ວິໄຈເຜີຍການໂອນເງີນຂ້າມປະເທດດ້ວຍ Crypto ເສຍຄ່າທຳນຽມຖືກກວ່າການໂອນເງີນຜ່ານທນາຄານເຖິງ 97%

Breaking

Post Top Ad

Post Top Ad

Wednesday, April 5, 2023

ວິໄຈເຜີຍການໂອນເງີນຂ້າມປະເທດດ້ວຍ Crypto ເສຍຄ່າທຳນຽມຖືກກວ່າການໂອນເງີນຜ່ານທນາຄານເຖິງ 97%

 ວິ​ໄຈ​ລ່າ​ສຸດ​ທີ່​ຈັດ​ເຮັດ​ໂດຍ​ກະ​ດານ​ເທຣດ​ຄຣິບໂຕ​ຄົນຍັກ​ໃຫຍ່ Coinbase ຕັ້ງ​ຂໍ້​ສັງເກດ​ວ່າ ຜູ້​ບໍ​ລິ​ໂພກ​ໃນ​ສະ​ຫະລັດ​ອາ​ເມ​ລິ​ກາ​ທີ່​ໂອນ​ເງີນ​ຜ່ານ​ທະ​ນາ​ຄານ​ລະຫວ່າງ​ປະເທດ​ຕ້ອງ​ເສຍ​ຄ່າ​ທຳນຽມ​ຈາກ​ການ​ໂອນ​ເງີນ​ຫລາຍກວ່າ 12,000 ລ້ານ​ໂດລາ​ຕໍ່​ປີ

ຈາກ​ການ​ວິ​ໄຈ​ຂອງ​ກະ​ດານ​ເທຣດ “ອັດຕາ​ຄ່າ​ທຳນຽມ​ສະເລ່ຍຂອງ​ສະ​ຫະລັດ ຢູ່​ທີ່ 6.18% ນັ້ນ​ໝາຍ​ຄວາມ​ວ່າ ການ​ໃຊ້​ຈ່າຍ​ສະເລ່ຍ​ຕໍ່​ປີ​ຂອງ​ຊາວ​າ​ເມ​ລິກາ​ມີ​ແນວ​ໂນ້ມ​ໃກ້​ຄຽງ​ກັບ​ຄ່າ​ທຳນຽມ​ການ​ໂອນ​ເງີນ​ທີ່​ຈຳນວນ 1.2 ໝື່ນ​ລ້ານໂດລາ” ໂພ​ສ​ໄດ້​ລະ​ບຸ​ຕໍ່ໄປ​ວ່າ ເວລາ​ສະເລ່ຍ​ໃນ​ການເຮັດ​ທຸລະ​ກຳ​ມີ​ຕັ້ງ​ແຕ່ 1 ເຖິງ 10 ມື້ ໃນ​ຂະນະ​ທີ່​ການເຮັດ​ທຸລະ​ກຳ cryptocurrency ໃນ​ລັກສະນະ​ຄ້າຍ​ກັນ​ມັກ​ຈະ​ໃຊ້​ເວລາ​ພຽງ 10 ນາ​ທີ

ໃນ​ການເຮັດ​ທຸລະ​ກຳ​ລະຫວ່າງ​ປະເທດ ການ​ຊຳ​ລະ​ເງີນ​ດ້ວຍ​ວິທີ​ແບບ​ດັ້ງ​ເດີມຖື​ເປັນ “ການ​ພ່າຍແພ້​ທັງ​ຂຶ້ນ​ທັງ​ລ່ອງ” ເພາະ​ໂດຍ​ທົ່ວ​ໄປ ການ​ຊຳ​ລະ​ເງີນ​ດ້ວຍ​ວິທີ​ແບບ​ດັ້ງ​ເດີມ​ຕ້ອງ​ເສຍ​ທັງ​ຄ່າ​ທຳນຽມ​ໃນ​ການ​ໂອນ​ແລະ​ຄ່າ​ທຳນຽມ​ຈາກ​ການ​ແປງ​ສ​ະກຸນ​ເງິນ​ເພື່ອ​ແລກ​ປ່ຽນ​ໄປ​ເປັນ​ສະ​ກຸນ​ເງິນ​ຕ່າງໆ

ເຊິ່ງ​ທຸລະ​ກຳ​ທີ່​ໃຊ້ Cryptocurrency ມີ​ແນວ​ໂນ້ມ​ທີ່​ຈະ​ເສຍ​ຄ່າ​ໃຊ້​ຈ່າຍ​ນ້ອຍ​ກວ່າ​ຫລາຍ ຈາກ​ຂໍ້​ມູນ​ຂອງ Coinbase ສະແດງ​ໃຫ້​ເຫັນ​ວ່າ ຄ່າ​ທຳນຽມ​ການເຮັດ​ທຸລະ​ກຳ​ຂອງ Bitcoin ສະເລ່ຍ​ຢູ່​ທີ່ 1.50 ໂດລາ ແລະ Ethereum  ສະເລ່ຍຢູ່​ທີ່ 0.75 ໂດລາ 

ຄ່າ​ທຳນຽມ​ດັ່ງ​ກ່າວ​ອາດ​ຕ່ຳ​ກວ່າ​ຄ່າ​ທຳນຽມ​ການ​ໂອນ​ເງີນ​ແບບ​ດັ້ງ​ເດີມ ເຊິ່ງ​ອ້າງ​ອິງ​ຈາກ 6he World Bank ໂດຍ​ສະເລ່ຍ​ຢູ່​ທີ່ 6.3% ຈາກ​ການ​ປະ​ມານ​ການ​ຂອງ Coinbase ການ​ສົ່ງ​ເງີນ​ຜ່ານ BTC ແລະ ETH ນັ້ນ​ຖືກ​ກວ່າ​ວິທີ​ການ​ໂອນ​ເງີນ​ແບບ​ດັ້ງ​ເດີມ​ເຖິງ 96.7%

ນອກ​ຈາກ​ນີ້​ລາຍ​ງານ​ວິ​ໄຈຍັງ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຍາກ​ລຳ​ບາກ​ບາງ​ປະ​ການ​ທີ່​ຜູ້​ຄົນ​ຈຳນວນ​ກວ່າ 1 ພັນ​ລ້ານ​ຄົນ​ຕ້ອງ​ເສຍ​ເວລາ​ຍາວ​ນານ​ຈາກ​ໂອນ​ເງີນ​ລະຫວ່າງ​ປະເທດ ດັ່ງ​ນັ້ນ​ຈຶ່ງ​ເປັນ​ໄປ​ໄດ້​ວ່າ​ຄຣິບໂຕ​ຈະ​ຊ່ວຍ​ກາຍ​ເປັນ​ທາງ​ອອກ​ໃຫ້​ກັບ​ຜູ້​ຄົົນທີ່​ຕ້ອງ​ການ​ສົ່ງ​ເງີນ​ວ່ອງໄວ​ແລະ​ມີ​ຄ່າ​ທຳນຽມ​ລາ​ຄາ​ຖືກ

ທີ່ມາ: Crypto could eliminate 97% of traditional remittance fees: Coinbase (cointelegraph.com)

No comments:

Post a Comment

Post Top Ad