IBM ເປີດຕົວ IBM watsonx ຕອບໂຈດການພັດທະນາ AI ສຳລັບກອນ

Breaking

Post Top Ad

Post Top Ad

Wednesday, May 10, 2023

IBM ເປີດຕົວ IBM watsonx ຕອບໂຈດການພັດທະນາ AI ສຳລັບກອນ

watsonx

ໃນງານ IBM Think conference ນັ້ນ IBM ໄດ້ປະກາດເປີດຕົວ IBM watsonx ຊຸດລະບົບ AI ແລະ Data Platform ສຳລັບລູກຄ້າອົງກອນເພື່ອຊ່ວຍໃຫ້ການພັດທະນາລະບົບ AI ແລະຈັດການຂໍ້ມູນທາງດ້ານ AI ນັ້ນງ່າຍຍິ່ງຂຶ້ນ ໂດຍ IBM watsonx ປະກອບດ້ວຍ 3 ສ່ວນຫຼັກໄດ້ແກ່:

  • IBM watsonx.ai: ຊຸດ Platform ສຳລັບການ Train, Test ແລະ Deploy ລະບົບ AI ຮອງຮັບທັງ Traditional Machine Learning ແລະ Generative AI ມີລະບົບ AI studio ສຳລັບເຂົ້າເຖິງເຄື່ອງມືຕ່າງໆ ເຊັ່ນ: Foundation Models, Training ແລະເຄື່ອງມື Tuning ປັດຈຸບັນເປີດໃຫ້ທົດສອບແບບ Beta tech preview ແລ້ວ ມີຕົວຢ່າງ Foundation Model ໃຫ້ໃຊ້ງານຫຼາກຫຼາຍ ເຊັ່ນ:​ fm.code ໂມເດວສຳລັບເຮັດ Code generation ສຳລັບນັກພັດທະນາຊັອບແວ, fm.NLP ຊຸດໂມເດວສຳລັບ Large Language Models (LLM) ທີ່ປັບແຕ່ງມາສຳລັບໃຊ້ງານໃນອົງກອນຫຼາຍປະເພດ ແລະ fm.geospatial ໂມເດວທີ່ພັດທະນາຂຶ້ນມາເພື່ອຊ່ວຍໃຫ້ອົງກອນສາມາດວິເຄາະພູມິປະເທດສຳລັບງານຫຼາຍຮູບແບບ ນອກຈາກນີ້ຍັງຮ່ວມມືກັບ Hugging Face ເພື່ອໃຫ້ສາມາດເຂົ້າເຖິງໂມເດວແລະ Dataset ແບບ Open Source ອື່ນໆເພິ່ມຕື່ມໄດ້
  • IBM watsonx.data: ລະບົບຈັດເກັບຂໍ້ມູນທີ່ພັດທະນາເທິງ Open Lakehouse ຮອງຮັບການເຮັດ Data governance ສຳລັບ AI workload ແລະຮອງຮັບການແຊຂໍ້ມູນແບບ Open Data Formats ໄດ້ ສາມາດເຮັດວຽກໄດ້ທັງເທິງ multi-cloud ແລະ On-premise ຊ່ວຍຫລຸດຄ່າໃຊ້ຈ່າຍສຳລັບ Data warehouse ລົງໄດ້ສູງສຸດເຖິງ 50%
  • IBM watsonx.governance: ເຄື່ອງມື AI governance toolkit ສຳລັບສ້າງ AI workflow ທີ່ປອດໄພແລະໜ້າເຊື່ອຖື ຊ່ວຍເພີ່ມຄວາມໂປ່ງໃສໃນການໃຊ້ງານຂໍ້ມູນແລະປົກປ້ອງຄວາມເປັນສ່ວນຕົວຂອງຂໍ້ມູນເມື່ອນຳໄປໃຊ້ງານກັບລະບົບ AI

ສຳລັບ IBM watsonx.ai ແລະ IBM watsonx.data ຈະພ້ອມໃຫ້ບໍລິການແບບ Generally Available (GA) ໃນຊ່ວງເດືອນກໍລະກົດນີ້ ສ່ວນ IBM watsonx.governance ນັ້ນຈະເປີດໃຫ້ໃຊ້ງານແບບ GA ຕາມມາໃນພາຍຫຼັງ ນອກຈາກນີ້ IBM ຍັງຈັດຕັ້ງ Center of Excellence for generative AI ຜ່ານທາງ IBM Consulting ມີຜູ້ຊ່ຽວຊານທາງດ້ານ AI ກວ່າ 1,000 ຄົນພ້ອມໃຫ້ຄວາມຊ່ວຍເຫລືອລູກຄ້າທີ່ຕ້ອງການນຳ watsonx ເຂົ້າມາໃຊ້ໃນໂຄງການ AI ຂອງອົງກອນອີກດ້ວຍ

ທີ່ມາ:​ https://newsroom.ibm.com/2023-05-09-IBM-Unveils-the-Watsonx-Platform-to-Power-Next-Generation-Foundation-Models-for-Business

No comments:

Post a Comment

Post Top Ad