ນັກຄະນິດສາດແກ້ບັນຫາ Sum-of-Three-Cubes Problem ໄດ້ອີກຄຳຕອບແລ້ວ ໃຊ້ພະລັງປະມວນຜົນຈາກ PC ຫລາຍກວ່າ 400,000 ເຄື່ອງ

Breaking

Post Top Ad

Post Top Ad

Saturday, September 7, 2019

ນັກຄະນິດສາດແກ້ບັນຫາ Sum-of-Three-Cubes Problem ໄດ້ອີກຄຳຕອບແລ້ວ ໃຊ້ພະລັງປະມວນຜົນຈາກ PC ຫລາຍກວ່າ 400,000 ເຄື່ອງ

Andrew Booker ສາດສະດາຈານດ້ານ Pure Mathematics ຈາກ University of Bristol ແລະ Andrew Sutherland ນັກວິໄຈສາຂາ Computational Number Theory ແຫ່ງ MIT ໄດ້ອອກມາເຜີຍເຖິງຄວາມສຳເລັດໃນການແກ້ບັນຫາ Sum-of-Three-Cubes Problem ທີ່ຜົນລັບເປັນປິດສະໜາມາຕັ້ງແຕ່ປີ 1954 ໄດ້ສຳເລັດ ດ້ວຍການໃຊ້ພະລັງປະມວນຜົນຈາກເຄື່ອງ PC ຈຳນວນຫຼາຍກວ່າ 400,000 ເຄື່ອງຈາກອາສາສະໝັກໃນໂຄງການ BOINC Charity Engine
ໂຈດຂອງ​ໂຄງ​ການ​ນີ້​ຄື​ການ​ຫາ​ຄ່າ k ໃນ​ຊ່ວງ​ລະຫວ່າງ 1 ເຖິງ 100 ທີ່​ສາມາດ​ເປັນ​ໄປ​ໄດ້​ພາຍໃຕ້​ສະມາການ 
x3 + y3 + z3 = k
ໂດຍ x, y, z ນັ້ນ​ຕ້ອງ​ເປັນ​ຈຳນວນ​ເຕັມ ຊຶ່ງ​ຜົນ​ລັບ​ທີ່​ໄດ້​ອອກ​ມາ​ເທົ່າ​ກັບ 42 ກໍ​ເປັນ​ດັ່ງ​ນີ້
Credit: TheRegister
ອັນ​ທີ່​ຈິງ​ແລ້ວ​ກ່ອນ​ໜ້າ​ນີ້ Andrew Booker ເອງ​ກໍ​ເຄີຍ​ພັດທະນາ​ໂປຣ​ແກຣມ​ຂຶ້ນ​ມາ​ປະ​ມວນ​ຜົນ​ຈົນ​ເຄີຍ​ແກ້​ບັນຫາ​ນີ້​ໄປ​ແລ້ວ​ດ້ວຍ​ຄ່າ k = 33 ແລະ ​ໃນ​ເທື່ອ​ນີ້​ທ່ານ​ກໍ​ໄດ້​ນຳ​ໂຄ້​ດ​ຊຸດ​ເດີມ​ເຂົ້າ​ມາ​ໃຊ້​ອີກ​ເທື່ອ ແຕ່​ບັນຫາ​ເທື່ອ​ນີ້​ສາມາດ​ແກ້​ໄດ້​ດ້ວຍ​ເທັກ​ໂນ​ໂລ​ຢີ​ປະ​ມວນ​ຜົນ​ແບບ Crowd Sourcing ຈາກ BOINC ນັ້ນ​ເອງ
ແນວ​ຄິດ​ຂອງ BOINC ນັ້ນ​ຄື​ການ​ນຳ​ງານ​ປະ​ມວນ​ຜົນ​ຂະໜາດ​ໃຫຍ່​ມາ​ແຕກ​ຍ່ອຍ​ໃຫ້ເປັນ​ໂຈດ​ທີ່​ນ້ອຍ​ລົງ ແລ້ວ​ສົ່ງ​ໄປ​ໃຫ້​ເຄື່ອງ​ຄອມພິວເຕີ​ຂອງ​ອາ​ສາ​ສະໝັກ​ທັ່ວ​ໂລກ​ທີ່​ຕິດ​ຕັ້ງ Agent ຂອງ BOINC ເອົາ​ໄວ້​ຊ່ວຍທຳການ​ປະ​ມວນ​ຜົນ​ໂຈ​ດ​ຍ່ອຍ​ນັ້ນ​ໆ ໃນ Background ເຮັດໃຫ້​ເຄື່ອງ PC ເຫຼົ່າ​ນັ້ນ​ຍັງ​ຄົງ​ໃຊ້​ງານ​ໄດ້​ປົກກະຕິ ພຽງ​ແຄ່​ມີ​ການ​ສະລະ CPU, RAM ແລະ Disk ບາງ​ສ່ວນ​ສຳລັບ​ນຳ​ໄປ​ໃຊ້​ປະ​ມວນ​ຜົນ​ໂຈດ​ເຫຼົ່າ​ນັ້ນ​ໃນລະຫວ່າງ​ທີ່ກຳເຮັດວຽກຂອງເຮົາຢູ່
ຜູ້​ທີ່​ສົນ​ໃຈ​ໂຄງ​ການ BOINC ສາມາດ​ສຶກ​ສາ​ຂໍ້​ມູນ​ໄດ້​ທີ່ https://boinc.berkeley.edu/  ສ່ວນ​ລາຍ​ລະອຽດ​ຂອງ Charity Engine ສາມາດ​ສຶກ​ສາ​ໄດ້​ທີ່ https://www.charityengine.com/about/how-it-works


ແຫຼ່ງທີ່ມາ: theregister , techtalkthai

No comments:

Post a Comment

Post Top Ad