້​​ເຊິ່ງກໍຄື Smartphone
ອັນທີ່ຈິງ 5G ນັ້ນເປັນຫລາຍກວ່າແຄ່ການປັບປຸງຄວາມໄວສຳລັບການທ່ອງ Web ເທິງ​​ໂທລະສັບມືຖືຂອງເຮົາ ແຕ່ມັນ​​ຍັງລຶບຂໍ້ຈຳກັດ ບາງຢ່າງທີ່ມີຢູ່ໃນ 4G ດັ່ງນັ້ນ Developer ຈະສາມາດສ້າງ Apps ທີ່ມີປະສິດທິພາບຫລາຍຂຶ້ນດ້ວຍ Function ການໃຊ້ງານໃໝ່ໆ ໂດຍສະເພາະຢ່າງຍິ່ງ Video ແລະ AR ນອກຈາກນີ້​​ຍັງໝາຍ​ ​ເຖິງການປັບປຸງໃນດ້ານຄວາມ​​ປອດ​​ໄພ ແລະ ຄວາມແມ່ນຍຳຂອງຂໍ້ມູນທີ່ໃຊ້ໃນ Apps ອີກດ້ວຍ
ໃນທີ່ສຸດ 5G ຈະຖືເປັນເຄື່ອງມືສຳຄັນສຳລັບຄວາມກ້າວໜ້າຂອງ IoT ນັ້ນເປັນເພາະຍານພາຫະນະທີ່ຂາດຄົນຂັບ ລະບົບການຈະລາຈອນ ແລະ ພວກ Smart Devices ປະເພດຕ່າງໆ ທີ່ຈະເພີ່ມຄວາມສາມາດໃຫ້ແກ່ສິ່ງທີ່ເອີ້ນວ່າ Smart City ເຊິ່ງຕ້ອງອາໄສຄວາມສາມາດຂອງ 5G ອີກທັງ​​ຍັງຊ່ວຍຫລຸດ Latency ເພື່ອໃຫ້ເກີດປະສິດທິພາບສູງສຸດ
4. ມີການໃຊ້ Outsource ໃນ Experience Economy
ແນວຄິດທີ່ວ່າເຮົາ(ໃນຖານະຄົນໃນສັງຄົມ) ກຳລັງໃຫ້ຄວາມສຳຄັນກັບປະສົບການເໜືອສິ່ງອື່ນໃດ ຖືເປັນສິ່ງທີ່ເຫັນໄດ້ແຈ້ງໃນຊ່ວງຫຼາຍປີທີ່ຜ່ານມາ ແລ້ວໃນປີ 2020 ຈະມີຄວາມແຕກຕ່າງຢ່າງໃດດ້ວຍ? ມັນມີເຫດຜົນທີ່ຈະຕ້ອງພິຈາລະນາ Experience Economy (ເສດຖະກິດປະສົບການ) ໃນຊ່ວງປີ 2020 ນັ້ນເປັນເພາະມີ​​ລາຍງານທີ່ຄາດການວ່າປີ 2020 ຈະເປັນປີທີ່ Customer Experience ຈະຖືກໃຫ້ຄວາມສຳຄັນແຊງໜ້າ ລາຄາ (Price) ແລະ ຜະລິດຕະພັນ (Products)
ນັ້ນຄືການປ່ຽນແປງເທື່ອໃຫຍ່ ເນື່ຈາກປະສົບການຈະກາຍເປັນເປົ້າໝາຍສູງສຸດສຳລັບທຸກ Industry ໂດຍສະເພາະຢ່າງຍິ່ງສຳລັບ Software Industry ເຊິ່ງ Experience Economy ຈະເປີດເສັ້ນທາງໃໝ່ສຳລັບນະວັດຕະກຳ ແລະ ໂອກາດ ທາງການຕະຫຼາດຢ່າງແນ່ນອນ ດັ່ງນັ້ນຈຶ່ງບໍ່ໜ້າແປກໃຈທີ່ໂລກຂອງ Software Development ທັງໝົດຈະປ່ຽນແປງໄປດ້ວຍ ແຕມັນຈະເປັນການປ່ຽນແປງເທື່ອໃຫຍ່ທີ່ສຸດຂອງພວກມັນຫລືບໍ່ນັ້ນ ເຈົ້າສາມາດຫາຄຳຕອບໄດ້ໃນ Field ຂອງ Outsource Development
ບໍ່ວ່າຈະມີການໃຊ້ Software Outsourcing ໃນຮູບແບບໃດກໍຕາມ Outsourcing Providers ຈະທຳການລວບລວມທັກສະໃໝ່ໆ ໃນການໃຫ້ບໍລິການເພື່ອຮອງຮັບຕາມຄວາມຕ້ອງການໄວ້ໃຫ້ແລ້ວ ດັ່ງນັ້ນຈຶ່ງມີທີມງານທີ່ທຸ້ມເທໃຫ້ກັບ User Experience ແລະ Service Design ລວມທັງ Outsourcing Industry ທັງໝົດ ກຳລັງໃຊ້ວິທີ ເນັ້ນໄປທີ່ User ເປັນຫຼັກ ໃນການເຮັດວຽກຂອງພວກເຂົາ ແນວໂນ້ມນີ້ຈະມີຄວາມສຳຄັນຫລາຍຂຶ້ນໃນປີ 2020 ເນື່ອງຈາກບໍລິສັດຈຳນວນຫລາຍກຳລັງຕ້ອງການຄວາມຊ່ວຍເຫລືອໃນການສ້າງ Products ສຳລັບ Experience Economy ຢູ່
5. Progressive Web Apps (PWAs) ຈະຖືກຢຶດຖືເປັນມາດຕະຖານໃໝ່
ທຸກຢ່າງຊີ້ໄປທີ່ປີ 2020 ວ່າໜ້າຈະເປັນປີທີ່ເຮົາ ຈະເຣີ່ມກ່າວຄຳອຳລາກັບ Mobile Sites ແລ້ວຫັນມາສະໜັບສະໜູນ Progressive Web Apps (PWAs) ເຊິ່ງສິ່ງນີ້ເປັນ Website ປະເພດໜຶ່ງທີ່ໃຫ້ຄວາມຮູ້ສຶກເໝືອນ Native Mobile App ເຖິງວ່າຈະເຮັດວຽກໃນ Browser ກໍຕາມ ມັນເໝືອນກັບການປະສົມ​​ປະສານລະຫວ່າງສິ່ງທີ່ດີທີ່ສຸດຂອງທັງ 2 ສິ່ງ ແລະ ຕອນນີ້ບໍລິສັດຕ່າງໆ ກໍເລີ່ມໜັກເຖິງມັນ
ດັ່ງນັ້ນແທນທີ່ຈະພັດທະນາ Website ສຳລັບ Mobile  ຫຼື ໃຊ້ເວລາ ແລະ ເງີນໃນການສ້າງ Mobile Apps ເຊິ່ງມີໂອກາດສູງທີ່ອາດບໍ່ມີໃຜໃຊ້ງານພວກມັນເລີຍ, PWAs ຈຶ່ງເປັນທາງອອກທີ່ສົມບູນແບບສຳລັບທັງທຸລະກິດແລະ Visitors. ໃນອີກດ້ານໜຶ່ງ ທຸລະກິດເອງສາມາດພັດທະນາ PWA ໄດ້ວ່ອງໄວຂຶ້ນ ແລະ ໄດ້ຮັບປະໂຫຍດແບບດຽວກັບທີ່ພວກທ່ານໄດ້ຈາກ App ອີກທັງ Visitors ເອງກໍສາມາດ Interact ກັບ Environment ທີ່ເໝືອນ App ເຊິ່ງໂຫຼດໄວຂຶ້ນ ແລະ ​​ປອດ​​ໄພທີ່ສຸດເທົ່າທີ່ຈະເຮັດໄດ້
ດ້ວຍ​​ຕົວຢ່າງຂອງ PWAs ທີ່ມີຢູ່ແລ້ວ ຈຶ່ງໄດ້ມີການປັບປຸງທັງໃນເລື່ອງ Sessions Per User, Reading Completion ແລະ Overall Engagement ຈຶ່ງເປັນເລື່ອງທຳມະດາທີ່ມີບໍລິສັດເປັນຈຳນວນຫລາຍທີ່ຈະຫັນມາໃຊ້ງານມັນ
ໂດຍສະຫລຸບ
ເຖິງວ່າຍັງມີ Trends ອື່ນໆ ທີໜ້າສົນໃຈຫຼາຍເລື່ອງ ແຕ່ນີ້ຄື 5 Trends ທີ່ເປັນດາວເດັ່ນຂອງປີ 2020 ແລະ ມັນບໍ່ໄດ້ເປັນພຽງແຄ່ Trend ເທົ່ານັ້ນ ແຕ່ພວກມັນກຳລັງເຕີບໂຕຫລາຍຂຶ້ນອີກດ້ວຍ ດ້ວຍການເຊື່ອມໂຍງເຂົ້ານຳກັນ ຈະເຮັດໃຫ້ພວກມັນເປັນ​​ຕົວກຳນົດອະນາຄົດຂອງ Software Development ສຳລັບປີ 2020 ແລະ ປີຕໍ່ໆໄປ ນັ້ນໝາຍເຖິງທີມ Software Development ຈະຕ້ອງຮຽນຮູ້ວິທີຈັດການກັບ​​ເທັກໂນໂລຢີເຫຼົ່ານີ້ ແລະ ຍົກລະດັບມາດຕະຖານຂອງ Industry ຂຶ້ນມາ

No comments:

Post a Comment

Post Top Ad