Microsoft ເປີດຕົວ Copilot AI ສຳຫລັບ Microsoft 365

Breaking

Post Top Ad

Post Top Ad

Monday, March 20, 2023

Microsoft ເປີດຕົວ Copilot AI ສຳຫລັບ Microsoft 365

     Microsoft ໄດ້​ປະ​ກາດ​ເປີດ​ຕົວ​ຜູ້​ຊ່ວຍ Copilot AI ໃໝ່​ສຳຫລັບ Microsoft 365 Apps ຮອງ​ຮັບ​ການສ້າງ Document, Presentation ແລະ Spreadsheet ລວມ​ເຖິງ​ການ​ຕອບ​ອີ​ເມລ

Microsoft Copilot AI

Copilot ຈະ​ຖືກ​ເພີ່ມ​ລົງ​ໃນ Microsoft 365 Apps ເຊັ່ນ: Word, Excel, PowerPoint, Outlook, Teams, Microsoft Viva ແລະ Power Platform ໃຊ້​ໂມ​ເດລ​ການ​ທຳງານ GPT-4 ເຊັ່ນ​ດຽວ​ກັບ Bing Chat ໂດຍ​ເປັນ Chatbot ທີ່​ຄອຍ​ຖ້າ​ຊ່ວຍ​ເຫລືອ​ຜູ້​ໃຊ້​ງານ​ໃນ​ການສ້າງເນື້ອຫາ​ຕາມ​ຂໍ້​ມູນ​ທີ່​ປ້ອນ​ເຂົ້າໄປໃຫ້ Chatbot Interface ໂດຍ Microsoft ໄດ້​ຍົກ​ຕົວ​ຢ່າງ​ການ​ໃຊ້​ງານ​ທີ່​ຫຼາກ​ຫຼາຍ ເຊັ່ນ: ພາຍ​ໃນ Microsoft Word ຮອງ​ຮັບ​ການ​ຂຽນ​ເອກະສານ, ການ​ຊ່ວຍ​ແກ້​ໄຂ​ເອກະສານ ແລະ​ ການ​ສະຫລຸບ​ລວມ​ເອກະສານ, ໃນ Microsoft Powerpoint ສາມາດ​ຊ່ວຍ​ສ້າງ Presentation ຂຶ້ນ​ມາ​ໄດ້​ເອງ ພຽງ​ແຄ່​ປ້ອນ​ໄອ​ເດຍ​ເຂົ້າໄປ​ເທົ່າ​ນັ້ນ​ວ່າ​ຕ້ອງ​ການເນື້ອ​ຫາ​ໃນ​ສະ​ໄລ້ລັກສະນະ​ໃດ ສ່ວນ​ໃນ Microsoft Excel ນັ້ນ​ຮອງ​ຮັບ​ການເຮັດ Data Visualization ເພື່ອ​ວິ​ເຄາະ​ຂໍ້​ມູນ​ຈາກ Spreadsheet ລວມ​ເຖິງ​ການ​ຕອບ​ຄຳ​ຖາມ Insight ຂອງ​ຂໍ້​ມູນ​ທີ່​ມີ

ປັດຈຸບັນ Microsoft ເລີ່ມ​ທົດສອບ Microsoft 365 Apps Copilot ກັບ​ຜູ້​ໃຊ້​ງານ​ບາງ​ກຸ່ມ​ແລ້ວ ແລະ​ ຈະ​ເປີດ​ໃຫ້​ຜູ້​ໃຊ້​ງານລາຍ​ອື່ນ​ພາຍ​ໃນ​ໄວ​ໆ​ນີ້ ກ່ອນ​ໜ້າ​ນີ້ Microsoft ໄດ້​ເປີດ​ຕົວ Dynamics 365 Copilot ລະບົບ AI Copilot ສຳລັບ CRM ແລະ ERP ຣາຍ​ແລກ​ຂອງ​ໂລກ


ທີ່ມາ:​ https://www.bleepingcomputer.com/news/microsoft/microsoft-unveils-ai-powered-microsoft-365-copilot-assistant/


#Technology #AI #Copilot #Microsoft #Microsoft_365

No comments:

Post a Comment

Post Top Ad