E-WALLET ແມ່ນຫຍັງ?

Post Top Ad

Post Top Ad

Thursday, March 5, 2020

E-WALLET ແມ່ນຫຍັງ?



        e-Wallet ຄື ກະ​ເປົາ​ເງີນ​​ອີ​ເລັກ​ໂທ​ຣ​ນິກ, ກະ​ເປົາ​ເງີນ​ດິ​ຈິ​ທັດ ຫລື ກະ​ເປົາ​ເງີນ​ອອນ​ລາຍ ທີ່​ຢູ່ໃນ​ຮູບ​ແບບ​ຂອງ​ແອັບ​ພຼິ​ເຄ​ຊັ່ນ ເຊິ່ງຈະ​ຊ່ວຍ​ອຳ​ນວຍ​ຄວາມສະດວກ​ໃນ​ການເຮັດ​ທຸລະ​ກຳ​ຕ່າງ​ໆ ເຊັ່ນ: ການ​ຊັອບ​ປິ້ງ​ອອນ​ລາຍ, ການຈ່າຍຄ່າສິນ​ຄ້າ​ຕາມ​ຫ້າງ​ຮ້ານ ຫລື ​ແມ່ນແຕ່ຈ່າຍຄ່າ​​ອາຫານ ແລະ​ ບໍລິການ​ອຶ່ນໆຢ່າງຫຼວງ​ຫຼາຍ ຊ່ວຍ​ປະ​ຢັດ​ເວລາ ​ແລະ ​ບໍ່​ຕ້ອງ​ກັງ​ວົນ​ເລື່ອງ​ການ​ພົກ​ພາ ຫຼື ຖື​ເງີນ​ສົດ ແຖມ​​ຍັງ​ຊ່ວຍ​ກະຕຸ້ນ​ຍອດ​ຂາຍ​ໃຫ້​ຮ້ານ​ຄ້າໄດ້​ດ້ວຍ
         ປັດຈຸບັນ E-Wallet ຫລື​ ລະບົບ e-payment ໄດ້ຮັບ​ການ​ພັດທະນາ​ມາ​ຢ່າງ​ຕໍ່​ເນື່ອງ ຈຶ່ງ​ມີ​ຄວາມ​​ປອດ​​ໄພ​ສູງ ສົ່ງ​ຜົນ​ໃຫ້​ມີ​ຜູ້​ຄົນ​ຫັນ​ມາ​ໃຊ້​​ເທັກ​ໂນ​ໂລ​ຢີ​ນີ້​ຫລາຍ​ຂຶ້ນ​ເລື້ອຍໆ ເນື່ອງ​ຈາກ​ເປັນ​ລະບົບ​ທີ່​ຜູ້​ໃຊ້​ສາມາດ​ຄວບ​ຄຸມ​ບັນ​ຊີ​ຂອງ​​ຕົວ​ເອງ​ໄດ້​ຢ່າງ​ອິດສະຫລະ ແລະ ສາມາດ​ເຕີມ​ເງີນ​ເຂົ້າ​ຕາມ​ຈຳນວນ​ທີ່​ຕ້ອງ​ການ ບໍ່​ຈຳ​ເປັນ​ຕ້ອງ​ຜູກ​ກັບ​ບັດ​​ໃດໆ ລວມ​ເຖິງ​ມີ​ລະບົບ​ກວດ​ສອບ​ບັນ​ຊີ ​ແລະ ​ຍອດ​ເງີນ​ເຂົ້າ​-​ອອກ ​ທີ່​ວ່ອງໄວ ຫາກ​ພົບ​ບັນຫາກໍ​ສາມາດ​ແຈ້ງ​ຜູ້​ໃຫ້​ບໍລິການ​ໄດ້​ທັນ​ທີ

No comments:

Post a Comment

Post Top Ad