ໃນຊ່ວງຫຼາຍປີທີ່ຜ່ານມານີ້
ໜຶ່ງໃນເທັກໂນໂລຢີທີ່ຜູ້ໃຫ້ບໍລິການ Cloud ລະດັບໂລກທັງຫຼາຍບໍ່ວ່າຈະເປັນ Microsoft,
Google, AWS ແລະ IBM ຕ່າງກໍໃຫ້ຄວາມສຳຄັນໃນການວິໄຈ ແລະ ພັດທະນາເຄື່ອງມືຕ່າງໆ
ຂຶ້ນມາຮອງຮັບການໃຊ້ງານຈິງໃນລະດັບ Commercial ນັ້ນ ກໍຄື Homomorphic Encryption ຫລືເທັກໂນໂລຢີການເຂົ້າລະຫັດຂໍ້ມູນທີ່ຍັງເປີດໃຫ້ຜູ້ໃຊ້ງານສາມາດທຳການວິເຄາະຂໍ້ມູນໄດ້ຢູ່ນັ້ນເອງ
ເທັກໂນໂລຢີ
Homomorphic
Encryption ນີ້ຖືກຄິດຄົ້ນຂຶ້ນໂດຍ Craig
Gentry ອະດີດນັກວິໄຈຈາກ IBM ທີ່ຕີພິມເປເປີຢູ່ທີ່ https://crypto.stanford.edu/craig/easy-fhe.pdf
ໂດຍເທັກໂນໂລຢີດັ່ງກ່າວນີ້ຈະຊ່ວຍແກ້ບັນຫາຂອງຜູ້ໃຫ້ບໍລິການ
Cloud
ໃນປັດຈຸບັນ ທີ່ເຖິງວ່າຈະມີພະລັງປະມວນຜົນ
ແລະ ເທັກໂນໂລຢີອື່ນໆ ສຳລັບຊ່ວຍໃນການວິເຄາະຂໍ້ມູນຫລວງຫລາຍ ແຕ່ທຸລະກິດຈຳນວນຫລາຍກັບບໍ່ກ້ານຳຂໍ້ມູນສຳຄັນຂຶ້ນມາວິເຄາະເທິງ
Cloud
ເພາະຫາກຂໍ້ມູນຮົ່ວໄຫຼອອກໄປກໍອາດສ້າງຄວາມເສຍຫາຍຢ່າງຄາດບໍ່ເຖິງແກ່ທຸລະກິດໄດ້
ໂດຍທັ່ວໄປແລ້ວການເຂົ້າລະຫັດຂໍ້ມູນນັ້ນຈະເຮັດໃຫ້ຂໍ້ມູນເຫຼົ່ານັ້ນບໍ່ສາມາດຖືກວິເຄາະໄດ້ຈົນກວ່າຈະຖອດລະຫັດຂໍ້ມູນອອກມາກ່ອນ
ຊຶ່ງຂັ້ນຕອນນີ້ເອງກໍອາດເຮັດໃຫ້ເກີດຄວາມສ່ຽງທີ່ຂໍ້ມູນຈະຮົ່ວໄຫຼໄດ້
ດັ່ງນັ້ນຫາກທຸລະກິດໃດ ໃຫ້ຄວາມສຳຄັນກັບຄວາມຫມັ້ນຄົງປອດໄພຂອງຂໍ້ມູນຫລາຍໆແລ້ວ
ກໍອາດຕ້ອງແລກກັບຄວາມສາມາດໃນການວິເຄາະຂໍ້ມູນບາງສ່ວນໄປ ໂດຍສະເພາະຢ່າງຍິ່ງໃນປັດຈຸບັນນີ້ທີ່ປະເດັນດ້ານ
Data
Privacy ກຳລັງເປັນທີ່ຈັບຕາເບິ່ງຈາກທັ່ວໂລກ
Homomorphic Encryption ນີ້ເປັນເທັກໂນໂລຢີການເຂົ້າລະຫັດຂໍ້ມູນທີ່ຈະເປີດໃຫ້ຜູ້ທີ່ຕ້ອງການວິເຄາະຂໍ້ມູນຊຶ່ງຖືກເຂົ້າລະຫັດເອົາໄວ້ຢູ່ນັ້ນ
ຍັງຄົງສາມາດວິເຄາະຂໍ້ມູນໄດ້ໂດຍບໍ່ຕ້ອງຖອດລະຫັດຂໍ້ມູນອອກມາ ເຮັດໃຫ້ເຖິງວ່າຂໍ້ມູນທີ່ຖືກເຂົ້າຣລະຫັດດ້ວຍ
Homomorphic
Encryption ເທິງ Cloud ນີ້ຈະຮົ່ວໄຫຼອອກໄປ ໂອກາດທີ່ຂໍ້ມູນເຫຼົ່ານີ້ຈະຖືກຖອດລະຫັດອອກມາໄດ້ກໍຫນ້ອຍຫລາຍ
ເຮັດໃຫ້ພາກທຸລະກິດມີຄວາມຫມັ້ນໃຈໃນການນຳຂໍ້ມູນສຳຄັນຂອງຕົນເອງຂຶ້ນມາວິເຄາະເທິງ
Cloud
ຫລາຍຍິ່ງຂຶ້ນ
ງານວິໄຈ
ແລະ ການພັດທະນາຕ່າງໆ ທີ່ພາກທຸລະກິດໄດ້ເຮັດໃນຊ່ວງທີ່ຜ່ານມານີ້ກໍຍັງຄົງມີຂໍ້ຈຳກັດຄື:
ເທັກໂນໂລຢີ Homomorphic Encryption ນີ້ຍັງຄົງສາມາດເຮັດວຽກໄດ້ດີກັບສະເພາະຂໍ້ມູນທີ່ເປັນຕົວເລກເທົ່ານັ້ນ
ແລະ ຍັງຄົງເຮັດວຽກກັບຂໍ້ມູນທີ່ເປັນຂໍ້ຄວາມໄດ້ບໍ່ດີປານໃດ ແຕ່ໃນອະນາຄົດກໍອາດມີການພັດທະນາຈົນສາມາດໃຊ້ງານກັບຂໍ້ມູນທີ່ເປັນຂໍ້ຄວາມໄດ້
ຕົວຢ່າງຂອງເທັກໂນໂລຢີທີ່ຜູ້ໃຫ້ບໍລິການ
Cloud
ໄດ້ພັດທະນາຂຶ້ນມາເພື່ອຮອງຮັບການໃຊ້ງານ
Homomorphic
Encryption ໃນເຊີງທຸລະກິດນັ້ນກໍເຊັ່ນ
IBM
ທີ່ໄດ້ພັດທະນາເຄື່ອງມືຊຶ່ງໃຊ້ງານໄດ້ຈິງເປັນເທື່ອທຳອິດໃນປີ
2009 ແລະ ຍັງມີງານວິໄຈມາຢ່າງຕໍ່ເນື່ອງ, Google ທີ່ໄດ້ປ່ອຍ Open Source Project ຊື່ Private Join and Compute ເມື່ອເດືອນມິຖຸນາ 2019 ທີ່ຜ່ານມາ ສຳລັບເປີດໃຫ້ຫຼາຍທຸລະກິດສາມາດເຮັດວຽກເທິງຂໍ້ມູນຊຸດດຽວກັນໄດ້ໂດຍບໍ່ເຫັນຂໍ້ມູນຂອງທຸລະກິດອື່ນໆ, Microsoft
ທີ່ໄດ້ປ່ອຍເຄື່ອງມືຊື່ Simple
Encrypted Arithmetic Library ມາໃນປີ 2015 ແລະ ຫາກໍ່ເປັນໃຫ້ເປັນ Open
Source ໃນປີ 2018 ທີ່ຜ່ານມາໂດຍຮອງຮັບການໃຊ້ງານໄດ້ເທິງ
Azure,
AWS ທີ່ໄດ້ຮັບ Shay
Gueron ອະດີດວິສາວະກອນຈາກ Intel ທີ່ມີສ່ວນຮ່ວມໃນງານວິໄຈດ້ານ Homomorphic
Encryption ສຳລັບຜູ້ໃຫ້ບໍລິການ Cloud ແລະ ຍັງໄດ້ຈັບມືກັບ Enveil ບໍລິສັດ Startup ທີ່ກໍ່ຕັ້ງໂດຍອະດີດເຈົ້າຫນ້າທີ່ຈາກ NSA ຊຶ່ງພັດທະນາລະບົບ Application ເພື່ອຮອງຮັບ Homomorphic Key ໂດຍສະເພາະ ເປັນຕົ້ນ
ຫຼັງຈາກນີ້ເທັກໂນໂລຢີ
Homomorphic
Encryption ກໍອາດກາຍເປັນທີ່ຈັບຕາຫລາຍຂຶ້ນໃນຖານະຂອງເຄື່ອງມືທີ່ຈະມາຊ່ວຍແກ້ບັນຫາດ້ານ
Data
Security ແລະ Data
Privacy ສຳຫລັບທຸລະກິດອົງກອນ ທີ່ຕ້ອງການສ້າງຄຸນຄ່າໃໝ່ໆ
ຈາກຂໍ້ມູນຂອງທຸລະກິດ ແຕ່ກໍຍັງຄົງຕ້ອງໃຫ້ຄວາມສຳຄັນກັບປະເດັນດ້ານຄວາມຫມັ້ນຄົງປອດໄພ
ແລະ ຄວາມເປັນສ່ວນຕົວຂອງຂໍ້ມູນໃນອະນາຄົດ
ຜູ້ທີ່ສົນໃຈລາຍລະອຽດເພິ່ມເຕິມກ່ຽວກັບ
Homomorphic
Encryption ສາມາດສຶກສາຂໍ້ມູນເບື້ອງຕົ້ນໄດ້ທີ່
https://en.wikipedia.org/wiki/Homomorphic_encryption
ແຫຼ່ງຂໍ້ມູນ:
No comments:
Post a Comment