Red Hat OpenStack Platform 15 ອອກແລ້ວ ເນັ້ນເສີມ Security ແລະ ຮອງຮັບ Cloud-Native ຫລາຍຂຶ້ນ

Breaking

Post Top Ad

Post Top Ad

Friday, September 20, 2019

Red Hat OpenStack Platform 15 ອອກແລ້ວ ເນັ້ນເສີມ Security ແລະ ຮອງຮັບ Cloud-Native ຫລາຍຂຶ້ນ


Red Hat OpenStack Platform 15

Red Hat ໄດ້​ອອກ​ມາ​ປະ​ກາດ​ໃຫ້ Red Hat OpenStack Platform 15 ເຂົ້າ​ສູ່ສະ​ຖາ​ນະ General Availability ແລ້ວ ໂດຍ​ຕໍ່ຍອດ​ມາ​ຈາກ OpenStack Stein ເພື່ອ​ຮອງ​ຮັບ​ການສ້າງ Private Cloud ເທິງ Red Hat Enterprise Linux 8 ດ້ວຍ​ຄວາມ​ສາມາດ​ໃໝ່​ໆ ດັ່ງ​ນີ້
·         ຮອງ​ຮັບ Workload ດ້ານ AI, Machine Learning (ML) ໄດ້ ດ້ວຍ​ການ​ຮອງ​ຮັບ NVDIA GPU/vGPU
·         ເພີ່ມ​ຄວາມ​ສາມາດ Crypto Offload ໃນ​ການເຮັດ IPSec VPN ທີ່​ລະ​ດັບ NIC ໄດ້ ເຮັດໃຫ້​ສາມາດ​ເຂົ້າລະ​ຫັດ​ຂໍ້​ມູນ​ໄດ້​ໂດຍ​ປະ​ສິດ​ທິ​ພາບ​ບໍ່​ລຸດລົງ
·         ເພີ່ມ​ປະ​ສິດ​ທິ​ພາບ​ດ້ານ​ລະບົບ​ເຄືອ​ຂ່າຍ​ດ້ວຍ TCP Stack ທີ່​ປັບ​ປຸງ​ໃໝ່
·         ຮອງ​ຮັບ IBM POWER9 ແລະ IBM PowerVM ແລ້ວ
·         ຮອງ​ຮັບ​ການ​ເຮັດ​ວຽກງານ​ຮ່ວມ​ກັບ Hardware Security Module (HSM)

ແຫຼ່ງຂໍ້ມູນ


No comments:

Post a Comment

Post Top Ad