ນັກດ່າ Bitcoin ‘Peter Schiff’ ອອກໂຣງເຕືອນ ! “ການປັບຖານເທື່ອໃຫຍ່ຂອງ Bitcoin ກຳລັງຈະມາ”

Breaking

Post Top Ad

Post Top Ad

Wednesday, April 5, 2023

ນັກດ່າ Bitcoin ‘Peter Schiff’ ອອກໂຣງເຕືອນ ! “ການປັບຖານເທື່ອໃຫຍ່ຂອງ Bitcoin ກຳລັງຈະມາ”

ເມື່ອ​ຊ່ວງ​ເຊົ້າ​ຂອງ​ມື້​ນີ້ທ່ານ Peter Schiff ແຟນ​ພັນ​ແທ້​ທອງ​ຄຳ​ແລະ​ນັກ​ວິ​ຈານ Bitcoin ຕົວ​ພໍ່ ໄດ້​ອອກມາກ່າວ​ເຕືອນ​ເທິງ​ທະວິດ​ລ່າ​ສຸດ​ວ່າ “Bitcoin ກຳ​ລັງ​ຈະ​ມີ​ການ​ປັບ​ຖານ​ເທື່ອ​ໃຫຍ່”  

ຂ້ອຍ​ຄິດວ່າ​ສິນ​ຊັບ​ສ່ຽງ​ຈະ​ພັງ​ທະລາຍ​ຢ່າງ​ໜັກ​ໃນ​ບໍ່ຊ້າ ແລະ Bitcoin ຈະ​ເປັນ​ຜູ້​ນຳ​ໃນ​ແງ່​ຂອງ​ມູນ​ຄ່າ​ທີ່ລ່ວງ​ຫລຸດລົງ ໃນ​ຂະນະ​ທີ່​ທອງ​ຄຳ​ກຳ​ລັງ​ຈະ Breakout ແລະ​ ກາຍ​ເປັນ​ຜູ້​ນຳ​ໃນ​ດ້ານ​ຂອງ​ການ​ປ້ອງ​ກັນ​ຄວາມ​ສ່ຽງ​ຈາກ​ພາ​ວະ​ເງິນ​ເຟີ້” Schiff ກ່າວ

Schiff ຖື​ເປັນ​ແກນ​ນຳ​ຂອງ​ກຸ່ມ​ຜູ້​ຄົົນທີ່​ສົງໄ​ສ​ວ່າ Bitcoin ມີ​ສັກກະຍະ​ພາບ​ໃນ​ຖານະ​ການ​ລົງ​ທຶນໄລຍະຍາວ​ຫລື​ບໍ່ ໂດຍ​ໃນ​ທະວິດ​ກ່ອນ​ໜ້າ​ນີ້ທ່ານ Schiff ໄດ້​ກ່າວ​ໂຕ້​ແຍ້ງ​ວ່າ “ເຖິງ​ແມ້​ລາ​ຄາ Bitcoin ຈະ​ພຸ່ງ​ຂຶ້ນ 20% ຫຼັງ​ຈາກ​ການ​ປ່ຽນ​ແປງ​ນະໂຍບາຍ​ຂອງ Fed ແຕ່​ທອງ​ຄຳ​ກໍ​ຍັງ​ຄົງ​ເປັນ​ສິ່ງ​ທີ່​ຊ່ວຍ​ປ້ອງ​ກັນ​ຄວາມ​ສ່ຽງ​ຈາກ​ອັດຕາ​ເງີນ​ເຟີ້​ໄດ້​ດີກວ່າ”

ຂະນະ​ດຽວ​ກັນ Schiff ກໍ​ເຊື່ອ​ວ່າ ການ​ທີ່​ລາ​ຄາ​ທອງ​ຄຳ​ເພີ່ມ​ຂຶ້ນ​ເທື່ອ​ລະ​ນ້ອຍ​ນັ້ນ ເປັນ​ສິ່ງ​ທີ່​ຢັ່ງ​ຢືນ​ຍິ່ງ​ກວ່າ​ການ​ທີ່ Bitcoin ກາຍ​ເປັນ​ພາດ​ຫົວ​ຂ່າວ ນອກ​ຈາກ​ນີ້​ທ່ານຍັງ​ຊີ້​ໃຫ້​ເຫັນ​ດ້ວຍ​ວ່າ Bitcoin ມີ volume ການ​ຊື້​ຂາຍ​ທີ່​ເບົາ​ບາງ​ກວ່າ​ທອງ​ຄຳ ຊຶ່ງ​ອາດ​ນຳ​ໄປ​ສູ່​ຄວາມ​ສ່ຽງ​ໃນ​ອະນາຄົດ

ນອກ​ຈາກ​ນີ້ Schiff ຍັງ​ເຕືອນ​ສະຕິ​ແຟນ​ຕົວ​ຢົງ​ຂອງ Bitcoin ຢ່າງ Michael Saylor CEO MicroStrategy ດ້ວຍ​ວ່າ ພວກ​ທ່ານ​ຈະ​ເຮັດ​ຢ່າງໃດ​ເມື່ອ​ມູນ​ຄ່າ​ຂອງ Bitcoin ລ່ວງ​ຫລຸດລົງ​ຕ່ຳ​ກວ່າ 3,800 ໂດລາ

ທີ່ມາ: Peter Schiff Warns Bitcoin Will "Break Down Hard" (u.today)

No comments:

Post a Comment

Post Top Ad