ລາຄາ SXP ແລະ ICX ພຸ່ງທະຍານເປັນຕົວເລກກວ່າ 2 ຫຼັກ ຫຼັງນັກເທຣດຊາວເກົາຫຼີໃຕ້ແຫ່ຊື້ຢ່າງບ້າຄັ່ງ

Breaking

Post Top Ad

Post Top Ad

Wednesday, April 5, 2023

ລາຄາ SXP ແລະ ICX ພຸ່ງທະຍານເປັນຕົວເລກກວ່າ 2 ຫຼັກ ຫຼັງນັກເທຣດຊາວເກົາຫຼີໃຕ້ແຫ່ຊື້ຢ່າງບ້າຄັ່ງ

ວອນລຸ່ມ​ເທຣດ​ແລະ​ລາ​ຄາ​ຂອງ  Solar (SXP) ແລະ icon (ICX) ພຸ່ງ​ຂຶ້ນ​​ຢ່າງ​ຫລາຍ​ໃນ​ກະ​ດານ​ເທຣດ​ເກົາ​ຫຼີ​ໃຕ້ ຫຼັງ​ທັງ​ສອງ​ໂທ​ເຄນ​ໄດ້ຮັບ​ຄວາມ​ນິຍົມ​ຈາກ​ນັກ​ເທຣດ​ຊາວ​ເກົາ​ຫຼີ

ວອນ​ລຸ່ມ​ເທຣດ​ຂອງ​ທັງ 2 ໂທ​ເຄນ​ໃນ​ກະ​ດານ​ເທຣດ​ເກົາ​ຫຼີ ພຸ່ງ​ຂຶ້ນ​ຫລາຍກວ່າ 40% ໃນ​ຊ່ວງ 24 ຊົ່ວ​ໂມງ​ທີ່​ຜ່ານມາ​ດ້ວຍ​ວອນ​ລຸ່ມ​ເທຣດ​ຫຼາຍ​ຮ້ອຍ​ໂດ​ລາ ໂດຍ​ຄູ່​ເທຣດ ICX ມີວ​ອນ​ລຸ່ມ​ເທຣດ​ຫລາຍ​ທີ່ສຸດ​ເທິງ​ເວັບ​ເທຣດ Upbix ໂດຍ​ມີວ​ອນ​ລຸ່ມ​ເທຣດ​ເຖິງ 420 ລ້ານໂ​ດ​ລາ ​ຕາມ​ຂໍ້​ມູນ​ຈາກ CoinGecko ໃນ​ຂະນະ​ທີ່​ຄູ່​ເທຣດ SXP ມີວ​ອນ​ລຸ່ມ​ເທຣດ​ຢູ່​ທີ່ 490 ລ້ານ​ໂດລາ ຫລາຍກວ່າ​ຄູ່​ເທຣດ Bitcoin ແລະ Ethereum

ເບິ່ງ​ຄື​ວ່າ​ການ​ທີ່ Binance ກ່າວ​ເມື່ອ​ອາທິດ​ທີ່​ແລ້ວ​ວ່າ ຈະ​ສະໜັບ​ສະໜູນ​ການ​ໂຍກ​ຍ້າຍ SXP ໃນ​ອີກ​ບໍ່​ຈັກ​ມື້​ຂ້າງ​ໜ້າ ອາດ​ມີ​ສ່ວນ​ຊ່ວຍ​ກະຕຸ້ນ​ໃຫ້​ເກີດ​ຄວາມ​ສົນ​ໃຈ​ໃນ​ໂທ​ເຄນ​ດັ່ງ​ກ່າວ​ໃນ​ຂະນະ​ນີ້

ໃນ​ຂະນະ​ທີ່ ICX ໄດ້ຮັບ​ຄວາມ​ນິຍົມ​ຈາກ​ເກົາ​ຫຼີ​ໃຕ້​ຈາກ​ການ​ທີ່​ເຄືອ​ຂ່າຍ​ນີ້ ອະນຸຍາດ​ໃຫ້​ຜູ້​ໃຊ້​ງານ​ສາມາດ​ເຄື່ອນ​ຍ້າຍ​ໂທ​ເຄນ​ຂອງ​ຕົວ​ເອງ​ໄປຍັງ​ບ​ລັອກ​ເຊນ​ທີ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ໄດ້ ເຮັດໃຫ້​ສາມາດ​ໃຊ້ ICX ໃນ​ການ Staking, ໂຫວດ​ລົງ​ຄະ​ແນນ​ສຽງ​ໃນ​ເຄືອ​ຂ່າຍ ແລະ​ນຳ​ໄປ​ໃຊ້​ຄ້ຳ​ປະ​ກັນ​ເທິງ​ແພຼັດ​ຟອມ DeFi

ຂະນະ​ນີ້ SXP ມີ​ລາ​ຄາ​ຢູ່​ທີ່ 0.81 ໂດລາ ພຸ່ງ​ຂຶ້ນ 185% ໃນ​ຊ່ວງ 7 ວັນທີ​ຜ່ານມາ ແລະ​ມີ​ມູນ​ຄ່າຕະຫ​ລາດ​ຢູ່​ທີ່ 11.73 ລ້ານ​ໂດ​ລາ ມີວ​ອນ​ລຸ່ມ​ເທຣດ​ຢູ່​ທີ່ 169.65 ລ້ານ​ໂດລາ

ໃນ​ຂະນະ​ທີ່ ICX ມີ​ລາ​ຄາ​ຢູ່​ທີ່ 0.43 ໂດລາ ພຸ່ງ​ຂຶ້ນ 107% ໃນ​ຊ່ວງ 7 ວັນທີ​ຜ່ານມາ ແລະ​ມີ​ມູນ​ຄ່າຕະຫ​ລາດ​ຢູ່​ທີ່ 57.48 ລ້ານ​ໂດລາ ມີວ​ອນ​ລຸ່ມ​ເທຣດ​ຢູ່​ທີ່ 73.91 ລ້ານ​ໂດລາ


ທີ່ມາ: South Korean Traders Are Jumping on SXP, ICX Tokens (coindesk.com)


No comments:

Post a Comment

Post Top Ad