Intel ປະກາດຢຸດການຜະລິດຊິບສຳຫລັບຂຸດ Bitcoin

Breaking

Post Top Ad

Post Top Ad

Wednesday, April 19, 2023

Intel ປະກາດຢຸດການຜະລິດຊິບສຳຫລັບຂຸດ Bitcoin


ມື້ວານນີ້ (18 ເມ​ສາ 2023) ອິນ​ເທວ (Intel) ບໍລິສັດ​ຜະລິດ​ຊິບ​ປະ​ກາ​ດວ່າ​ຈະຢຸດ​ການ​ຜະລິດ​ຊິບ​ຊີ​ຣີ Blockscale ສຳຫລັບ​ຂຸດ​ບິດ​ຄອຍ (Bitcoin) ໂດຍ​ຈະ​ຢຸດ​ຮັບ​ຄຳ​ສັ່ງ​ຊື້​ຕັ້ງ​ແຕ່ 20 ຕຸລາ 2023 ແລະ​ຈະ​ຢຸດ​ການ​ຈັດ​ສົ່ງ​ໃນ 20 ເມ​ສາ 2024 ຫຼັງ​ຈາກ​ການ​ເປີດ​ຕົວ​ມາ​ໄດ້ 1 ປີ ແຕ່​ຕ້ອງ​ເຈີ​ກັບ​ສະພາ​ວະ​ຕະຫ​ລາດ​ຂາ​ລົງ​ທີ່​ຍາວ​ນານ ແມ່ນແຕ່​ຊິບ CMP ຂອງ Nvidia ກໍ​ມີຍ​ອດ​ຂາຍຫ​ລຸດລົງ​ເຊັ່ນ​ກັນ

ອິນ​ເທວເຜີຍ​ວ່າ​ໄດ້​ໃຫ້​ຄວາມ​ສຳຄັນ​ກັບ​ການ​ລົງ​ທຶນ​ໃນ​ໂມ​ເດວ IDM 2.0 ສຳຫລັບ​ການ​ຜະລິດ​ຊິບ​ໃຫ້​ແກ່​ລູກ​ຄ້າ​ພາຍນອກ ທັງ​ນີ້​ບໍລິສັດ​ຈະ​ຍຸດຕິ​ການ​ຜະລິດ​ຊິບ Intel Blockscale 1000 ຊີ​ຣີ​ສຳຫລັບ​ເຄື່ອງ​ຂຸດ ASIC ແລະ​ຈະຍັງ​ຄົງ​ໃຫ້​ການ​ເບິ່ງ​ແຍງ​ສະໜັບ​ສະໜູນ​ລູກ​ຄ້າ​ທີ່​ໃຊ້​ຊິບ Blockscale ຕໍ່ໄປ ອີກ​ທັງ​ຈະ​ຍັງ​ຄົງ​ຕິດ​ຕາມ​ໂອ​ກາດ​ທາງ​ການຕະຫ​ລາດ​ໃນ​ອຸດສາຫະກຳ​ຄຣິບ​ໂຕ ສະຫລຸບ​ງ່າຍໆ ວ່າ​ຂໍ​ຢຸດ​ການ​ຜະລິດ​ໃນ​ຊ່ວງ​ຕ​ະຫລາດ​ຕົກ​ຕ່ຳ​ແລະ​ເມື່ອຕະຫ​ລາດ​ພຸ່ງ​ຈະ​ກັບ​ມາ​ຣຸ່ງ​ອີກ​ເທື່ອ

ອິນ​ເທວ​ມີ​ລູກ​ຄ້າ​ກຸ່ມ​ແລກ​ທີ່​ສັ່ງ​ຊິບ​ຊີ​ຣີ Blockscale ໄດ້​ແກ່ Argo Blockchain, Block, Hive Blockchain Technologies ແລະ GRIID Infrastructure

ທີ່ມາ: Intel ends its bitcoin mining chip series | Reuters

No comments:

Post a Comment

Post Top Ad