ເປີດຕົວ OnePlus Nord CE 3 Lite 5G

Breaking

Post Top Ad

Post Top Ad

Wednesday, April 5, 2023

ເປີດຕົວ OnePlus Nord CE 3 Lite 5G

 

OnePlus Nord CE 3 Lite ຈະ​ມາ​ພ້ອມ OxygenOS 13.1 ທີ່​ຄອບ​ທັບ Android 13 ໂດຍ​ໃຊ້​ຊິບ Snapdragon 695 ເຊັ່ນ​ເດີມ​ກັບ​ລຸ້ນ​ປີ 2022 ມີ​ແຣມ 8GB ແລະ​ຫນ່ວຍ​ຄວາມ​ຈຳ​ແບບ UFS 2.2 128GB ຫລື 256 GB ເຊິ່ງ​ສາມາດ​ໃສ່ memory card ເພື່ອ​ເພີ່ມ​ຄວາມ​ຈຸ​ໄດ້​ສູງ​ສຸດ 1TB

ຈຸດ​ເດັ່ນ​ຂອງ​ລຸ້ນ​ນີ້​ຢູ່​ທີ່​ກ້ອງ​ຫຼັກ​ຄວາມ​ລະອຽດ 108 ລ້ານ​ພິກ​ເຊລ ຈາກ​ເຊນ​ເຊ​ີ ISOCELL HM6 1/1.67 ສາມາດ​ຊູມ​ພາບ​ໂດຍ​ບໍ່​ເສຍ​ຄຸນນະພາບ​ສູງ​ສຸດ 3 ເທົ່າ (lossless zoom) ແລະ​ສາມາດ​ຊູມ​ແບບ​ດິ​ຈິ​ຕອນ​ໄດ້​ສູງ​ສຸດ 6 ເທົ່າ ສ່ວນ​ກ້ອງ​ຫຼັງ​ອີກ 2 ຕົວ ນັ້ນ​ໄດ້​ແກ່ ເລນ​ມາ​ໂຄຣ 2 ລ້ານ​ພິກ​ເຊລ ແລະ​ເຊນ​ເຊີຈັບ​ຄວາມ​ເລິກ 2 ລ້ານ​ພິກ​ເຊລ



ເມື່ອ​ທຽບ​ກັບ​ລຸ້ນ​ກ່ອນ​ແລ້ວ OnePlus Nord CE 3 Lite ຈະ​ມີ​ໜ້າ​ຈໍ​ທີ່​ດີ​ຂຶ້ນ​ຈາກ​ເກົ່າ​ໂດຍ​ເປັນ​ຈໍ LCD 6.72 ຄວາມ​ລະອຽດ FHD+ (20:9, 8-bit) ພ້ອມ​ຣີ​ເຟ​ຣດ​ເຣດ 120Hz ແລະ​ອັດຕາ​ການ​ຕອບສະຫນອງ​ຕໍ່​ການ​ສຳ​ຜັດ 240Hz ໜ້າ​ຈໍ​ສາມາດ​ໃຫ້​ຄວາມ​ສະຫວ່າງ​ໄດ້ 550 ນິ​ດ ແລະ​ສູງ​ສຸດ​ທີ່ 680 ນິດ ໂດຍ​ແຜງ​ໜ້າ​ຈໍ​ຂອງ​ລຸ້ນ​ນີ້​ຈະ​ມີແກ້ວກະ​ຈົກ​ກັນ​ແຕກ Gorilla Glass ທີ່​ບໍ່​ໄດ້​ລະ​ບຸ​ເວີ​ຊັນ​ເປັນ​ຕົວ​ປ້ອງ​ກັນ​ດ້ານ​ນອກ



ໃນ​ດ້ານ​ຂະໜາດ​ແລະ​ນ້ຳ​ໜັກ​ພ​ົບວ່າ Nord CE 3 Lite ມີ​ຄວາມ​ບາງ​ລຸດລົງ​ເຫຼືອ 8.3 ມມ. ຈາກ​ເດີມ 8.5 ມມ. ແຕ່​ຍັງ​ຄົງ​ມີ​ນ້ຳ​ໜັກ​ເທົ່າ​ເດີມ​ທີ່ 195 ກຣາມ ພາຍ​ໃນ​ຕິດ​ຕັ້ງ​ແບັດ​ເຕີ​ຣີ່​ຄວາມ​ຈຸ 5,000 mAh ພ້ອມ​ຮອງ​ຮັບ​ການ​ສາກໄວ SuperVOOC 67W ສາມາດສາກ​ເຖິງ 80% ໄດ້​ພາຍ​ໃນ 30 ນາ​ທີ ແລະຍັງ​ຄົງ​ມີ​ພອດ​ຫູ​ຟັງ 3.5 ມມ. ຢູ່


OnePlus Nord CE 3 Lite ຈະ​ມີ 2 ຕົວ​ເລືອກ​ສີ ໄດ້​ແກ່ ສີ​ຂຽວ​ມະ​ນາວ (Pastel Lime) ແລະ​ສີ​ເທົາ​ໂຄຣ​ມາ​ຕິກ (Chromatic Gray) ໂດຍ​ເວີ​ຊັນ 8/128GB ຈະ​ວາງ​ຂາຍ​ໃນ​ລາ​ຄາ 330 ຢູ​ໂຣ

ທີ່ມາ: OnePlus unveils the Nord CE 3 Lite with 108MP camera and 67W charging - GSMArena.com news


No comments:

Post a Comment

Post Top Ad