CentOS Linux 7 (1908) ສຳລັບສະຖາປັດຕະຍະກຳ x86_64 ອອກແລ້ວ

Breaking

Post Top Ad

Post Top Ad

Friday, September 20, 2019

CentOS Linux 7 (1908) ສຳລັບສະຖາປັດຕະຍະກຳ x86_64 ອອກແລ້ວ


ທີມ​ພັດທະນາ CentOS ໄດ້​ອອກ​ມາ​ປະ​ກາດ​ເປີດ​ຕົວ CentOS Linux 7 (1908) ເທິງສະຖາ​ປັດ​ຕະຍະ​ກຳ x86_64 ແລ້ວ​ຢ່າງ​ເປັນ​ທາງ​ການ ໂດຍ​ອ້າງ​ອິງ​ຈາກ Red Hat Enterprise Linux 7.7 Source Code ແລະ​ ແນະ​ນຳ​ໃຫ້​ຜູ້​ໃຊ້​ງານ​ທຸກ​ຄົນ​ອັບ​ເດດ​ມາ​ໃຊ້​ເວີຊັນນີ້​ທັນ​ທີ
ສິ່ງ​ທີ່​ອັບ​ເດດ​ເຂົ້າ​ມາ​ຫຼັກ​ໆ ນັ້ນ​ກໍ​ຄື python3 ທີ່​ໃຊ້ Python 3.6 Interpreter, ການ Rebase ມາ​ໃຊ້ bind 9.11, ການ Rebase ມາ​ໃຊ້ Chrony 3.4 ແລະ​ການ​ອັບ​ເດດ Package ອື່ນ​ໆ ອີກ​ຈຳນວນ​ຫລາຍ

ຜູ້​ທີ່​ໃຊ້​ງານ CentOS Linux 7 ສາມາດ​ອັບ​ເດດ​ໄດ້​ດ້ວຍ​ການ​ໃຊ້​ຄຳ​ສັ່ງ yum update ໄດ້​ທັນ​ທີ ຫລື Download ໄດ້​ທີ່ https://centos.org/download/ ໂດຍ Release Note ສະບັບ​ເຕັມ​ສາມາດ​ອ່ານ​ໄດ້​ທີ່ https://wiki.centos.org/Manuals/ReleaseNotes/CentOS7.1908?action=show&redirect=Manuals%2FReleaseNotes%2FCentOS7
ສຳລັບ Major Release ຖັດ​ໄປ​ຂອງ CentOS ມີ​ແຜນ​ຈະ​ເປີດ​ຕົວ​ໃນ​ວັນທີ 24 ກັນຍາ 2019 ນີ້ ຜູ້​ທີ່​ສົນ​ໃຈ​ສາມາດລໍຖ້າ​ຕິດ​ຕາມ​ກັນ​ໄດ້


ແຫຼ່ງຂໍ້ມູນ


No comments:

Post a Comment

Post Top Ad