CBC ສື່ສາທາລະນະແຄນນາດາຄັດຄ້ານການແປະປ້າຍຂອງ Twitter ວ່າເປັນສື່ທີ່ໄດ້ຮັບເງີນສະໜັບສະໜູນຈາກລັດຖະບານ

Breaking

Post Top Ad

Post Top Ad

Thursday, April 20, 2023

CBC ສື່ສາທາລະນະແຄນນາດາຄັດຄ້ານການແປະປ້າຍຂອງ Twitter ວ່າເປັນສື່ທີ່ໄດ້ຮັບເງີນສະໜັບສະໜູນຈາກລັດຖະບານ

ສ​ະຖາ​ນີກ​ະ​ຈາຍ​ສຽງ​ແລະ​ແພ່​ພາບ​ສາທາລະນະ​ຂອງ​ແຄນ​ນາ​ດາ (CBC) ຕອບ​ໂຕ້​ກໍລະນີ Twitter ແປະປ້າຍ​ເທິງ​ໜ້າ​ໂປຣ​ໄຟ​ຂອງສະ​ຖາ​ນີ​ວ່າ​ໄດ້ຮັບ​ການ​ສະໜັບ​ສະໜູນ​ງົບ​ປະ​ມານ​ຈາກ​ລັດຖະບານ 69% (69% Government funded media) ໂດຍ​ລະ​ບຸ​ວ່າ​ທາງ​ສະ​ຖາ​ນີ​ມີ​ອິດສະຫຼະ​ໃນ​ການ​ນຳ​ສະເໜີ​ຂໍ້​ມູນ​ຢ່າງ​ສົມບູນ

ໂຄໂສ​ກ​ຂອງ CBC ລະ​ບຸ​ວ່າ​ການ​ແປະ​ປ້າຍ​ຂອງ Twitter ນັ້ນ​ບໍ່​ໄດ້​ເຮັດ​ຢ່າງ​ຈິງ​ຈັງ

ກ່ອນ​ໜ້າ​ນີ້ ອີ​ລອນມັດ (Elon Musk) ປະ​ທານ​ເຈົ້າ​ຫນ້າທີ່​ບໍລິຫານ​ຂອງ Twitter ລະ​ບຸ​ວ່າ “CBC ບອກ​ວ່າ​ພວກ​ທ່ານ​ໄດ້ຮັບ​ເງີນ​ສະໜັບ​ສະໜູນ​ຈາກ​ລັດຖະບານ​ຕ່ຳ​ກວ່າ 70% ເຮົາ​ເລີຍ​ແກ້​ປ້າຍ​ໃຫ້​ມັນ​ຖືກ​ຕ້ອງ”

ໂບນ​ດີ ເຟນ​ລອນ (Brodie Fenlon) ບັນ​ນາ​ທິ​ການ​ໃຫຍ່​ຂອງ CBC ສະ​ທ້ອນ​ວ່າ​ບັນຫາ​ສຳຄັນ​ຄື​ການ​ໃຫ້​ນິ​ຍາມ​ຂອງ ‘ສື່​ທີ່​ໄດ້ຮັບ​ເງີນ​ສະໜັບ​ສະໜູນ​ຈາກ​ລັດຖະບານ’ (Government-funded media) ວ່າ​ເປັນ​ສື່​ທີ່​ເປີດ​ໂອ​ກາດ​ໃຫ້​ລັດຖະບານ​ເຂົ້າ​ມາ​ແຊກ​ແຊງ​ເນື້ອ​ຫາ​ທີ່​ມາ​ຈາກ​ກອງ​ບັນ​ນາ​ທິ​ການ​ໄດ້

ຊຶ່ງ​ທາງ​ເຟນ​ລອນ​ຢືນຢັນ​ວ່າ​ລັດຖະບານ​ບໍ່​ມີ​ຄວາມ​ກ່ຽວ​ຂ້ອງ​ກັບເນື້ອ​ຫາ​ການ​ນຳ​ສະເໜີ​ຂ່າວ​ຂອງ​ສະ​ຖາ​ນີ​ເລີຍ​ແມ່ນແຕ່​ໜ້ອຍດຽວ

ໃນ​ນິ​ຍາມ​ເຕັມ Twitter ລະ​ບຸ​ວ່າ​ສື່​ທີ່​ໄດ້ຮັບ​ເງີນ​ສະໜັບ​ສະໜູນ​ຈາກ​ລັດຖະບານ​ຄື​ສື່​ທີ່​ລັດຖະບານ​ສະໜັບ​ສະໜູນ​ເງີນ​ບາງ​ສ່ວນ​ຫລື​ທັງ​ໝົດ ແລະ​ອາດ​ມີ​ສ່ວນ​ໃນ​ການ​ກຳນົດເນື້ອ​ຫາ​ທີ່​ມາ​ຈາກ​ກອງ​ບັນ​ນາ​ທິ​ການ

ໃນ​ດ້ານ​ສັດ​ສ່ວນ​ງົບ​ປະ​ມານ​ສະໜັບ​ສະໜູນ​ສ​ະຖາ​ນີ ສຳ​ນັກ​ຂ່າວ Reuters ລະ​ບຸ​ວ່າ​ໃນ​ປີງ​ົບ​ປະ​ມານ 2022 CBC ໄດ້ຮັບ​ເງີນ​ສະໜັບ​ສະໜູນ​ຈາກ​ລັດຖະບານ​ປະມານ 1,240 ລ້ານ​ດອນ​ລາ ແຄ​ນາ​ດາ ຂະນະ​ທີ່​ລາຍ​ໄດ້​ຈາກ​ສ່ວນ​ອື່ນ (ໂຄດສະນາ ຄ່າ​ສະມາຊິກ ແລະ​ອື່ນໆ) ຢູ່​ທີ່ປະມານ 651.4 ລ້ານ​ດອນ​ລາ ​ແຄ​ນາ​ດາ

ທັງ​ນີ້ CBC ໄດ້​ຍຸດຕິ​ຄວາມ​ເຄື່ອນ​ໄຫວ​ເທິງ Twitter ລົງ​ຊົ່ວ​ຄາວ

ທີ່ມາ: https://www.reuters.com/business/media-telecom/canadas-cbc-says-twitter-not-serious-after-69-government-funded-media-label-2023-04-18/

No comments:

Post a Comment

Post Top Ad