Microsoft ຊຸ່ມພັດທະນາຊິບ AI ຂອງຕົວເອງ

Breaking

Post Top Ad

Post Top Ad

Wednesday, April 19, 2023

Microsoft ຊຸ່ມພັດທະນາຊິບ AI ຂອງຕົວເອງ

The Information ລາຍ​ງານ​ຂ່າວ ເຜີຍ Microsoft ກຳ​ລັງ​ຊຸ່ມ​ພັດທະນາ Athena ຊິບ AI ຂອງ​ຕົວ​ເອງ ຊ່ວຍຫ​ລຸດ​ຄ່າ​ໃຊ້​ຈ່າຍ​ການ​ເທຣນ AI

Microsoft ກຳ​ລັງ​ພັດທະນາ​ຊິບ AI ຕົວ​ໃໝ່ ພາຍໃຕ້​ໂຄ້​ດ​ເນມ Athena ໂດຍ​ວິ​ສາວະກອນ​ຂອງ Microsoft ແລະ OpenAI ເລີ່ມ​ທົດສອບ​ຊິບ​ຕົວ​ນີ້​ໃນ​ການ​ເທຣນ Large Language Model ເຊັ່ນ GPT-4 ເປັນ​ທີ່​ຮຽບຮ້ອຍ​ແລ້ວ ການ​ເທຣນ Model AI ເປັນ​ຂັ້ນ​ຕອນ​ທີ່​ສຳຄັນ​ຂອງ​ການສ້າງ​ລະບົບ AI ຂຶ້ນ​ມາ ຂັ້ນ​ຕອນ​ນີ້​ຈຳ​ເປັນ​ຕ້ອງ​ໃຊ້​ຊິບ​ປະ​ມວນ​ຜົນ​ປະ​ສິດ​ທິ​ພາບ​ສູງ​ຈຳນວນ​ຫລາຍ ເປົ້າ​ໝາຍ​ຫຼັກ​ຂອງ Microsoft ຄື​ການ​ນຳ​ຊິບ​ຕົວ​ນີ້​ມາ​ຊ່ວຍ​ຫລຸດ​ຄ່າ​ໃຊ້​ຈ່າຍ​ຈາກ​ການ​ໃຊ້​ງານ​ຊິບ​ຂອງ​ຜູ້​ຜະລິດ​ພາຍນອກ ປັດຈຸບັນ​ຜູ້​ນຳ​ຕ​ະຫລາດ​ຊິບ​ສຳຫລັບ AI ຄື NVIDIA ທີ່​ມີ​ຜະລິດຕະພັນ​ຫຼັກ​ຄື H100 GPU ຊຶ່ງ​ເປີດ​ຕົວ​ໃນ​ປີ​ທີ່​ແລ້ວ ໂດຍ Athena ຈະ​ເຮັດໃຫ້ Microsoft ເຂົ້າ​ສູ່​ອົງກອນ​ທີ່​ພັດທະນາ​ຊິບ AI ຂຶ້ນ​ມາ​ໃຊ້​ງານ​ເອງ ເຊັ່ນ​ດຽວ​ກັບ​ບໍລິສັດ​ອື່ນ ເຊັ່ນ: Google, Meta ແລະ Amazon

ທີ່​ຜ່ານມາ Microsoft ໄດ້​ລົງ​ທຶນ​ກັບ OpenAI ໄປ​ແລ້ວ​ກວ່າ 1 ໝື່ນ​ລ້ານ​ຫລຽນ ມີ​ແຜນ​ທີ່​ຈະ​ນຳ​ເອົາ​ເທັກ​ໂນ​ໂລ​ຢີ AI ໃສ່​ເພີ່ມ​ເຂົ້າໄປ​ໃນ​ຫຼາຍ​ຜະລິດຕະພັນ ເຊັ່ນ Bing Search, Microsoft 365, Dynamics 365 ແລະ Security Copilot ຊຶ່ງ​ອາດ​ເຮັດໃຫ້​ຕ້ອງ​ມີ​ການ​ຈັດ​ຊື້ຮາດ​ແວ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ສູງ​ເຖິງ​ປີ​ລະ 1 ໝື່ນ​ລ້ານ​ຫລຽນ​ເລີຍ​ ຢ່າງໃດ​ກໍ​ຕາມ ຊິບ Athena ລຸ້ນທຳອິດ​ຄາດ​ວ່າ​ຈະ​ສຳເລັດ​ສົມບູນ​ໃນ​ຊ່ວງ​ຕົ້ນ​ປີ 2024 ແລະ​ໃນ​ຊ່ວງ​ເລີ່ມ​ຕົ້ນ​ນັ້ນ ບໍ່​ໄດ້​ວາງ​ເປົ້າ​ໝາຍ​ເພື່ອ​ມາ​ທົດ​ແທນ​ຊິບ​ຫຼັກ​ຂອງ NVIDIA ແຕ່​ຢ່າງ​ໃດ ໂດຍ Microsoft ຈະ​ນຳ​ເອົາ​ຊິບ​ຕົວ​ນີ້​ເຂົ້າ​ມາ​ເສີມ​ການ​ເຮັດ​ວຽກງານ ແລະ​ຈະ​ຄອຍ​ຖ້າ​ປັບ​ປຸງ​ຊິບ​ໃຫ້​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ​ຕໍ່ໄປ

ທີ່ມາ: Microsoft reportedly developing its own AI chip named ‘Athena’ - SiliconANGLE

No comments:

Post a Comment

Post Top Ad