“Microsoft Teams” Software ການປະຊຸມລະດັບອົງກອນເຮັດວຽກໄດ້ ‘ຄົບ ຈົບ ທີ່ດຽວ’

Breaking

Post Top Ad

Post Top Ad

Wednesday, October 2, 2019

“Microsoft Teams” Software ການປະຊຸມລະດັບອົງກອນເຮັດວຽກໄດ້ ‘ຄົບ ຈົບ ທີ່ດຽວ’



ຮູ້​ຫລື​ບໍ່ ເຮົາ​ຈະ​ມີ​ຄົນ​ເຖິງ 5 ເຈນ​ເນີ​ເຣ​ຊັ່ນ​ຢູ່ໃນ​ທີ່​ເຮັດວຽກ​ຂອງ​ເຮົາ ໂດຍ 72% ຂອງ​ພ​ະນັກ​ງານ​ຈະ​ເຮັດວຽກ​ຈາກ​ທີ່​ໃດ​ກໍ​ໄດ້​ພາຍ​ໃນ​ປີ 2020 ແລະ 80% ຂອງ​ເວລາເຮັດວຽກຖືກ​ໃຊ້​ໄປ​ໃນ​ການ​ເຮັດ​ວຽກງານ​ຮ່ວມ​ກັນ (collaborating) ສະນັ້ນເຮົາ​ໄປ​ຮູ້​ຈັກ​ກັບ Collaborative Tools ​ຂອງ​ຄ້າຍ Microsoft ທີ່​ຊື່ ‘Microsoft Teams’ ວ່າ​ຈະ​ຊ່ວຍ​ໃຫ້ທີມ​ງານ​ເຮັດວຽກ​ໄດ້ ‘ຄົບ ຈົບ ໃນ​ທີ່​ດຽວ’ ໄດ້ແນວໃດ
ປະຕິເສດ​ບໍ່​ໄດ້​ເລີຍ​ວ່າ​ການ​ເຮັດ​ວຽກ​ເປັນ​ທີມ​ຄື​ຫົວ​ໃຈ​ສຳຄັນ​ຂອງ​ອົງກອນ ດັ່ງ​ນັ້ນ​ຈາກ​ສະ​ຖິ​ຕິ​ທີ່​ວ່າ​ເຮົາ​ຈະ​ໃຊ້​ເວລາ​ສ່ວນ​ໃຫຍ່​ໄປ​ກັບ​ການ​ເຮັດ​ວຽກ​ຮ່ວມ​ກັນ​ຈຶ່ງ​ບໍ່​ໜ້າ​ແປກ​ໃຈ ດ້ວຍ​ເຫດ​ນີ້​ເອງ​ອົງກອນ​ຈຶ່ງ​ຕ້ອງ​ພິຈາລະນາ Software ​ທີ່​ຈະ​ເຂົ້າ​ມາ​ຕອບ​ໂຈດຢ່າງເໝາະ​ສົມ ແລະ ​ເຂົ້າ​ເຖິງ​ພະ​ນັກ​ງານ​ທຸກ​ຄົນ​ໄດ້
Microsoft Teams ມາ​ພ້ອມ​ກັບ​ຄວາມ​ສາທີ່ມາດ​ໂດດ​ເດັ່ນ​ໃນ​ຄອນ​ເຊບຂອງ​ການ​ເຮັດ​ວຽກໄດ້ ‘ຄົບ ຈົບ ທີ່​ດຽວ’ ດ້ວຍ​ການ​ອອກ​ແບບ​ທີ່​ສາມາດ​ລວມ​ໂປຣ​ແກຣມ ບໍລິການ ຫລື Link ຂອງ​ເວັບ​ໄຊ​ເຂົ້າ​ມາ​ໃນ​ໂປຣ​ແກຣມ​ໄດ້ ເຊັ່ນ PowerBI , Office365 ລວມໄປ​ເຖິງ​ບໍລິການ​ຈາກ​ພັນ​ທະ​ມິດ​ອື່ນ​ອີກ​ຫຼາຍ​ຮ້ອຍ​ລາຍ
ຫາກ​ເວົ້າ​ເຖິງ​ການ​ປະ​ຊຸມ​ທີມ​ເຊື່ອ​ວ່າ​ການ​ປະ​ຊຸມ​ແບບ Face-to-Face ຫລື Vedio call ​ຄື​ຊ່ອງ​ທາງ​ສື່​ສານ​ທີ່​ມີ​ປະ​ສິດ​ທິ​ພາບ​ຫລາຍ​ທີ່ສຸດ Teams ຈຶ່ງ​ຖືກ​ອອກ​ແບບ​ມາ​ໃຫ້​ຕອບ​ໂຈດ​ການ​ເຮັດ​ວຽກ​ໄດ້​ຢ່າງ​ຄົບ​ເຄື່ອງ ເຊັ່ນ ການ​ໂທເບ​ີ 02(IP Phone ໃນອົງກອນ), Blur ພາບ​ພື້ນ​ຫຼັງ, ບັນ​ທຶກ​ວີ​ດີ​ໂອ, ໂນ໊ດ​ຈົດ​ສະຫລຸບ​ການ​ປະ​ຊຸມ​ແລະ​ອື່ນ​ໆ
ປັດຈຸບັນ Microsoft ເອງ​ຖື​ເປັນ​ຄົນຍັກ​ໃຫຍ່​ແຫ່ງ​ວົງ​ການ Artificial Intelligence ອີກລາຍ​ໜຶ່ງ ດັ່ງ​ນັ້ນ​ບໍລິສັດ​ຈຶ່ງ​ບໍ່​ລໍ​ຊ້າ​ທີ່​ຈະ​ປະ​ຍຸກ​ເຂົ້າ​ມາ​ເປັນ​ສ່ວນຫນຶ່ງ​ໃນ Teams ຜ່ານ​ທາງ​ຟີ​ເຈີ Chatbot ທັງ​ນີ້​ຈະ​ຊ່ວຍ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ປະຕິບັດ​ງານ ຫລຸດ​ແຮງ​ງານ​ມະນຸດ ແຖມ​ຍັງ​ສ້າງ User Experience ໃຫ້​ໜ້າ​ຕື່ນ​ຕາ​ຕື່ນ​ໃຈ​ອີກ​ດ້ວຍ
ປະ​ເດັນ​ສຸດ​ທ້າຍ​ໃນ​ເລື່ອງ​ຂອງ​ການ​ເຮັດ​ວຽກ​ຮ່ວມ​ກັນ​ກໍ່ຈະ​ໜີ​ບໍ່​ພົ້ນ​ທີ່​ຈະ​ຕ້ອງ​ມີ​ການ​ແຊ​​ແຟ້ມ​ເອກະສານ​ ຫລື ​ຂໍ້​ມູນ​ຕ່າງ​ໆ ດັ່ງ​ນັ້ນ Teams ຈຶ່ງ​ໄດ້​ອອກ​ແບບ​ຮອງ​ຮັບ​ເລື່ອງ​ຂອງ Security ແລະ Compliance ຢ່າງ​ຮັດ​ກຸມ​ທີ່​ສາມາດ​ກຳນົດ​ສິດ​ການ​ແຊ ​ແລະ ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ໄດ້
ເລີ່ມ​ໃຊ້​ງານ​ໄດ້​ທັນ​ທີ
ຈາກ​ທີ່​ກ່າວ​ມາ​ທັງ​ໝົດ​ນັ້ນ Microsoft Teams ມີ​ຄຸນສົມບັດ​ຄວາມ​ເປັນ Software Collaborative ລະ​ດັບ​ອົງກອນ​ໄດ້​ຢ່າງ​ແທ້​ຈິງ ທັງ​ໃນ​ແງ່​ຂອງ​ຄວາມ​ຢືດຢຸນ ແລະ ຍັງ​ໃຊ້​ງານ​ໄດ້​ງ່າຍ ​ເໝາະ​ກັບ​ຜູ້​ໃຊ້​ທຸກ​ຄົນ ລວມ​ເຖິງ​ສາມາດ​ຕອບ​ໂຈ​ດ​ດ້ານ Security ແລະ ​ໃຊ້​ເທັກ​ໂນ​ໂລ​ຢີ​ສະໄໝ​ໃໝ່​ຢ່າງ Chatbot ເຂົ້າ​ມາ​ຊ່ວຍ​ເພີ່ມ​ສັກ​ກາຍະ​ພາບ​ໃນ​ການ​ເຮັດ​ວຽກອີກດ້ວຍ


No comments:

Post a Comment

Post Top Ad