THALES ແຈກຟຣີ WHITEPAPER ສະຫລຸບເທຣນການປົກປ້ອງ WEB ແລະ MOBILE APP ດ້ວຍ ACCESS MANAGEMENT ປະຈຳປີ 2019

Breaking

Post Top Ad

Post Top Ad

Friday, September 6, 2019

THALES ແຈກຟຣີ WHITEPAPER ສະຫລຸບເທຣນການປົກປ້ອງ WEB ແລະ MOBILE APP ດ້ວຍ ACCESS MANAGEMENT ປະຈຳປີ 2019


Thales ຜູ້​ຊ່ຽວ​ຊານ​ດ້ານ​ເທກ​ໂນ​ໂລ​ຢີ Access Management ຊຶ່ງ​ໄດ້​ເຂົ້າ​ຊື້​ກິດຈະການ​ຂອງ Gemalto ກ່ອນ​ໜ້າ ໄດ້​ອອກ​ມາ​ແຈກ Whitepaper ຟ​ຣີ ສະຫລຸບ​ເທຣນການ​ປົກ​ປ້ອງ Web ແລະ Mobile App ດ້ວຍ Access Management ປະຈຳ​ປີ 2019 ເພື່ອ​ໃຫ້​ເຫຼົ່າ​ຜູ້​ບໍລິຫານ​ທາງ​ດ້ານ IT, ຜູ້​ເບິ່ງ​ແຍງ​ລະບົບ Data Center, Security Engineer ແລະ ​ນັກ​ພັດທະນາ Software ໄດ້​ນຳ​ໄປ​ສຶກ​ສາ​ເຖິງ​ແນວ​ໂນ້ມ​ຂອງ​ການ​ໂຈມ​ຕີ​ລະບົບ Application ທັງ​ເທິງ Cloud ແລະ On-Premises ໄປ​ຈົນ​ເຖິງ​ການ​ປົກ​ປ້ອງ​ລະບົບ Application ດ້ວຍ​ການ​ນຳ​ແນວ​ຄິດ​ດ້ານ Access Management ໃນ​ຮູບ​ແບບ​ຕ່າງ​ໆ ມາ​ໃຊ້​ງານ ໂດຍ​ຜູ້​ທີ່​ສົນ​ໃຈ​ສາມາດ​ໂຫຼດ​ເອກະສານ​ໄປ​ສຶກ​ສາ​ໄດ້​ຟ​ຣີ​ໆ ດັ່ງ​ນີ້
Whitepaper ສະບັບ​ນີ້​ມີ​ຊື່​ວ່າ 2019 Thales Access Management Index ໂດຍເນື້ອ​ຫາ​ມີ​ຄວາມ​ຍາວ 39 ໜ້າ ເລົ່າ​ເຖິງ​ປະ​ເດັນ​ຕ່າງ​ໆ ທີ່​ໜ້າ​ສົນ​ໃຈ​ດັ່ງ​ນີ້
·         ຮູ້​ຈັກ​ກັບ​ແນວ​ຄິດ Access Management ກັບ​ການ​ນຳ​ໄປ​ໃຊ້​ງານ​ຕັ້ງ​ແຕ່​ໃນ​ອາ​ດີດ​ຈົນ​ເຖິງ​ວິວັດທະນາ​ການ​ທີ່ເກິດຂື້ນ​ໃນ​ປັດຈຸບັນ
·         ແນວ​ໂນ້ມ​ດ້ານ Cloud Access Management ເພື່ອ​ປົກ​ປ້ອງ​ລະບົບ Application ທີ່​ເຮັດວຽກ​ຢູ່​ເທິງ Cloud
·         ແນວ​ຄິດ​ດ້ານ Smart Single Sign On ສຳລັບ​ໃຊ້​ງານ​ໃນ​ທຸລະກິດ​ອົງກອນ​ໃນ​ປັດຈຸບັນ
·         ແນວ​ໂນ້ມ​ດ້ານ​ການເຮັດ Two-Factor Authentication
·         ຂໍ້​ມູນ​ໃນ​ເອກະສານ​ສະບັບ​ນີ້​ຖືກ​ສຳ​ລວດ​ຈາກ​ຜູ້​ບໍລິຫານ​ທາງ​ດ້ານ IT ໃນ 11 ປະເທດ​ທົ່ວ​ໂລກ​ທັງລວມກັນ​ກວ່າ 1,050 ຄົນ ໂດຍລາຍ​ງານ​ຕົວ​ເລກ​ສະຫລຸບ​ສະ​ຖິ​ຕິ​ໃນ​ປະ​ເດັນ​ຕ່າງ​ໆ ນັ້ນ​ຈະ​ມີ​ແງ່​ມຸມ​ຕ່າງ​ໆ ທີ່​ໜ້າ​ສົນ​ໃຈ​ຫລວງ​ຫລາຍ​ເພື່ອ​ໃຫ້​ພາກ​ທຸລະກິດ​ສາມາດ​ນຳ​ໄປ​ປັບ​ໃຊ້​ໃນ​ການ​ປົກ​ປ້ອງ​ລະບົບ Application ຂອງ​ຕົນເອງ​ໄດ້

No comments:

Post a Comment

Post Top Ad