ພົບ Malware ຕົວໃໝ່ Nodersok ໂຈມຕີເຫຍື່ອແລ້ວຫຼາຍພັນລາຍ

Breaking

Post Top Ad

Post Top Ad

Tuesday, October 1, 2019

ພົບ Malware ຕົວໃໝ່ Nodersok ໂຈມຕີເຫຍື່ອແລ້ວຫຼາຍພັນລາຍ

ພົບ Malware ຕົວໃໝ່ Nodersok ໂຈມຕີເຫຍື່ອແລ້ວຫຼາຍພັນລາຍ

ມີ​ລາຍ​ງານ​ຈາກ Microsoft ວ່າພົ​ບ​ຄວາມ​ເຄື່ອນ​ໄຫວ​ຂອງ​ Malware ​ຕົວ​ໃໝ່​ທີ່​ຊື່ ‘Nodersok’ ຊຶ່ງ​ຄວາມ​ໜ້າ​ສົນ​ໃຈ​ຄື​ມີ​ການ​ໃຊ້​ເທັກ​ນິກ​ຫຼາກ​ຫຼາຍ ເຊັ່ນ multi-stage infection, living-off-the-land ແລະ Fileless ນອກ​ຈາກ​ນີ້​ມີ​ລາຍ​ງານ​ຈາກ​ຝັ່ງ​ຂອງ Cisco Talos ດ້ວຍ​ທີ່​ອ້າງ​ເຖິງ​ Malware ​ຕົວ​ດຽວ​ກັນ​ແຕ່​ໃຊ້​ຊື່​ວ່າ ‘Divergent’
ຈາກ​ພາບ​ສະຫລຸບ​ການ​ໂຈມ​ຕີ​ດ້ານ​ເທິງ Nodersok ຖື​ເປັນ​ Malware ທີ່​ມີ​ຄວາມ​ໜ້າ​ສົນ​ໃຈ​ໂດຍ​ຈະ​ເຫັນ​ໄດ້​ວ່າ​ເປັນ​ການ​ໂຈມ​ຕີ​ແບບ Multi-stage infection ຊຶ່ງທຳອິດ​ຈະ​ແພ່​ມາ​ທາງ​ໂຄສະ​ນາ​ອັນຕະລາຍ​ໃນ​ໜ້າ​ເວັບ ​ຫລື​ Link ​ອັນຕະລາຍ​ທີ່​ເຮັດໃຫ້​ຜູ້​ໃຊ້​ໂຫຼດ​ໄຟ​ລ​໌ HTA(HTML Application) ເຂົ້າ​ມາ ຈາກ​ນັ້ນ​ໂຄ້​ດ JavaScript ທີ່​ຢູ່ໃນ HTA ຈະ​ໄປ​ດາວ​​ໂຫຼດ​ສ່ວນ​ປະກອບ​ອື່ນ​ໆ ຄື XSL ແລະ JavaScript ຂັ້ນ​ຖັດ​ມາ​ຈະ​ມີ​ການ​ໄປ​ຣັນ​ຄຳ​ສັ່ງ PowerShell ທີ່​ຖືກ Encode ໃນ​ຮູບ​ແບບ​ຂອງ deadbeef  ແລະ ​ສຸດ​ທ້າຍ​ນຳ​ໄປ​ສູ່​ຜົນ​ລັບ​ດັ່ງ​ນີ້
·         ພະຍາຍາມ Disable ໂປຣ​ແກຣມ Windows Defender Antivirus ແລະ Windows Update
·         ພະຍາຍາມ​ໃຊ້ Binary Shellcode ເພື່ອ​ຍົກ​ລະດັບ​ສິດ
·         ໃຊ້ WinDivert ທີ່​ເປັນ Library ​ດັກ​ຈັບ​ແພັກ​ເກັດ
·         ໃຊ້ JavaScript ໂມ​ດູນ​ທີ່​ຂຽນ​ໃນ Node.js ເພື່ອ​ປ່ຽນ​ເຄື່ອງ​ໃຫ້ເປັນ Proxy
ສຳຫລັບ​ຈຸດ​ທີ່​ໜ້າ​ສັງເກດບ່ອນ​ນີ້​ຄື​ເທັກ​ນິກ Living-off-the-land ທີ່​ມີ​ການ​ໃຊ້ PowerShell ແລະ​ ການ​ໃຊ້​ງານ Node.js Framework ແລະ WinDivert ທີ່​ປົກກະຕິ​ແລ້ວ​ກໍ​ບໍ່​ໄດ້​ຖື​ເປັນ​ເຄື່ອງ​ມື​ໂຈມ​ຕີ​ຫຍັງ ນອກ​ຈາກ​ນີ້​ຜູ້​ຊ່ຽວ​ຊານຍັງ​ໃຫ້​ຄວາມ​ເຫັນ​ວ່າ “ທຸກ​ຟັງ​ຊັນ​ທີ່ເກິດຂື້ນ​ຂອງ Script ແລະ Shellcode ມັກ​ຈະ​ມາ​ໃນ​ຮູບ​ແບບ​ຂອງ​ການ​ເຂົ້າ​ລະຫັດ ຖອດ​ລະຫັດ ແລະ​ ຣັນ​ໃນ​ຫນ່ວຍ​ຄວາມ​ຈຳ​ເທົ່າ​ນັ້ນ ບໍ່​ມີ​ສ່ວນ​ໃດ​ເລີຍ​ທີ່​ຖືກ​ຂຽນ​ເທິງ​ດິ​ສ​
ອີກ​ປະ​ເດັນ​ຄືຍັງມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ນ້ອຍໆ​ໃນ​ມຸມ​ຂອງ Cisco ແລະ Microsoft ທີ່​ຝ່າຍ​ Cisco ​ຊີ້​ວ່າMalware ​ໄດ້​ໃຊ້ Proxy ເພື່ອ​ທຳການ Click-fraud ແຕ່​ຝ່າຍ Microsoft ​ຊີ້​ວ່າ​ໃຊ້ Proxy ເພື່ອ Relay traffic ​ອັນຕະລາຍ ຢ່າງໃດ​ກໍ​ຕາມ​ຂຶ້ນ​ຊື່​ວ່າ Malware ຄົງບໍ່​ດີ​ແນ່​ທີ່​ຈະ​ຮັບ​ເຂົ້າໄປ ຊຶ່ງ​ປັດຈຸບັນ​ພົ​ບວ່າ​ມີ​ເຫຍື່ອ​ໃນ​ການ​ໂຈມ​ຕີ​ເທື່ອ​ນີ້​ແລ້ວ​ກວ່າ​ຫຼາຍ​ພັນລາຍ​ໃນ​ແຖບ​ຢຸ​ໂຣບ​ ແລະ ​ອາ​ເມ​ຣິ​ກາ
 ແຫຼ່ງຂໍ້ມູນ



No comments:

Post a Comment

Post Top Ad