GPT-4 ລຸ້ນໃໝ່ ກັບ 4 ຄຸນສົມບັດໃໝ່

Breaking

Post Top Ad

Post Top Ad

Thursday, March 16, 2023

GPT-4 ລຸ້ນໃໝ່ ກັບ 4 ຄຸນສົມບັດໃໝ່

 

    OpenAI ປະ​ກາດ​ການ​ອັບ​ເກຣດ GPT-4 ໃໝ່ ແລະ ​ເປີດ​ໃຫ້​ທົດລອງ​ໃຊ້​ເທິງ ChatGPT ຊຶ່ງ​ເປັນ AI chatbot ທີ່ OpenAI ເຜີຍແຜ່​ເທິງ​ເວັບ​ໄດ້​ແລ້ວ (ແຕ່​ສະເພາະ ChatGPT Plus ຊຶ່ງ​ເປັນ​ເວ​ີຊັນ​ແບບ​ຊຳລະ​ເງີນ​ເທົ່າ​ນັ້ນ ແລະ ຍັງ​ຈຳ​ກັດ​ທີ່ 100 ຂໍ້ຄວາມ​ໃນ​ທຸກ​ໆ 4​ຊົ່ວ​ໂມງ)

4 ຄຸນສົມບັດ​ໃໝ່​ໃນ GPT-4

·  GPT-4 ສາມາດ​ຮັບ​ຮູບ​ພາບ​ເປັນ​ອິນ​ພຸດ (Input) ແລະ​ ສ້າງ​ຄຳ​ບັນລະຍາຍ ການ​ຈັດ​ໝວດ​ໝູ່ ແລະ ​ການ​ວິ​ເຄາະ

·  GPT-4 ມີ​ເອົາພຸດ​ (Output) ທີ່​ຍາວ​ຂຶ້ນ ມີ​ຄວາມ​ສ້າງສັນ​ຫລາຍ​ຂຶ້ນ ດ້ວຍ​ຄວາມ​ສາມາດ​ໃນ​ຈັດການ​ຂໍ້ຄວາມ​ໄດ້​ຫລາຍກວ່າ 25,000 ຄຳ ເຮັດໃຫ້​ສາມາດ​ປັບ​ໃຊ້​ກໍລະນີ​ຕ່າງ​ໆເຊັ່ນ: ການສ້າງ​ເນື້ອຫາ​ແບບ​ຍາວ, ການ​ສົນທະນາ, ການ​ຄົ້ນ​ຫາ ແລະ​ ວິ​ເຄາະ​ເອກະສານ ນອກ​ຈາກ​ນີ້ ຍັງ​ສາມາດ​ສ້າງ, ແກ້​ໄຂ ແລະ ​ເຮັດ​ຊ້ຳ​ຮ່ວມ​ກັບ​ຜູ້​ໃຊ້​ໃນ​ງານ​ຂຽນ​ເຊີງ​ສ້າງສັນ​ ແລະ ​ເຊີງ​ເທັກ​ນິກ​ໄດ້​ດ້ວຍເຊັ່ນ: ການ​ແຕ່ງ​ເພງ, ການ​ຂຽນ​ບົດ​ພາບພະຍົນ ຫລື​ ການ​ຮຽນ​ style ​ການ​ຂຽນ​ຂອງ​ຜູ້​ໃຊ້

·  GPT-4 ນັ້ນ​ສະຫລາດ​ກວ່າ​ລຸ້ນ​ກ່ອນ​ໜ້າ ໂມເດລ GPT-4 ທີ່​ມີ​ຄວາມ​ຊັບ​ຊ້ອນ​ຫລາຍ​ຂຶ້ນ ​ຈະ​ເຂົ້າໃຈ​ຄວາມ​ສຳພັນ​ ແລະ ​ບໍ​ລິບ​ົດ​ໄດ້​ດີຍິ່ງ​ຂຶ້ນ ຕົວ​ຢ່າງ​ເຊັ່ນ: ໃນ​ລາຍ​ການ Biology Olympiad ດ້ານ GPT-4 ທີ່​ຂັບ​ເຄື່ອນ​ດ້ວຍ vision-powered ເຮັດ​ຄະ​ແນນ​ໄດ້ 99 percentile ສ່ວນ ChatGPT ເຮັດ​ຄະ​ແນນ​ໄດ້ 31 percentile

·  GPT-4 ປອດໄ​ພ​ກວ່າ (ຫລືບໍ?) ການ​ເວລາ​ຄື​ບົດ​ພິສູດ ຈາກ​ຂໍ້​ມູນ​ຂອງ OpenAI ນັກ​ວິໄ​ຈ​ໄດ້ລວມ​ຄວາມ​ຄິດ​ເຫັນ​ຈາກ​ມະນຸດ​ທີ່​ເປັນ​ຜູ້​ໃຊ້ ChatGPT ເພື່ອ​ປັບ​ປຸງ​ພຶດຕິກຳ​ທີ່​ເໝາະ​ສົມ​ທີ່ສຸດ​ຂອງ GPT-4 ແລະ ​ຍັງມີ​ການ​ເຊີນ​ຜູ້​ຊ່ຽວ​ຊານ​ທີ່​ເປັນ​ມະນຸດ​ຈຳນວນ 50 ຄົນ ເພື່ອ​ໃຫ້​ຂໍ້​ສະເໜີ​ແນະ​ກ່ຽວກັບ​ຄວາມ​ປອດໄ​ພ​ຂອງ AI

Microsoft ຢືນຢັນ​ເຊັ່ນ​ກັນ​ວ່າ​ເຄື່ອງ​ມື Bing Chat ເວີ​ຊັນ​ລ່າ​ສຸດ​ໃຊ້ GPT-4 ແລ້ວ

 

ທີ່ມາ: GPT-4unleashed: Here's what it will mean for AI chatbots | PCWorld

#Technology #AI #CHAT-GPT

No comments:

Post a Comment

Post Top Ad