ວິທີຕັ້ງລະຫັດຜ່ານໃຫ້ກັບໄຟລ໌ເອກະສານ Microsoft Office Word

Breaking

Post Top Ad

Post Top Ad

Saturday, September 30, 2017

ວິທີຕັ້ງລະຫັດຜ່ານໃຫ້ກັບໄຟລ໌ເອກະສານ Microsoft Office Word

     ຫຼາຍຄົນຄົງເຄີຍໃຊ້ງານໂປຣແກຣມ Microsoft Word ແຕ່ບາງເອກະສານກໍມີຄວາມສຳຄັນ, ເປັນຄວາມລັບສ່ວນຕົວ ຫຼື ອົງກອນ, ບໍ່ຢາກໃຫ້ກຸ່ມຄົນອື່ນໆຮັບຮູ້ຂໍມູນດັ່ງກ່າວ; ເພື່ອຄວາມປອດໄພຂອງຂໍມູນແລ້ວເຮົາຄວນຈະເຮັດແນວໃດ ? ຄວາມຈີງແລ້ວມັນກໍມີຫຼາຍວິທີໃນການເກັບຮັກສາເອກະສານໃຫ້ຄວາມປອດໄພຈາກຄົນອື່ນ ແຕ່ມື້ນີ້ເຮົາຈະມາແນະນຳການຕັ້ງລະຫັດຜ່ານໃຫ້ກັບໄຟລ໌ເອກະສານຂອງເຮົາ ເຊິ່ງໃນທີ່ນີ້ເຮົາຈະມາແນະນຳເປັນໂປຣແກຣມ Microsoft Office Word 2016 (ສາມາດນຳວິທີນີ້ໄປໃຊ້ກັບກຸ່ມຂອງໂປຣແກຣມ Microsoft Office).


ວິທີການຕັ້ງລະຫັດຜ່ານ
1.      ໄປສ້າງ ຫຼື ເປີດໄຟລ໌ເອກະສານທີ່ສາມາດໃຊ້ງານໃນ Microsoft Word ມາກ່ອນ ແລ້ວໄປທີ່ເມນູ File
2.      ກົດທີ່ Info > Protect Document > Encrypt with Password ເພື່ອເຂົ້າໄປຕັ້ງລະຫັດຜ່ານ
3.      ຈາກນັ້ນໃຫ້ປ້ອນລະຫັດຜ່ານໃສ່ຕາມຕາມຕ້ອງການ (ໃຫ້ຢາກສຳລັບຄົນອື່ນ ແລະ ງ່າຍສຳລັບເຮົາ) > ກົດ OK
4.      ໃຫ້ປ້ອນລະຫັດຜ່ານອິກຄັ້ງ ກົດ OK
5.      ສະຖານະຂອງ Protect Document ຈະປ່ຽນເປັນ A Password is required to open this document ສະແດງວ່າໄຟລ໌ເອກະສານນີ້ຖືກເຂົ້າລະຫັດແລ້ວ ຈາກນັ້ນກໍກົດປຸ່ມ Save ເພື່ອບັນທືກການຕັ້ງຄ່າ

ການເປີດໃຊ້ງານເອກະສານ
ເວລາເປີດໄຟລ໌ເອກະສານເພື່ອໃຊ້ງານອິກມັນຈະຖາມລະຫັດຜ່ານທຸກຄັ້ງ ໃຫ້ເຮົາໃສ່ລະຫັດຜ່ານລົງໄປ > OK
ການຍົກເລິກລະຫັດຜ່ານ
ຖ້າຫາກຕ້ອງການຍົກເລິກລະຫັດຜ່ານໃຫ້ເຂົ້າໄປຕາມຂັ້ນຕອນໃນການຕັ້ງລະຫັດຜ່ານຂ້າງເທີງນີ້ ເມື່ອມາຮອດຂັ້ນຕອນທີ່ ໃຫ້ລົບລະຫັດຜ່ານອອກໝົດເລີຍ ຈາກນັ້ນໃຫ້ກົດປຸ່ມ OK > ກົດປຸ່ມ Save ເພື່ອບັນທືກການຕັ້ງຄ່າ.

CR: lerngdd.blogspot.com

No comments:

Post a Comment

Post Top Ad