VMware ເປີດຕົວ nanoEDGE ໃຊ້ VMware vSAN HCI ຕິດຕັ້ງເທິງ Edge Server ຂະໜາດນ້ອຍ ຮອງຮັບ 25-50VM

Breaking

Post Top Ad

Post Top Ad

Friday, September 20, 2019

VMware ເປີດຕົວ nanoEDGE ໃຊ້ VMware vSAN HCI ຕິດຕັ້ງເທິງ Edge Server ຂະໜາດນ້ອຍ ຮອງຮັບ 25-50VM



Edge Computing ນັ້ນ​ໄດ້​ກາຍ​ເປັນ Workload ໜຶ່ງ​ທີ່​ເລີ່ມ​ເຂົ້າ​ມາ​ມີບ​ົດ​ບາດ​ຫລາຍ​ຂຶ້ນ​ເລື້ອຍ​ໆ ໃນ​ຍຸກ​ຂອງ Digital Transformation ນີ້ ແລະ​ ທາງ VMware ເອງ​ກໍ​ໄດ້ທຳການ​ພັດທະນາ​ໂຊ​ລູ​ຊັນ nanoEDGE ຂຶ້ນ​ມາ ເພື່ອ​ໃຫ້​ທຸລະກິດ​ຕ່າງ​ໆ ສາມາດ​ມີ Edge Data Center ຂະໜາດ​ນ້ອຍ​ຫລາຍ​ໆ ທີ່​ສາມາດ​ຕິດ​ຕັ້ງ VMware vSAN ໃນ​ຕົວ​ໄດ້ ເພື່ອ​ຮອງ​ຮັບ​ການ​ປະ​ມວນ​ຜົນ​ຢ່າງ​ທົນ​ທານ
ໂດຍ​ປົກກະຕິ​ແລ້ວ VMware vSAN HCI ມັກ​ຈະ​ຕິດ​ຕັ້ງ​ເທິງ Rack Server ກັນ​ເປັນ​ສ່ວນ​ຫລາຍ ແຕ່​ໃນ​ໂຊ​ລູ​ຊັນ nanoEDGE ນີ້ Hardware ທີ່​ຖືກ​ເລືອກ​ໃຊ້​ນັ້ນ​ຄື Supermicro E300-9D ຊຶ່ງ​ເປັນ Edge Computer ຂະໜາດ​ນ້ອຍ​ທີ່​ບໍ່​ຈຳ​ເປັນ​ຕ້ອງ​ຕິດ​ຕັ້ງ​ເທິງ Rack ແລະ​ມີ Hardware ທີ່​ຮອງ​ຮັບ​ກັບ Driver ທີ່​ຈຳ​ເປັນ​ຕໍ່ VMware ESXi ໄດ້
nanoEDGE ນີ້​ຖືກ​ນິ​ຍາມ​ໃຫ້ເປັນ​ໂຊ​ລູ​ຊັນ​ແບບ 2.5 Server ໂດຍ​ມີ Server 2 ເຄື່ອງ​ທີ່​ຕິດ​ຕັ້ງ VMware vSAN ແລະ VMware NSX ສ່ວນ​ອີກ​ເຄື່ອງ​ນັ້ນ​ເຮັດ​ຫນ້າທີ່​ເປັນ vSAN Witness Appliance ເທົ່າ​ນັ້ນ ສ່ວນ​ລະບົບ​ເຄືອ​ຂ່າຍ​ນັ້ນ​ກໍ​ເຊື່ອມ​ຕໍ່​ກັນ​ດ້ວຍ 10GbE ເພື່ອ​ໃຫ້​ພຽງ​ພໍ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ການ​ໃຊ້ vSAN ແລະ​ ການເຮັດ vMotion ໄດ້​ຢ່າງ​ຄ່ອງ​ຕົວ
ກໍ​ຖື​ເປັນ​ອີກ​ແນວ​ໂນ້ມ​ທີ່​ໜ້າ​ສົນ​ໃຈ ເພາະ​ທີ່​ຜ່ານມາ​ເຫຼົ່າ​ຜູ້​ພັດທະນາ​ໂຊ​ລູ​ຊັນ HCI ເອງ​ນັ້ນ​ຕ່າງ​ກໍ​ມອງ​ວ່າຕະຫຼາດ Edge Computing ນີ້​ເປັນ​ອີກ​ຕະຫຼາດ​ທີ່​ໜ້າ​ຈະ​ມີ​ຂະໜາດ​ໃຫຍ່​ຂຶ້ນ​ໄດ້​ຫລາຍ​ຢູ່​ແລ້ວ ຫຼັງ​ຈາກ​ນີ້​ກໍ​ຕ້ອງ​ຕິດ​ຕາມ​ກັນ​ຕໍ່ໄປ​ວ່າ nanoEDGE ຈະ​ຮອງ​ຮັບ Hardware ອື່ນ​ໆ ເພິ່ມເຕິມ​ອີກ​ຫລາຍ​ນ້ອຍ​ພຽງ​ໃດ​ໃນ​ອະນາຄົດ

ແຫຼ່ງຂໍ້ມູນ 
https://www.storagereview.com/vmware_nanoedge_a_small_low_cost_sddc


No comments:

Post a Comment

Post Top Ad