ເຮັດທຸລະກິດເຄືອຂ່າຍອອນລາຍຕ້ອງມີເວັບໄຊຫຼືບໍ່

Breaking

Post Top Ad

Post Top Ad

Friday, August 24, 2018

ເຮັດທຸລະກິດເຄືອຂ່າຍອອນລາຍຕ້ອງມີເວັບໄຊຫຼືບໍ່

ເຮັດທຸລະກິດເຄືອຂ່າຍອອນລາຍຕ້ອງມີເວັບໄຊຫຼືບໍ່

ວິທີສ້າງລາຍໄດ້ຜ່ານໂລກອອນລາຍມີຫຼາກຫຼາຍວິທີ ແຕ່ມັນກໍ່ຂື້ນຢູ່ກັບແຕ່ລະຄົນວ່າຈະໃຊ້ວິທີໃດເພື່ອໃຫ້ໄດ້ມັນມາ ແລະໜື່ງໃນວິທີທີ່ໜ້າສົນໃຈຄືການເຮັດທຸລະກິດເຄືອຂ່າຍອອນລາຍນັ້ນເອງ…
ຫາກຈະເວົ້າເຖິງການເຮັດທຸລະກິດເຄືອຂ່າຍອອນລາຍ ຫຼາຍຄົນອາດຈະຍັງສັບສົນຢູ່ ກ່ຽວກັບແນວທາງຂອງມັນ ເພາະແຕ່ລະຄ້າຍ ແຕ່ລະສຳນັກ ກໍ່ຈະມີວິທີການສອນທີ່ແຕກຕ່າງກັນ ບາງຄົນກໍ່ບອກວ່າໃຫ້ນຳເວບໄຊໄປໂປໂມດ ໃຫ້ຂາຍສິນຄ້າໃນ Facebook ບາງຄົນກໍ່ບອກໃຫ້ຂຽນ Blog ເກັບລາຍຊື່ ບໍ່ຮູ້ວ່າຕ້ອງມີ Blog ຫຼືບໍ່ມີ!! ສຸດທ້າຍກໍ່ບໍ່ຮູ້ຈະເລີ່ມຕົ້ນແນວໃດ.

Blog/Website ສຳຄັນຕໍ່ການເຮັດທຸລະກິດເຄືອຂ່າຍອອນລາຍ ຫຼືບໍ່?

Blog/Website ຈະເພີ່ມຄວາມໜ້າເຊື່ອຖື ແລະສ້າງໂຕຕົນໃຫ້ກັບທ່ານໃນລະດັບສູງ ແລະ ທັງເປັນເຄື່ອງມືທີ່ຈະຊ່ວຍໃຫ້ຜູ່ຄົນທີ່ເຂົ້າມາພົບເຫັນນັ້ນ “ເກີດການຕັດສິນໃຈ” ໄດ້ງ່າຍກວ່າການບໍ່ມີ Blog/Website….ຍ້ອນຫຍັງຈຶ່ງວ່າມັນດີການມີ Blog/Website?
ຖ້າສິນຄ້າຂອງທ່ານມີລາຄາສູງ ເຊັ່ນ: ເລິ່ມຕົ້ນທີ່ 200,000 ກີບ ຈົນໄປຮອດ ຫຼັກລ້ານກີບ ແຕ່ໃຊ້ວິທີໂພດຂາຍບົນໜ້າເຟດບຸກສ່ວນໂຕ ຫຼືໃນກຸ່ມຕ່າງໆທີ່ຄົນເຮັດທຸລະກິດເຄືອຂ່າຍ ໄປລວມໂຕກັນຢູ່ເປັນກ້ອນ ແລະໃຫ້ທ່ານລອງຄິດກັບກັນໃນມຸມມອງຖ້າຫາກທ່ານເປັນລູກຄ້າ ບໍ່ແມ່ນຜູ່ຂາຍ ເມື່ອໄດ້ເຫັນໂຄສະນາທີ່ສຸດຍອດອະລັງການ ມີຮູບພາບທີ່ດືງດູດ ລວມເຖິງຂໍ້ຄວາມໃນການໂຄສະນາທີ່ດີເລີດ ອົງປະກອບທຸກຢ່າງດີ ໜ້າສົນໃຈໄປໝົດ.
#ແຕ່…ຈະໃຫ້ໂອນເງິນໄປໃຫ້ກັບໃຜກໍ່ບໍ່ຮູ້ ມີພຽງແຕ່ຄຳໂຄສະນາ +ເບີໂທການຕິດຕໍ່ ຫຼືຊ່ອງທາງການຕິດຕໍ່ຜ່ານລະບົບ Social ?
#ແລະມີອີກຫຼາຍຄົນທີ່ຂາຍສິນຄ້າໃນແບບດຽວກັນ ໃນເວລາທີ່ໄລ່ເລ່ຍກັນອີກຕ່າງຫາກ ແລະຄຳຖາມວ່າ ມີເຫດຜົນຫຍັງທີ່ລູກຄ້າຕ້ອງຊື້ສິນຄ້າກັບທ່ານ?
ແລະອີກໜື່ງວິທີຄື ເປີດເວບໄຊເພື່ອຂາຍສິນຄ້າ ມີລະບົບຈັດການທີ່ສວຍງາມ ຮູ້ສືກໄດ້ເຖິງຄວາມເປັນມືອາຊິບ ຫຼັງຈາກກົດສັ່ງຊື້ສິນຄ້າແລ້ວ ມີໃບເຊັດສົ່ງໃຫ້ທັນທີທາງອີເມວ ແລະລູກຄ້າສາມາດເບິ່ງຂໍ້ມູນການຕິດຕໍ່, ເບິງຮູບໜ້າຕາເຈົ້າຂອງຮ້ານ ຫຼືຄວາມມີໂຕຕົນຂອງຮ້ານຄ້າອອນລາຍຂອງເຮົາໄດ້ ເປັນຕົ້ນ: ວ່າຕັ້ງຢູ່ງໃສ ເຈົ້າຂອງຮ້ານຊື່ແນວໃດ ມີທີ່ຢູ່ໃນແຜນທີ່ຂອງ Google Map ບໍ່ເປັນ ຕົ້ນ ແລະບາງຄົນອາດຈະຖົກຖຽງວ່າ ບົນໂລກ Social ກະໃສ່ຂໍ້ມູນແບບນີ້ໄດ້ ແຕ່ມັນບໍ່ສາມາດຈັດລະບຽບໄດ້ດີເທົ່າລະບົບ Website ແມ່ນບໍ່ ຫຼືຊິຖຽງອີກ. ວິທີນີ້ມັນຈະຊ່ວຍເພີ່ມການຕັດສິນໃຈໃຫ້ແກ່ລູກຄ້າໄດ້ສູງຂື້ນ ແລະຢ່າງນ້ອຍທາງລູກຄ້າຄົງຈະໄດ້ຮັບຄວາມສະບາຍໃຈສູງຂື້ນໃນການສັ່ງຊື້ສິນຄ້າແບບບໍ່ມີໂຕຕົນຢ່າງແນ່ນອນ.
ໃນສ່ວນທຸລະກິດກໍ່ເຊັ່ນດຽວກັນ ຫາກທຸລະກິດຂອງທ່ານ ຕ້ອງໃຊ້ເງິນລົງທືນຈຳນວນທີ່ສູງ ອາດຈະ ຫຼັກລ້ານ ຫາຫຼັກຫຼາຍສິບລ້ານ ເປັນຕົ້ນ ການສ້າງ Blog ຈະຊ່ວຍໃຫ້ຄົນທົ່ວໄປຮູ້ຈັກທ່ານ ເຫັນໂປຟາຍຕ່າງໆຂອງທ່ານໄດ້ ເປັນໂຕຊ່ວຍໃນການຕັດສິນໃຈ ອີກຮູບແບບໜື່ງ ເມື່ອພວກເຂົາຕ້ອງລົງທືນສູງ ແນ່ນອນວ່າເຂົາຕ້ອງໄດ້ຮັບຄວາມໝັ້ນໃຈຈາກຄົນ ທີ່ເຂົາຈະເອົາເງິນໄປຮ່ວມທຸລະກິດ ທ່ານວ່າມັນຈິງຫຼືບໍ່ ໃຫ້ລອງຄິດແບບວ່າ ມື້ໜຶ່ງມີຄົນ ສົ່ງຂໍ້ຄວາມຜ່ານສື່ອອນລາຍມາຫາທ່ານ ຫຼືທ່ານອາດເຫັນຄຳໂຄສະນາຜ່ານສື່ອອນລາຍ ເຊັນ: “ໂອກາດສ້າງລາຍໄດ້ຫຼັກສີບລ້ານ ຮອຍລ້ານຕໍ່ເດືອນກັບທຸລະກິດມາແຮງ” ລັກສະນະແບບນີ້ນະ ທ່ານກ້າບໍ່ທີ່ຈະຈົກເງິນໄປລົງທືນ ຖ້າຫາກທ່ານບໍ່ຮູ້ຈັກ ແລະເຊື່ອໝັ້ນໃນຄົນຄົນນັ້ນ.
ແຕ່ຖ້າຫາກທ່ານບໍ່ມີ Blog ສຳລັບເງິນລົງທືນລະດັບນີ້ ອາດຈະບໍ່ແມ່ນເລື່ອງງ່າຍໃນການຕັດສິນໃຈຢ່າງແນ່ນອນ ແລະສ່ວນໂຕຂ້າພະເຈົ້າ ບຸກຄົນໃດໜື່ງ ທີ່ຈະຍອມຈ່າຍເງິນລົງທືນ ເປັນຮຸ່ນສ່ວນທາງທຸລະກິດໃຫ້ກັບຄົນທີ່ບໍ່ຮູ້ຈັກມາກ່ອນນັ້ນ ມັນຕ້ອງໄດ້ຜ່ານການຕັດສິນໃຈຈາກຄວາມໜ້າເຊື່ອຖື ການມີໂຕຕົນ ແລະຄວາມໄວ້ເນື້ອເຊື່ອໃຈໃນລະດັບສູງພໍສົມຄວນ ຢູ່ໆເຫັນປ້າຍໂຄສະນາແລ້ວຈະໂອນເງິນທັນທີຄົງຈະບໍ່ມີໃຜເຮັດແບບນີ້ ຫຼືບາງທີຂ້າພະເຈົ້າອາດຍັງບໍ່ເຄີຍພົບກໍ່ເປັນໄດ້.

ສະຫຼຸບ:

ໃຫ້ປະເມີນຈາກທຸລະກິດທີ່ເຮັດເປັນຫຼັກ ຕາມຄວາມເໝາະສົມ ຖ້າສິນຄ້າ ແລະບໍລິສັດຂອງທ່ານໃຊ້ເງິນບໍ່ສູງປານໃດ ກໍ່ບໍ່ຕ້ອງມີ Blog ກໍ່ໄດ້ ແຕ່ຖ້າຕ້ອງໃຊ້ເງິນລົງທືນສູງ ຫຼື ຊື້ສິນຄ້າລາຄາສູງໆ ທ່ານມີຄວາມຈຳເປັນຕ້ອງສ້າງຄວາມໜ້າເຊື່ອຖືຂອງຕົນເອງໃຫ້ຫຼາຍກວ່າລາຄາສິນຄ້າ ຫຼື ແຜນທຸລະກິດ ທີ່ທ່ານຕ້ອງການຂາຍ ເພາະວ່າຄົນທີ່ເຂົາຈະຕັດສິນໃຈ ມາລົງທືນເປັນຮຸ້ນສ່ວນກັບທ່ານ ກໍ່ຍ້ອນມັນເກີດຈາກຕົວທ່ານເອງ ມັນບໍ່ແມ່ນຈາກສິນຄ້າທີ່ທ່ານໂຄສະນາ ບໍ່ແມ່ນຈາກບໍລິສັດທີ່ທ່ານເປັນຮຸ້ນສ່ວນ ທຸລະກິດອອນລາຍ ຫາກບໍ່ມີຄວາມໜ້າເຊື່ອຖື ການຊື້ຂາຍ ແລະການລົງທືນກໍ່ຈະບໍ່ເກີດ.
Credit: sattaya.net

No comments:

Post a Comment

Post Top Ad