ເປີດຕົວ IBM z15 ລະບົບ Mainframe ລ່າສຸດ ຮອງຮັບ 2.4 ລ້ານ Container ໃນລະບົບດຽວ

Breaking

Post Top Ad

Post Top Ad

Friday, September 13, 2019

ເປີດຕົວ IBM z15 ລະບົບ Mainframe ລ່າສຸດ ຮອງຮັບ 2.4 ລ້ານ Container ໃນລະບົບດຽວ


IBM ໄດ້​ອອກ​ມາ​ປະ​ກາດ​ເປີດ​ຕົວ IBM z15 ແລ້ວ​ຢ່າງ​ເປັນ​ທາງ​ການ​ເພື່ອ​ຕອບ​ໂຈ​ດດ້ານ​ການ​ຈັດການ​ກັບ​ຂໍ້​ມູນ​ປະລິມານ​ມະຫາ​ສານ​ເທິງ Hybrid Multi-cloud ແລະ ​ມາ​ພ້ອມ​ກັບ​ຄວາມ​ສາມາດ​ທີ່​ຈະ​ຊ່ວຍ​ເສີມ​ປະ​ເດັນ​ທາງ​ດ້ານ Data Privacy ຊຶ່ງ​ກາຍ​ເປັນ​ປັດ​ໄຈ​ສຳຄັນ​ສຳລັບ​ທຸກ​ໆ ທຸລະກິດ​ໃນ​ຍາມ​ນີ້​ດ້ວຍ



IBM z15 ນີ້​ໃຊ້​ເວລາ​ພັດທະນາ​ ຍາວ​ນານ​ເຖິງ 4 ປີ ​ໂດຍ​ມີ​ການ​ນຳ​ສິດ​ທິ​ບັດ​ຂອງ IBM ຫລາຍກວ່າ 3,000 ລາຍ​ການ​ມາ​ໃຊ້​ພາຍ​ໃນ​ລະບົບ​ນີ້ ໂດຍ​ຄວາມ​ສາມາດ​ທີ່​ໂດດ​ເດັ່ນ​ຂອງ IBM z15 ມີ​ດັ່ງ​ນີ້
  • ຮອງ​ຮັບ​ການ​ປະ​ມວນ​ຜົນ Web Transaction ໄດ້​ຫລາຍ​ເຖິງ 1 ລ້ານ​ລ້ານ​ລາຍ​ການ​ຕໍ່​ມື້
  • ຮອງ​ຮັບ Linux Container ຫລາຍ​ເຖິງ 2.4 ລ້ານ Container ພາຍ​ໃນ​ລະບົບ​ດຽວ
  • ສາມາດ​ລຸດ Latency ລົງ​ກວ່າ​ເດີມ​ໄດ້​ເຖິງ 30 ເທົ່າ​ ແລະ ​ໃຊ້ CPU Utilization ນ້ອຍ​ລົງ​ເຖິງ 28 ເທົ່າ ດ້ວຍ​ການເຮັດ Compression ແລ້ວ​ຄ່ອຍ​ເຮັດ Encryption ໃຫ້​ກັບ​ຂໍ້​ມູນ Web Transaction ທີ່ເກິດຂື້ນ​ໂດຍ​ໃຊ້ Integrated Accelerator for z Enterprise Data Compression ມາ​ຊ່ວຍ​ໃນ​ການ​ບີບ​ອັດ​ຂໍ້​ມູນ
  • ມີ​ຈຳນວນ Core ສູງ​ກວ່າ z14 ເຖິງ 12% ແລະ ​ຮອງ​ຮັບ​ຫນ່ວຍ​ຄວາມ​ຈຳ​ສູງ​ສຸດ​ໄດ້​ຫລາຍ​ຂຶ້ນ​ເຖິງ 25%
  • ເຂົ້າ​ລະ​ຫັດ​ຂໍ້​ມູນ​ໃນ​ທຸກ​ໆ ສ່ວນ ໂດຍ​ນຳ​ເທັກ​ໂນ​ໂລ​ຢີ IBM Data Privacy Passports ເຂົ້າ​ມາ​ໃຊ້​ເຮັດໃຫ້​ຜູ້​ໃຊ້​ງານ​ສາມາດ​ຄວບ​ຄຸມ​ໄດ້​ວ່າ​ຂໍ້​ມູນ​ແຕ່​ລະ​ຊຸດ​ຈະ​ຖືກ​ຈັດ​ເກັບ​ແລະ​ແບ່ງ​ປັນ​ການ​ໃຊ້​ງານ​ຢ່າງໃດ ແລະ​ສາມາດ​ທຳການ Revoke ການ​ເຂົ້າ​ເຖິງ​ຂໍ້​ມູນ​ໄດ້​ທັນ​ທີ​ທີ່​ຕ້ອງ​ການ
  • ຮອງ​ຮັບ​ການເຮັດ Cloud-Native Development ຢ່າງ​ເຕັມ​ຕົວ​ສາມາດ​ໃຊ້​ງານ​ກັບ Mission-Critical Workload ໄດ້ ແລະ​ຍັງສາມາດ​ຍ້າຍ Workload ລະຫວ່າງ IBM z15 ກັບ Cloud ຕ່າງ​ໆ ໄດ້​ຢ່າງ​ອິດສະຫຼະ
  • Instant Recovery ຄວາມ​ສາມາດ​ໃໝ່​ທີ່​ຈະ​ມາ​ຊ່ວຍ​ຫຼູດ Downtime ທີ່​ຈະ​ເກີດ​ຂຶ້ນ​ກັບ​ລະບົບ​ຕ່າງ​ໆ ທີ່​ເຮັດວຽກ​ເທິງ IBM z15 ໂດຍ​ຈະ​ເປີດ​ໃຫ້​ການ Shutdown ແລະ Restart ບໍລິການ​ໃດ​ໆ ທີ່​ເຮັດວຽກ​ເທິງ IBM z15 ນັ້ນ​ສາມາດ​ເກີດ​ຂຶ້ນ​ໄດ້​ເທິງ​ຊັບພະຍາກອນ​ຢ່າງ​ເຕັມ​ພິ​ກັດ ທຳ​ໃຫ້​ມີ​ຄວາມ​ໄວ​ໃນ​ການ​ຈັດການ​ກັບ​ຂະ​ບວນ​ການ​ເຫຼົ່າ​ນີ້​ສູງ​ຂຶ້ນ​ນັ້ນ​ເອງ
  • ມີ​ລະບົບ Key Management ໃນ​ຕົວ​ພ້ອມ​ໃຊ້​ງານ​ໄດ້​ທັນ​ທີ
  • ຮອງ​ຮັບ​ການ​ເຮັດ​ວຽກງານ​ຮ່ວມ​ກັບ IBM DS8900F ລະບົບ Enterprise Storage ລ່າ​ສຸດ​ທີ່​ຫາກໍ່​ເປີດ​ຕົວ​ມາ​ໄດ້

 ແຫຼ່ງຂໍ້ມູນ

 ສຸດທ້າຍນີ້ຝາກເວັບຂໍ້ມູນຂ່າວສານໄອທີ,ຄອມພິວເຕີ,ມືຖື,ເທັກໂນໂລຢີແຫ່ງນີ້ດ້ວຍເດີ

No comments:

Post a Comment

Post Top Ad