ບໍ່ສົນໂລກ Elon Musk ເປີດຕົວ TruthGPT ເນັ້ນລົມເລື່ອງຈັກກະວານ

Breaking

Post Top Ad

Post Top Ad

Wednesday, April 19, 2023

ບໍ່ສົນໂລກ Elon Musk ເປີດຕົວ TruthGPT ເນັ້ນລົມເລື່ອງຈັກກະວານ

 


ຫຼັງ​ອອກຈາກ OpenAI ທີ່​ເຄີຍ​ເປັນ​ໜຶ່ງ​ໃນ​ຜູ້​ຮ່ວມ​ກໍ່​ຕັ້ງ ລ່າ​ສຸດ​ທາງ Elon Musk ໄດ້​ເຜີຍ​ໂຄງ​ການ​ໃໝ່​ຢ່າງ TruthGPT ແຊັດ​ບອດ​ເນັ້ນລົມ​ເລື່ອງ​ຈັກກະວານ ເລັ່ງ​ແຂ່ງ​ຂັນ​ກັບ ChatGPT ຂອງ OpenAI ໂດຍ​ສະເພາະ ແລະລວມໄປ​ເຖິງ Google ດ້ວຍ

ເບິ່ງ​ເໝືອນ​ແຜນ​ພັດທະນາ AI ຂອງ Elon Musk ຈະ​ເລີ່ມ​ເປັນ​ຮູບ​ເປັນ​ຮ່າງ​ຫລາຍ​ຂຶ້ນ ໂດຍ​ໃນ Twitter ຂອງ Elon Musk ໄດ້​ເຜີຍ​ຊື່ TruthGPT ແຊັດ​ບອດ AI ຮູບ​ແບບ​ໃໝ່ ທີ່​ຈະ​ສະແຫວ​ງ​ຫາ​ຄວາມ​ຈິງ​ແລະ​ເຂົ້າໃຈ​ທຳມະຊາດ​ຂອງ​ຈັກກະວານ​ໃຫ້​ໄດ້​ຫລາຍ​ທີ່ສຸດ

ຢ່າງໃດ​ກໍ​ຕາມ Elon Musk ເຄີຍ​ເຜີຍ​ວ່າ​ຕົນເອງ​ນັ້ນ ມີ​ຄວາມ​ກັງ​ວົນ​ກ່ຽວກັບ​ທິດ​ທາງ​ຂອງ AI ແລະ​ມອງ​ວ່າ​ອາດ​ກາຍ​ເປັນ​ໄພ​ຄຸກ​ຄາມ​ກັບ​ມ​ະນຸດ​ໄດ້​ໃນ​ອະນາຄົດ

ອີກ​ທັງ​ເຄີຍ​ມີ​ຄວາມ​ຂັດ​ແຍ້ງ​ກັບ Sam Altman ຊີ​ອີ​ໂອ​ຄົນ​ປັດຈຸບັນ​ຂອງ OpenAI ສະໄໝ​ທີ່​ເຄີຍ​ເປັນ​ຜູ້​ສະໜັບ​ສະໜູນ​ລາຍ​ໃຫຍ່​ໃນ​ປີ 2015 ຫລື​ຍຸກ​ແລກໆ ແລະ​ບໍ່​ດົນ​ມາ​ນີ້​ກໍ​ໄດ້​ວິ​ຈາ​ນ OpenAI ດ້ວຍ​ວ່າ ກຳ​ລັງ​ສະແຫວ​ງ​ຫາ​ຜົນ​ກຳ​ໄລ​ກັບ Microsoft ຈາກ​ເດີມ​ທີ່​ເປັນ​ບໍລິສັດ​ບໍ່​ສະແຫວ​ງ​ຫາ​ຜົນ​ກຳ​ໄລ

ສຳຫລັບ​ຕົວ TruthGPT ທາງ Elon Musk ຍັງ​ບໍ່​ເຜີຍ​ລາຍ​ລະອຽດ​ຫຍັງ​ຫລາຍ ແຕ່​ກໍລະ​ບຸ​ວ່າ​ຈະ​ມີ​ການ​ເປີດ​ຕົວ​ບໍ່​ເກີນ​ເດືອນ​ໜ້າ​ນີ້​ແລ້ວ ລໍຖ້າ​ເບິ່ງ​ວ່າ​ຕົວ AI ໃໝ່​ນີ້ ຈະ​ມາ​ພ້ອມ​ຄວາມ​ສາມາດ​ຫຍັງ​ດ້ວຍ ສາມາດ​ແຂ່ງ​ກັບ OpenAI ແລະ Google ໄດ້​ແນວໃດ

ຍ້ອນ​ກັບ​ໄປ​ອີກ​ໜ້ອຍໜຶ່ງ Elon Musk ໄດ້​ຈົດ​ທະ​ບຽນ​ບໍລິສັດ​ໃໝ່​ໃນ​ຊື່ X.AI Corp ພ້ອມ​ກັບ​ໄດ້​ເຂົ້າ​ຊື້ GPU ຫຼາຍ​ພັນ​ລາຍ​ການ ແລະຍັງ​ໄດ້​ຈ້າງ​ນັກ​ວິໄ​ຈ​ຈາກ DeepMind ດ້ວຍ ຊຶ່ງ​ທັງ​ໝົດ​ອາດ​ກ່ຽວ​ຂ້ອງ​ກັບ​ໂຄງ​ການ​ປິດສະໜາ​ຢ່າງ Twitter AI ຫລື TruthGPT ຕົວ​ລ່າ​ສຸດ​ກໍ​ເປັນ​ໄດ້

ທີ່ມາ: Elon Musk says he wants to start ‘TruthGPT’ to rival OpenAI and Google | Engadget

No comments:

Post a Comment

Post Top Ad