ລະວັງຜູ້ໃຊ້ Mac ມີແນວໂນ້ມຖືກໂຈມຕີ ຈາກຟິດຊິ່ງແລະມັນແວຣ໌ເພີ່ມຫລາຍຂຶ້ນ
ໂດຍຈາກການລາຍງານຂອງ Kaspersky ພົບວ່າໄພຄຸກຄາມທີ່ມີຜົນກະທົບຕໍ່ຜູ້ໃຊ້ງານລະບົບປະຕິບັດການ
MacOS
ມີແນວໂນ້ມເພີ່ມສູງຂຶ້ນ ຜ່ານທາງອີເມນປອມທີ່ອ້າງວ່າມາຈາກ
Apple
ເພື່ອລອກລວງເອົາລັກຊື່ຜູ້ໃຊ້ແລະລະຫັດຜ່ານ
ໂດຍໃນເຄິງທຳອິດຂອງປີ ຄ.ສ. 2019 ພົບການໂຈມຕີກວ່າ 6 ລ້ານເທື່ອ ໂດຍ 11.9% ຂອງການໂຈມຕີນັ້ນມຸ້ງເປົ້າໄປທີ່ຜູ້ໃຊ້ໃນໜ່ວຍງານທຸລະກິດ
(ເນື່ອງຈາກຫຼາຍໜ່ວຍງານໃຊ້ Mac ໃນການເຮັດວຽກງານເປັນຫຼັກ) ໂດຍສັດສ່ວນການໂຈມຕີແບບຟິດຊິ່ງທີ່ອາໄສຊື່ບໍລິສັດ
Apple
ນັ້ນເພີ່ມຂຶ້ນ 30-40% ທຸກປີ
ສະຫລຸບແລ້ວ ເຖິງວ່າເຈົ້າຈະໃຊ້ Mac ຊຶ່ງມີຄວາມສ່ຽງນ້ອຍຈາກໄພຄຸກຄາມທາງຄອມພິວເຕີ ກໍມີໂອກາດຖືກໂຈມຕີຈາກຄວາມບໍ່ລະມັດລະວັງໃນການຄລິກ
ດັ່ງນັ້ນການອັບເດດລະບົບປະຕິບັດການ ແອບພລິເຄຊັນທີ່ໃຊ້ງານ ລວມເຖິງກວດສອບກ່ອນຕິດຕັ້ງໂປຣແກຣມແລະກ່ອນປ້ອນຂໍ້ມູນສ່ວນຕົວ
ກໍເປັນວິທີທີ່ຊ່ວຍເພີ່ມຄວາມລະມັດວັງແລະລອດພົ້ນຈາກໄພຄຸກຄາມທາງໄຊເບີໄດ້
No comments:
Post a Comment