ເຂົ້າຜັດກຸ້ງຫໍ່ໄຂ່

Breaking

Post Top Ad

Post Top Ad

Friday, October 13, 2017

ເຂົ້າຜັດກຸ້ງຫໍ່ໄຂ່

ເຂົ້າຜັດກຸ້ງຫໍ່ໄຂ່
ວິທີເຮັດເຂົ້າຜັດກຸ້ງຫໍ່ໄຂ່

ສ່ວນ​ປະສົມ​ ເຂົ້າ​ຜັດ​ກຸ້ງ​

  1. ເຂົ້າ​ງາມ​ຫຸງ​ໃຫ້​ແຂງ​ໜ້ອຍໜຶ່ງ​ຕັກ​ອອກ​ພັກ​ໄວ້​ໃຫ້​ເຢັນ​ 1 ຖ້ວຍ​
  2. ຫອມ​ຫັວ​ໃຫຍ່​ຫັ່ນ​ເປັນ​ສີ່​ຫຼ່ຽມ​ລູກ​ເຕົ໋າ​ 2 ບ່ວງ​ໂຕະ​
  3. ໝາກ​ເຂືອ​ເທດ​ ຫັ່ນ​ເປັນ​ສີ່​ຫຼ່ຽມ​ລູກ​ເຕົ໋າ​ 1 ບ່ວງ​ໂຕະ​
  4. ແຄລອດ​ ຫັ່ນ​ເປັນ​ສີ່​ຫຼ່ຽມ​ລູກ​ເຕົ໋າ​ 1 ບ່ວງ​ໂຕະ​
  5. ກະ​ທຽມ​ກີບ​ນ້ອຍ​ສັບໃຫ້​ລະອຽດ​ 1-2 ກີບ​
  6. ໄຂ່​ໄກ່​ 1 ຟອງ​
  7. ກຸ້ງ​ຕົວ​ນ້ອຍ​ 1/3 ຖ້ວຍ​
  8. ຫອມ​ຜັກ​ຊີ​ຊອຍ​ 1 ບ່ວງ​ໂຕະ​
  9. ນ້ຳ​ມັນ​ພືດ​ ½ ບ່ວງ​ໂຕະ​
  10. ເກືອ​ 1/8 ບ່ວງ​ໂຕະ​
  11. ນ້ຳ​ຕານ​ ¼ ບ່ວງ​ໂຕະ​
  12. ນ້ຳ​ມັນ​ຫອຍ ​½ ບ່ວງ​ໂຕະ​
  13. ຊອດ​ປຸງລົດ​ 1/4 ບ່ວງ​ໂຕະ​
  14. ພິກ​ໄທ​ປົ່ນ​ເລັກນ້ອຍ
ວິທີ​ເຮັດ​ ເຂົ້າ​ຜັດ​ກຸ້ງ​
  1. ຕັ້ງ​ກະ​ທະ​ໃສ່​ນ້ຳ​ມັນ​ພືດ​ນ້ອຍໜຶ່ງ​ດ້ວຍ​ໄຟ​ອ່ອນ​ ພ​ໍຮ້ອນ​ແລ້ວ​ໃສ່​ໄຂ່ລົງໄປແລ້ວຄົນ​ໃຫ້​ກະ​ຈາຍ​ເປັນ​ແຜ່ນ
  2. ຈາກ​ນັ້ນ​ໃສ່​ຫອມ​ຫັວ​ໃຫຍ່​ ກະ​ທຽມ​ສັບ​ ແຄລອດ​ແລະ​ໝາກເຂືອ​ເທດ​ລົງ​ໄປ​ ຜັດ​ໃຫ້​ໄດ້​ກິ່ນ​ຫອມ​ຂອງ​ຫັວ​ຫອມ​ແລ້ວ​ຈຶ່ງ​ໃສ່​ກຸ້ງ​ ໃຫ້ຜັດ​ຈົນ​ກຸ້ງ​ເກືອບ​ສຸກ​ແລ້ວ​ຈຶ່ງ​ໃສ່​ເຂົ້າ​ລົງໄປ
  3. ເລັ່ງ​ເປັນ​ໄຟ​ໃຫ້ແຮງ​ ແລ້ວຜັດ​ເຂົ້າ ​ແລະ ​ສ່ວນ​ປະສົມ​ໃຫ້​ເຂົ້າ​ກັນ​ 
  4. ຈາກ​ນັ້ນ​ເປີດ​ເປັນ​ໄຟ​ອ່ອນ​ ແລ້ວ​ຈຶ່ງ​ໃສ່​ເຄື່ອງ​ປຸງ​ທຸກ​ຢ່າງ​ລົງໃສ່
  5. ເປີດ​ໄຟ​ໃຫ້​ແຮງ​ອີກ​ເທື່ອ​ໜຶ່ງແລ້ວຜັດ​ຈົນ​ເຂົ້າ​ກັນ​ດີ​ ປິດ​ໄຟ​ ຕັກ​ໃສ່​ຈານໄວ້​
ສ່ວນ​ປະສົມ​ ໄຂ່​ສຳລັບ​ຫໍ່​
  1. ໄຂ່​ໄກ່​ 2 ຟອງ​
  2. ນົມ​ສົດ​ 1 ບ່ວງ​ໂຕະ​
  3. ເກືອ ​
  4. ນ້ຳ​ມັນ​ພືດ​ 1 ບ່ວງ​ໂຕະ​

ວິທີ​ເຮັດ​ເຂົ້າ​ຫໍ່​ໄຂ່​ (ສູດ​ນີ້​ສາມາດ​ຫໍ່​ໄດ້​ 2 ຫໍ່​)

  1. ຕີ​ໄຂ່​ ນົມ​ ແລະ ​ເກືອ​ ແຄລອດໃຫ້​ເຂົ້າ​ກັນ​
  2. ຕັ້ງ​ກະ​ທະ​ໃສ່​ນ້ຳ​ມັນ​ 1/2 ບ່ວງ​ໂຕະ​ດ້ວຍ​ໄຟ​ອ່ອນ​ໃສ່​ໄຂ່​ເຄິ່ງທຳອິດ​ລົງ​ໄປ​ ຄ່ອຍ​ໆ​ໝຸນ​ກະ​ທະ​ຈົນ​ໄຂ່​ແຜ່​ເປັນ​ແຜ່ນ​ບາງ​ …ທີ່​ສຳຄັນ​ຄື​ຕ້ອງ​ໃຊ້​ໄຟ​ອ່ອນ​ໄຂ່​ຈຶ່ງ​ຈະ​ເຫຼືອງ​ງາມ​ ພໍ​ໄຂ່​ສຸກ​ແລ້ວປິດ​ໄຟ​
  3. ຕັກ​ເຂົ້າ​ຜັດ​ປະ​ມານ​ 1/2 ຖ້ວຍ​ ໃສ່​ສູນກາງ​ ແລ້ວ​ພັບ​ຂອບ​ໄຂ່​ຫໍ່​ເຂົ້າ​ໃຫ້ເປັນ​ສີ່​ຫຼ່ຽມ​ ກົດ​ໃຫ້​ໄຂ່​ຢູ່ຕົວ​ ຈາກ​ນັ້ນ​ໃຊ້​ຈານ​ປິດ​ກະ​ທະ​ເພື່ອຂວ່ຳ​ໄຂ່​ທີ່​ຫໍ່​ເຂົ້າ​ຮຽບຮ້ອຍ​ແລ້ວ​ໃສ່​ໃນ​ຈານ​

No comments:

Post a Comment

Post Top Ad