HPE ອອກ ML Ops ຕອບໂຈດ DevOps ຂອງອົງກອນໄດ້ງ່າຍກວ່າທີ່ເຄີຍ

Breaking

Post Top Ad

Post Top Ad

Thursday, September 12, 2019

HPE ອອກ ML Ops ຕອບໂຈດ DevOps ຂອງອົງກອນໄດ້ງ່າຍກວ່າທີ່ເຄີຍ

ຈາກ​ເຫດການ​ເຂົ້າ​ຊື້ BlueData ນຳ​ມາສູ່​ການ​ປະ​ກາດ​ບໍລິການ​ດ້ານ Container-based Software ໃນ​ມື້​ນີ້​ຫລື ‘ML Ops’ ຊຶ່ງ HPE ຊີ້​ວ່າ​ຈະ​ສາມາດ​ຊ່ວຍ​ຕອບ​ໂຈດ​ຂອ​ງອົງກອນ​ໃນ​ສ່ວນ DevOps ແລະ Agile
HPE ອອກ ML Ops ຕອບໂຈດ DevOps ຂອງອົງກອນໄດ້ງ່າຍກວ່າທີ່ເຄີຍ
image credit : Zdnet
ML Ops ເປັນ​ການ​ຂະຫຍາຍ​ຜົນ​ຄວາມ​ສາມາດ​ຂອງ​ platform  EPIC ຂອງ BlueData ທີ່​ທາງ HPE ຊື້​ເຂົ້າ​ມາ​ເມື່ອ​ບໍ່​ດົນ​ນີ້ ຊຶ່ງ​ເປັນ​ເຄື່ອງ​ມື​ທີ່​ຈະ​ຊ່ວຍ​ໃຫ້​ອົງກອນ​ສາມາດ​ສ້າງ Hadoop ແລະ Spark Cluster ໃນ Virtual Environment ໂດຍ​ພາຍໃຕ້​ໄດ້​ອາໄສ​ເທັກ​ໂນ​ໂລ​ຢີ​ຂອງ Container ດັ່ງ​ນັ້ນ​ເມື່ອ​ລວມ​ເຂົ້າ​ກັບ Software-defined infrastructure ຂອງ HPE ແລ້ວ ລູກ​ຄ້າ​ຈະ​ໄດ້ຮັບ​ປະໂຫຍດ​ຫຼາຍ​ໃນ​ການ​ໃຊ້​ງານ​ດ້ານ AI/ML ແລະ Big Data Analytics
ຢ່າງໃດ​ກໍ​ດີ HPE ຊີ້​ວ່າ ML Ops ສາມາດ​ເຮັດວຽກ​ຮອງ​ຮັບ​ກັບ Open Source Framework ດ້ານ ML ແລະ Deep Learning ຢ່າງຫລວງ​ຫລາຍ ເຊັ່ນ Keras, MXNet, PyTorch ແລະ TensorFlow ລວມ​ເຖິງ​ Application ​ແບບ Commercial ຢ່າງ Dataiku ແລະ H20.ai ອີກ​ດ້ວຍ ໂດຍ ML Ops ນັ້ນ​ພ້ອມ​ໃຫ້​ບໍລິການ​ແລ້ວ​ໃນ​ຮູບ​ແບບ​ຂອງ Software Subscription ຄວບຄູ່​ກັບ HPE Pointnext ແລະ ​ບໍລິການ​ຊ່ວຍ​ເຫລືອ​ຈາກ HPE

ແຫຼ່ງຂໍ້ມູນ:


No comments:

Post a Comment

Post Top Ad