8 ທຸລະກິດທີ່ໜ້າສົນໃຈ ປະຈຳປີ 2018

Breaking

Post Top Ad

Post Top Ad

Monday, August 27, 2018

8 ທຸລະກິດທີ່ໜ້າສົນໃຈ ປະຈຳປີ 2018

 8 ທຸລະກິດທີ່ໜ້າສົນໃຈ ປະຈຳປີ 2018 ມີດັ່ງນີ້:
  1. ບໍລິການແມ່ບ້ານເຖິງທີ່: ຕ້ອງຍອມຮັບວ່າການດຳລົງຊີວິດຂອງຄົນໃນຍຸກນີ້ເລັ່ງດ່ວນຫຼາຍ, ຢູ່ນອກເຮືອນເປັນສ່ວນໃຫຍ່. ດັ່ງນັ້ນ, ຈຶ່ງບໍ່ຄ່ອຍມີເວລາສຳລັບທຳຄວາມສະອາດເຮືອນ. ເພາະສະນັ້ນ, ທາງດຽວທີ່ພວກເຂົາຈະມີເຮືອນທີ່ໜ້າຢູ່ ແລະ ສະອາດຢູ່ສະເໝີ ກໍ່ຄືການຈ້າງແມ່ບ້ານມາທຳຄວາມສະອາດໃຫ້ ເຊິ່ງຫາກທ່ານບໍ່ລັງກຽດກັບການເຮັດອາຊີບນີ້ ຮັບຮອງວ່າມັນສາມາດສ້າງລາຍໄດ້ໃຫ້ກັບທ່ານໄດ້ເປັນກອບເປັນກຳຢ່າງແນ່ນອນ.
ในภาพอาจจะมี 1 คน, กำลังนั่ง
  1. ສູນອອກກຳລັງກາຍ: ຄົນຍຸກນີ້ຫັນມາໃຫ້ຄວາມສົນໃຈໃນເລື່ອງຂອງສຸຂະພາບຫຼາຍຂຶ້ນ ບໍ່ວ່າຈະເປັນດ້ານອາຫານການກິນ ເຊິ່ງອາຫານປະເພດປອດສານພິດແມ່ນຈະໄດ້ຂາຍດີເປັນພິເສດ ເພາະບໍ່ວ່າລົດຊາດຈະອອກມາແບບໃດກໍ່ຍັງມີຜູ້ທີ່ໃຫ້ຄວາມສົນໃຈຢູ່ສະເໝີ ລວມໄປເຖິງສູນອອກກຳລັງກາຍ ຫຼື ຟິດເນັດເຊັນເຕີ ເຊິ່ງພາຍຫຼັງເລີກວຽກກໍ່ຈະເຕັມໄປດ້ວຍໜຸ່ມ – ສາວເຂົ້າໄປໃຊ້ບໍລິການ. ເພາະສະນັ້ນ, ການເປີດສູນອອກກຳລັງກາຍຈຶ່ງຖືວ່າເປັນອີກໜຶ່ງທຸລະກິດທີ່ໜ້າສົນໃຈ.

  1. ອອກແບບ ແລະ ພັດທະນາເວັບໄຊ: ອີກໜຶ່ງທຸລະກິດທີ່ເກີດຂຶ້ນຈາກທິດທາງຂອງຜູ້ບໍລິໂພກທີ່ປ່ຽນໄປ ເພາະພວກເຂົາຫັນມາໃຫ້ຄວາມສົນໃຈໃນການຊື້ – ຂາຍສິນຄ້າຜ່ານຮ້ານຄ້າອອນລາຍຫຼາຍຂຶ້ນ ເພາະສ້າງຄວາມສະດວກສະບາຍຫຼາຍກວ່າ ພ້ອມທັງສົ່ງຜົນໃຫ້ພໍ່ຄ້າ – ແມ່ຄ້າໃນຍຸກນີ້ຕ້ອງປັບປ່ຽນກົນລະຍຸດໃນການຂາຍ ໂດຍຫັນມາສ້າງເວັບໄຊ ເພື່ອຮອງຮັບການຂາຍສິນຄ້າຫຼາຍກວ່າການເປີດໜ້າຮ້ານທີ່ຕ້ອງໃຊ້ເງິນທຶນສູງ, ແຖມຍັງສ່ຽງວ່າຈະຂາຍເຄື່ອງໄດ້ ຫຼື ບໍ່?.
ในภาพอาจจะมี หน้าจอ
  1. ບໍລິການທາງດ້ານ SEO: ຫຼັງຈາກທີ່ພໍ່ຄ້າ – ແມ່ຄ້າອອນລາຍມີເວັບໄຊເປັນຂອງຕົວເອງແລ້ວ, ຂັ້ນຕອນຕໍ່ໄປຄືການເພີ່ມກົນລະຍຸດການຕະຫຼາດ ເພື່ອນຳໄປສູ່ການສ້າງຍອດຂາຍໃຫ້ຫຼາຍຂຶ້ນ ໂດຍການເຮັດໃຫ້ເວັບໄຊຂຶ້ນໄປຢູ່ອັນດັບຕົ້ນໆໃນໜ້າທຳອິດຂອງ Google ເພື່ອເປີດໂອກາດໃຫ້ຜູ້ບໍລິໂພກເຫັນສິນຄ້າ ແລະ ການບໍລິການຂອງທ່ານກ່ອນຂອງຄົນອື່ນດ້ວຍການເຮັດ SEO ບໍ່ວ່າຈະເປັນການໃຊ້ເນື້ອຫາ ຫຼື ການໂຄສະນາປະຊາສຳພັນ ເປັນຕົ້ນ.
ในภาพอาจจะมี โทรศัพท์
  1. ຜູ້ໃຫ້ຄຳປຶກສາທາງດ້ານສື່ອອນລາຍ: ຮູ້ບໍ່ວ່າການເຮັດການຕະຫຼາດທີ່ດີກວ່າການຕະຫຼາດທົ່ວໄປ ແຖມຍັງມີຄ່າໃຊ້ຈ່າຍໃນການເຮັດໂຄງການທີ່ຖືກທີ່ສຸດ ກໍ່ຄືການຕິດຕໍ່ກັບລູກຄ້າໂດຍກົງຜ່ານຊ່ອງທາງອອນລາຍ ບໍ່ວ່າຈະເປັນ Facebook, Twitter, Instagram, Youtube ແລະ ອື່ນໆ ເຊິ່ງປັດຈຸບັນບໍລິສັດຕ່າງໆກໍ່ໄດ້ຫັນມາໃຫ້ຄວາມສົນໃຈກ່ຽວກັບ Social Media Marketing ຫຼາຍຂຶ້ນ, ແຕ່ການຊອກຫາຜູ້ຊ່ຽວຊານທາງດ້ານສື່ອອນລາຍພັດບໍ່ແມ່ນເລື່ອງງ່າຍຢ່າງທີ່ຄິດ. ດັ່ງນັ້ນ, ຫາກໃຜຈະເອົາດີດ້ານການເປັນທີ່ປຶກສາໃຫ້ກັບບໍລິສັດກ່ຽວກັບການເຮັດ Social Media Marketing ກໍ່ຖືວ່າມາຖືກທາງແລ້ວ.
ในภาพอาจจะมี 3 คน, คนที่ยิ้ม
  1. ພັດທະນາແອັບພລິເຄຊັນໃນມືຖື: ສ່ວນໃຫຍ່ຄົນໃນສັງຄົມຈະໃຊ້ງານສະມາດໂຟນຫຼາຍກວ່າໂນ໊ດບຸກ ຫຼື ພີຊີ ບໍ່ວ່າຈະເປັນການເບິ່ງຮູບເງົາ, ຟັງເພງ ຫຼື ຫຼິ້ນອິນເຕີເນັດກໍ່ຕາມ. ດັ່ງນັ້ນ, ສິ່ງທີ່ພວກເຂົາຕ້ອງການກໍ່ຄືແອັບພລິເຄຊັນໃນມືຖືທີ່ມີຄວາມຫຼາກຫຼາຍ ແລະ ມີຟີເຈີໃໝ່ໆທີ່ມາຊ່ວຍໃຫ້ການໃຊ້ງານສະດວກສະບາຍຫຼາຍຂຶ້ນ ບໍ່ວ່າຈະໃຊ້ເພື່ອເຮັດທຸລະກິດ, ໃຊ້ເພື່ອ ຄວາມບັນເທີງ ຫຼື ໃຊ້ເພື່ອເພີ່ມທັກສະຄວາມຮູ້ ເປັນຕົ້ນ.
ในภาพอาจจะมี คอมพิวเตอร์แล็ปท็อป
  1. ບໍລິການຮັບສ້ອມແປງໂທລະສັບມືຖື: ເຖິງວ່າໂທລະສັບມືຖືໃນປັດຈຸບັນບໍລິສັດຜູ້ຜະລິດຈະຢືນຢັນວ່າທົນນ້ຳ, ທົນແດດ, ທົນແຮງກະທົບ ແຖມຍັງເຕັມໄປດ້ວຍຟີເຈີການໃຊ້ງານທີ່ໂດດເດັ່ນ ແລະ ທັນສະໄໝກໍ່ຕາມ, ແຕ່ເຊື່ອວ່າມີມື້ໜຶ່ງມັນຕ້ອງມີບັນຫາເກີດຂຶ້ນແນ່ນອນ ແຖມຍັງເປັນບັນຫາທີ່ເກີດໃນໄລຍະທີ່ໂທລະສັບໝົດປະກັນກັບທາງສູນອີກດ້ວຍ ແລະ ມັນກໍ່ເປັນໂອກາດຂອງເຮົາທີ່ຈະປະສົບຄວາມສຳເລັດໃນການເຮັດທຸລະກິດນີ້ ເພາະຍິ່ງຄົນໃຊ້ມືຖືຫຼາຍເທົ່າໃດ ໂອກາດທີ່ເຮົາຈະສາມາດສ້າງລາຍໄດ້ໃຫ້ກັບຕົວເອງກໍ່ຍິ່ງມີສູງ.
ไม่มีข้อความกำกับภาพอัตโนมัติ
  1. ບໍລິການສົ່ງສິນຄ້າ: ອັນດັບສຸດທ້າຍເວົ້າໄດ້ວ່າມີຄວາມກ່ຽວຂ້ອງກັບທຸລະກິດອອນລາຍໃນຍຸກປັດຈຸບັນທີ່ກຳລັງໄປໄດ້ດີທີ່ສຸດ ເພາະຫຼັງຈາກທີ່ຮ້ານຄ້າອອນລາຍໄດ້ຂາຍສິນຄ້າໃຫ້ກັບຜູ້ຊື້ແລ້ວ, ຂັ້ນຕອນຕໍ່ໄປກໍ່ຄືການຂົນສົ່ງທີ່ວ່ອງໄວ ເຊິ່ງຫາກບໍລິສັດຂົນສົ່ງໃດສາມາດເຮັດໄດ້ດີ ໂອກາດທີ່ຈະຂຶ້ນມາເປັນຜູ້ນຳທາງດ້ານນີ້ກໍ່ກາຍເປັນເລື່ອງທີ່ບໍ່ຍາກເກີນໄປ ແລະ ກໍ່ໝາຍເຖິງລາຍໄດ້ມະຫາສານທີ່ທ່ານຈະໄດ້ຮັບອີກດ້ວຍ.
ในภาพอาจจะมี หนึ่งคนขึ้นไป

Post Top Ad