Periscope ເປີດ​ຕົວ​ຟີເຈີ ຖ່າຍທອດສົດ 360°

Breaking

Post Top Ad

Post Top Ad

Saturday, September 30, 2017

Periscope ເປີດ​ຕົວ​ຟີເຈີ ຖ່າຍທອດສົດ 360°

ແອັບຯ Periscope ແອັບຯຖ່າຍທອດສົດ Live Stream ຈາກ​ twitter ປະກາດ​ເປີດ​ຕົວ​ບໍລິການ​ຖ່າຍທອດສົດ​ 360 ອົງສາ​ໃນ periscope ເຮັດ​ໃຫ້​ເພື່ອນ​ໆ​ທີ່​ຕິດຕາມ​ເຮົາ​ ສາມາດ​ເບິ່ງ​ວິດີໂອ​ແບບ​ 360 ອົງສາ​ຜ່ານທາງ​ Periscope ແລະ​ Twitter​ໄດ້​ ເຊິ່ງ​ເລີ່ມ​ເປີດ​ໃຊ້​ງານ​ສະເພາະ​ພັນທະ​ມິດ​ບາງລາຍກ່ອນທີ່ຈະ ເປີດ​ໃຫ້ຜູ້ໃຊ້ງານ ທົ່ວໄປໄດ້ໃຊ້ງານ ໃນໄວໆນີ້​
ໃນນັ້ນຍັງ​ສາມາດ​ຕິດຕາມ​ການ​ເບິ່ງ​ວິດີໂອ​ທີ່​ຖ່າຍທອດສົດ​ຈາກ Periscope ແບບ 360 ອົງສາ​ໄດ້ ຊຶ່ງ​ທ່ານສາມາດ ເບິ່ງ​ໄດ້ທາງ​ຄອມພິວເຕີ​ ແລະ​ ​ແອັບຯ​​ Periscope​ ທາງ​ໂທລະສັບ​ສະມາດໂຟນ ກົດມູນຮອບໆ 360​° ໄດ້​ ຊຶ່ງ​ຄຸນນະພາບ​ວິດີໂອ​ທີ່ໄດ້ຄ່ອນຂ້າງລະອຽດ ເຖິງ​ແມ່ນ​ວ່າ​ຈະບັນທືກບໍ່ແມ່ນລະດັບ HD
ຕອນນີ້ຍັງບໍ່ຮູ້ແນ່ນອນວ່າ​ອຸປະກອນ​ໃດທີ່ຈະນຳມາໃຊ້​ໃນການ​ຖ່າຍທອດສົດ​ຜ່ານທາງ​ Periscope 360​ ເບື້ອງຕົ້ນ​ຈາກການ​ລາຍງານ​ກໍມີ​ Insta360 Nano camera ສຳລັບ​ iPhone ສາມາດ​ໃຊ້​ເພື່ອ​ການ​ຖ່າຍທອດສົດ​ແບບ 360 ອົງສາ​ກັບ​ບໍລິການ Periscope 360 ໄດ້​ແຕ່​ຟີ​ເຈີ​ຖ່າຍ​ທອດ​ສົດ​ແບບ​ 360​ ອົງສາ​ ດ້ວຍ​ Periscope ນັ້ນ​ຮອງຮັບທັງ iOS ແລະ​ Android
ຫາກທ່ານໃດສົນໃຈຢາກຮ່ວມທົດສອບນຳ  ສາມາດ​ປ້ອນຂໍ້ມູນຕາມແບບຟອມຕາມລີ້ງນີ້​ ເພື່ອ​ຮ່ວມ​ທົດສອບ​ຟີ​ເຈີ​ 360​ ອົງສາ​ ກັບທີມງານ Periscope ໄດ້​
ຂໍ້ມູນ​ຈາກ: it24hr.​com

No comments:

Post a Comment

Post Top Ad