Microsoft ເປີດຕົວ Edge Workspaces ໃຫ້ໃຊ້ງານແບບ Public Preview ແລ້ວ

Breaking

Post Top Ad

Post Top Ad

Thursday, April 6, 2023

Microsoft ເປີດຕົວ Edge Workspaces ໃຫ້ໃຊ້ງານແບບ Public Preview ແລ້ວ

Microsoft ເປີດຕົວ Edge Workspaces ໃຫ້ໃຊ້ງານແບບ Public Preview ແລ້ວ

ກ່ອນ​ໜ້າ​ນີ້​ໃນ​ງານ Microsoft Ignite ໄດ້​ມີ​ການ​ເປີດ​ຕົວ​ຟີ​ເຈີ Microsoft Edge Workspaces ທີ່ຊ່ວຍ​ໃຫ້​ການ​ເຮັດ​ວຽກ​ແບບ​ທີມ​ນັ້ນ​ມີ​ຄວາມສະດວກ​ສະບາຍ​ຫລາຍ​ຂຶ້ນ ສ້າງ​ເປັນ Workspace ສຳຫລັບ​ການ​ເຮັດ​ວຽກ ຮອງ​ຮັບ​ການ​ແຊ Browser Tabs ພາຍ​ໃນ​ທີມ​ລວມ​ເຖິງ​ໄຟລ​໌​ງານ Microsoft 365 ໄດ້​ຈາກ​ຈຸດ​ດຽວ ຜູ້​ໃຊ້​ງານ​ສາມາດ​ເຂົ້າ​ເບິ່ງ​ໜ້າ​ເວັບ​ດຽວ​ກັນ​ທີ່​ອັບ​ເດດ​ໄດ້​ແບບ Realtime ເຊິ່ງ​ຜູ້​ໃຊ້​ງານ​ແຕ່​ລະ​ຄົນ​ຈະ​ຕ້ອງ​ລົງ​ຊື່​ເຂົ້າ​ໃຊ້​ງານ​ຜ່ານ​ບັນ​ຊີ Microsoft Account ເພື່ອ​ເຂົ້າ​ໃຊ້​ງານ​ຮ່ວມ​ກັນ ລະບົບ​ຈະ​ບໍ່​ມີ​ການ​ແຊໜ້າ​ຈໍ​ຫລື​ຂໍ້​ມູນ​ສຳຄັນ ເຊັ່ນ: ລະຫັດ​ຜ່ານ, Session Cookies ລະຫວ່າງ​ການ​ໃຊ້​ງານ ສ່ວນ​ຜູ້​ໃຊ້​ງານອົງກອນ​ນ​ັ​້​ຈະ​ສາມາດ​ແຊຂໍ້​ມູນ​ລະຫວ່າງ​ຜູ້​ໃຊ້​ງານ​ພາຍໃຕ້ Azure AD tenant ດຽວ​ກັນ​ເທົ່າ​ນັ້ນ

ຜູ້​ທີ່​ສົນ​ໃຈ​ສາມາດ​ທົດສອບ​ໃຊ້​ງານ Microsoft Edge Workspaces ແບບ Public Preview ໄດ້​ແລ້ວ ໂດຍ​ຈະ​ຕ້ອງ​ເຂົ້າ​ໃຊ້​ງານ​ຜ່ານ​ບັນ​ຊີ Microsoft Account ເທິງ Microsoft Edge ເວີຊັນ 111.0.1661.51 ຫລື​ສູງ​ກວ່າ ແລະ ​ສາມາດ​ເຊີນ​ຜູ້​ໃຊ້​ງານຜູ້​ອື່ນ​ເຂົ້າ​ຮ່ວມ​ທົດສອບ​ໄດ້​ອີກ 5 ຄົນ

ທີ່ມາ: Microsoft Edge Workspaces public preview is now available - Microsoft Edge Blog (windows.com) 

No comments:

Post a Comment

Post Top Ad