ສຸດຍອດສະໝຸນໄພດັບພິດ ແລະ ລົດໄຂ້

Breaking

Post Top Ad

Post Top Ad

Wednesday, October 18, 2017

ສຸດຍອດສະໝຸນໄພດັບພິດ ແລະ ລົດໄຂ້

ໃບຢານາງ

ໃບຍານາງ ຫຼື ຍານາງ 



ໃບຍານາງ ຫຼື ຍານາງ 

ເປັນໄມ້ເຄືອຂະໜາດນ້ອຍທີ່ຄົນບູຮານນິຍົມນຳມາໃຊ້ປະໂຫຍດໃນດ້ານການເຮັດອາຫານ ໂດຍສະເພາະສ່ວນຂອງໃບທີ່ນິຍົມນຳມາຕຳຫຼືບົດເພື່ອຄັ້ນນ້ຳຈາກໃບມາໃຊ້ສຳລັບປຸງອາຫານເຮັດເຮັດໃຫ້ເພີ່ມລົດຊາດ ມີລົດຫວານທຳມະຊາດ ສີອາຫານຂຽວເຂັ້ມອອກດຳ ແລະ ມີລັກສະນະຂຸ້ນເປັນຢາງ ປະໂຫຍດຂອງຢານາງ - ສ່ວນທີ່ເປັນໃບຢານາງໃຊ້ນຳມາຄັ້ນນ້ຳສຳລັບປະກອບອາຫານ ເຊັ່ນ ແກງໜໍ່ໄມ້ ແກງອ່ອມ ແກງ - ໃບນຳມາຕາກແຫ້ງ ແລະ ບົດ ໃຊ້ຊົງເປັນຊາດືມ - ເຄືອໃຊ້ເປັນເຊືອກ ສຳພະຄຸນຂອງຢານາງ ໃນພາກພື້ນອາຊີນິຍົມນຳໃບຢານາງມາປະກອບອາຫານຫຼາຍ ໂດຍສະເພາະແກງໜໍ່ໄມ້ ແລະ ເມນູອາຫານອື່ນທີ່ໃຊ້ໜໍ່ໄມ້ ເນື່ອງຈາກສານໃນໃບຢານາງມີລິດຕ້ານກົດຢູຮິດໃນໜໍ່ໄມ້ບໍ່ໄດ້ ເຮັດໃຫ້ໜໍ່ໄມ້ມີລົດຊາດເປັນຕາແຊບຫຼາຍຂຶ້ນ ຢານາງ, ໃບຢານາງ, ດັບພິດ, ລົດໄຂ້, ສະໝຸນໄພ ຮາກຢານາງ ຮາກຢານາງມາຕົ້ມຫຼືຝົນປະສົມກັບນ້ຳດື່ມ ມີສັບພະຄຸນຫຼາຍດ້ານ ໄດ້ແກ່ - ແກ້ດັບກະຫາຍ - ບັນເທົາອາການໄຂ້ ແກ້ໄຂ້ຈັບສັ່ນ - ແກ້ໄຂ້ຮາກສາດ ໄຂ້ມາລາເຮຍ ໄຂ້ສັນນິບາດ ໄຂ້ທັບຮະດູ - ແກ້ອີສຸກອີໃສ ຕຸ່ມຜື່ນ ຝີ - ຖອນຜິດເມົາຄ້າງ ເມົາເຫຼົ້າ - ບັນເທົາອາການຖອກທ້ອງ ທ້ອງເສຍ - ບຳລຸງຫົວໃຈ - ຖອນຜິດ ແລະ ລົດພິດຈາກພືດ ສັດ - ຊ່ວຍຂັບສານພິດໃນຮ່າງກາຍ - ຖອນພິດຜິດສຳແດງ - ບຳລຸງຫົວໃຈ ແກ້ໂລກຫົວໃຈບວມ - ແກ້ເລືອດດັງອອກ ລຳຕົ້ນຢານາງ ລຳຕົ້ນນຳມາຕົ້ມຫຼືບົດ ຄັ້ນນຳດື່ມ ອອກລິດທາງຢາ ໄດ້ແກ່ - ບັນເທົາອາການໄຂ້ ລົດພິດຮ້ອນ - ບັນເທົາອາການພິດຈາກພືດ ເຫັດ ແລະ ຊ່ວຍຂັບສານພິດຢາຂ້າແມງໄມ້ໃນຮ່າງກາຍ - ແກ້ລີ້ນເປັນຝ້າຂາວ ລີ້ນແຂງກະດ້າງ - ໂລກປວດຂໍ້ ປວດກະດູກ - ບັນເທົາອາການທ້ອງເສຍ ໃບຢານາງ ນຳໃບມາບົດເອົານ້ຳສົດໆ ຫຼື ນຳມາຕົ້ມນ້ຳດື່ມ ລວມເຖີງໃບຕາກແຫ້ງອັດໃສ່ແຄບຊູນຮັບປະທານ ມີລິດໃນທາງຢາຫຼາຍດ້ານ ໄດ້ແກ່ - ບັນເທົາອາການຮ້ອນໃນ - ບັນເທົາອາການເປັນໄຂ້ ຕົວຮ້ອນ - ບັນເທົາໄຂ້ຮາກສາດ ໄຂ້ຝີ - ລົດພິດຢາຂ້າແມງໄມ້ໃນຮ່າງກາຍ ແລະ ຖອນພິດອື່ນໆ

No comments:

Post a Comment

Post Top Ad