Eclipse Foundation ເປີດ Opensource Jakarta EE 8 ເຕັມຮູບແບບ

Breaking

Post Top Ad

Post Top Ad

Thursday, September 12, 2019

Eclipse Foundation ເປີດ Opensource Jakarta EE 8 ເຕັມຮູບແບບ


Eclipse Foundation ໄດ້​ປະ​ກາດ​ເປີດ Opensource ​ໃຫ້ Jakarta EE 8 ຢ່າງ​ເຕັມ​ຮູບ​ແບບ​ປະກອບ​ດ້ວຍ​ຕົວ Platform, Web Profile Specification ແລະ​ເທັກ​ໂນ​ໂລ​ຢີ​ທີ່​ກ່ຽວ​ຂ້ອງ​ກັບ Technology Compatibility Kits (TCKs)

ເຮົາ​ມາ​ໄລ່​ລຽງ Timeline ຂອງ J2EE ກັນ​ກ່ອນ (ຕາມ​ຮູບ​ປະກອບ​ດ້ານ​ເທິງ) ຊຶ່ງ​ໃຜ​ໆ ກໍ​ຮູ້​ວ່າ Java ເປັນ​ລິຂະສິດ​ຂອງ Oracle ຫຼັງ​ຈາກ​ເຂົ້າ​ຊື້ Sun Microsystems ຈາກ​ນັ້ນ​ເຫດການ​ກໍ​ດຳ​ເນີນ​ມາເລື້ອບໆ ​ຈົນມາ​ເຖິງ​ປີ 2017 ຊ່ວງ Java EE 8 ທີ່ Oracle ໄດ້​ໃຫ້​ສິດ​ແກ່ Eclipse Foundation ຢ່າງໃດ​ກໍ​ຕາມ​ຕົວ​ພາສາ ​ແລະ ​ຊື່​ແບຣນ​ຍັງ​ເປັນ​ຂອງ Oracle ທັງ​ນີ້ Eclipse ຈຶ່ງ​ຕ້ອງ​ປ່ຽນ​ຊື່​ເປັນ Jakarta EE 8 ແທນ
ໃນ​ອະ​ດີດ​ຫາກ​ຢາກ​ເພີ່ມ​ຟີ​ເຈ​ີ​ເຂົ້າ​ມາ​ໃນ​ສ່ວນ EE ຈະ​ຕ້ອງ​ມີ​ອົງປະ​ກອບ 3 ສ່ວນ​ຄື 1.Specification 2.Reference Implementation 3.Test ໂດຍ​ອົງ​ປະະ​ກອບ​ເຫຼົ່າ​ນີ້​ຈະ​ຖືກ​ໃຜ​ໃນ Community ສະເໜີ​ມາ​ກໍ​ໄດ້​ ແລະ ​ຈະ​ມີ​ກຳມະການ​ກວດ​ສອບ​ອີກເທື່ອ ສຳລັບ​ໃນ​ສ່ວນ​ຂອງ TCKs ເປັນ​ຊຸດ​ເຄື່ອງ​ມື​ການ​ທົດສອບ​ວ່າ  Specification ນັ້ນ​ໆ ສາມາດ​ compile ກັບ Java EE ໄດ້​ຫລື​ບໍ່
ຢ່າງໃດ​ກໍ​ຕາມ​ໃນ​ປະ​ກາດ​ໃນ​ເທື່ອ​ນີ້​ຄື Eclipse Foundation ໄດ້​ປະ​ກາດ​ Opensource ​ໃນ​ທຸກ​ສ່ວນ​ຂອງ Jakarta EE 8 ຢ່າງ​ແທ້​ຈິງ ແລະ​ ໂຄສະນາ​ວ່າ​ມີ​ພາດ​ເນ​ີມາ​ຮ່ວມ​ດ້ວຍ​ຊ່ວຍ​ກັນ​ຈຳນວນ​ຫລາຍ ເຊັ່ນ Fujitsu, IBM, Oracle, Payara, Red Hat, Tomitribe ແລະ​ອື່ນ​ໆ ນອກ​ຈາກ​ນີ້​ຍັງ​ຊີ້​ວ່າ Jakatar EE 8 ນັ້ນ Compatible ກັບ Java EE 8 ແນ່ນອນ ດັ່ງ​ນັ້ນ​ນັກ​ພັດທະນາ​ສາມາດຍ້າຍ​ມາ​ໄດ້​ເລີຍ ລວມ​ເຖິງ Eclipse GlassFish 5.1 ກໍ​ຮອງ​ຮັບ​ພ້ອມ​ໃຊ້​ງານ​ກັບ Jakatar EE 8 ດ້ວຍ​ເຊັ່ນ​ກັນ
ແຫຼ່ງຂໍ້ມູນ:

No comments:

Post a Comment

Post Top Ad