Microsoft ປະກາດໂປຣເຈັກໂອເພ່ນຊັອດ(Open Source)ໃໝ່ ‘OAM’ ແລະ ‘Dapr’

Breaking

Post Top Ad

Post Top Ad

Friday, October 18, 2019

Microsoft ປະກາດໂປຣເຈັກໂອເພ່ນຊັອດ(Open Source)ໃໝ່ ‘OAM’ ແລະ ‘Dapr’

 ‘OAM’ ແລະ ‘Dapr’

Microsoft ໄດ້​ມຸ້ງ​ກ້າວ​ຕໍ່​ເພື່ອ​ສະໜັບ​ສະໜູນ​ວົງ​ການ​ນັກ​ພັດທະນາ​ແອັບ​ພຣິ​ເຄ​ຊັນ​ແບບ Cloud Native ດ້ວຍ​ການ​ປະ​ກາດ​ໂຄງ​ການ​ໂອ​ເພ່ນ​ຊັອດ (Open Source) ໃໝ່ 2 ລາຍ​ການ​ທີ່​ຊື່ OAM ແລະ Dapr
Open Application Model (OAM) ເປັນ​ໂປຣ​ເຈັກ​ທີ່​ທາງ Microsoft ໄດ້​ອອກ​ປະ​ກາ​ດຮ່ວມ​ກັບ Alibaba ເພື່ອ​ເປັນ​ມາດຕະຖານ​ໃຫ້​ແກ່​ການ​ພັດທະນາ​ແອັບ​ພຣິ​ເຄ​ຊັນ​ແບບ Cloud Native ໂດຍ​ອິງ​ກັບ​ເທັກ​ໂນ​ໂລ​ຢີ​ດ້ານ Container ແລະ Microservice ທັງ​ນີ້​ຫົວ​ໃຈ​ສຳຄັນ​ຂອງ OAM ຄື​ເນັ້ນ​ເລື່ອງ Platform-agnostic (ເຮັດວຽກ​ໄດ້​ຂ້າມ​ແພລດ​ຟອມ​) ໃນ​ສ່ວນ​ຂອງ​ການ Implement ທີ່​ທັງ​ສອງ​ບໍລິສັດ​ຮ່ວມ​ມື​ກັນ​ພັດທະນາ​ຈິງ​ອິງ​ກັບ Kubernetes ກຳ​ລັງ​ຢູ່ໃນ​ຂັ້ນ​ທົດລອງ​ທີ່​ຊື່​ວ່າ Rudr‘
 ‘OAM’ ແລະ ‘Dapr’

ສຳລັບ​ຄອນ​ເຊັບຂອງ OAM (ຮູບ​ປະກອບ​ດ້ານ​ເທິງ) ຄື​ມີ​ການ​ແບ່ງ​ຫນ້າທີ່​ຢ່າງ​ຊັດເຈນ​ຄື
1.    Application Developer ທີ່​ເຮັດ​ຫນ້າທີ່​ພັດທະນາ​ຊັອບ​ແວ​
2.    Application Operator ເຮັດ​ຫນ້າທີ່​ຄອນ​ຟິກ​ຕ່າງ​ໆ
3.    IT Infrastructure ເຮັດ​ຫນ້າທີ່​ກ່ຽວກັບ Infrastructure
ໂດຍ Application Developer  ແລະ Application Operator ຈະ​ໃຊ້ YAML File ເປັນ​ເຄື່ອງ​ມື​ພື້ນ​ຖານ ນອກ​ຈາກ​ນີ້​ພາຍ​ໃນ Specification ຍັງມີ​ນິຍາມອົງປະ​ກອບ​ອື່ນ​ໄວ້​ດ້ວຍເຊັ່ນ Component, Workload Types, Application Scope ແລະ Application Configuration ຊຶ່ງ​ທັງ​ໝົດ​ນີ້​ຈະ​ເປັນ​ໂມເດວ​ທີ່​ໄວ້​ອ້າງ​ອິງ​ເພື່ອ​ພັດທະນາ​ແອັບ​ພຣິເຄ​ຊັນ​ແບບ Cloud Native ໄດ້​ຢ່າງ​ເປັນ​ກາງ ຜູ້​ສົນ​ໃຈ​ສາມາດ​ຕິດ​ຕາມ​ເພິ່ມເຕິມ​ໄດ້​ທີ່ ​ເວັບ​ໄຊ​ ຫລື GitHub

ອີກ​ຫົວຂໍ້​ໜຶ່ງ​ທີ່ Microsoft ພະຍາຍາມ​ແກ້​ບັນຫາ​ການ Portability ແອັບ​ພຣິ​ເຄ​ຊັນ​ກາຍ​ເປັນ​ໂປຣ​ເຈັກ Dapr (ຕາມ​ຮູບ​ດ້ານ​ເທິງ) ຊຶ່ງກ່າວ​ວ່າ​ເປັນ Platform-agnostic, Portable, Event-driver Runtime ທີ່​ຮອງ​ຮັບ​ພາສາ​ພັດທະນາ ​ແລະ Framework ໄດ້​ຫຼາກ​ຫຼາຍ ທັງ​ນີ້​ດ້ວຍ​ການ​ເປີດ API ໃຫ້​ໃຊ້​ໄດ້​ຜ່ານ HTTP ຫລື gRPC ເຮັດໃຫ້​ສາມາດ​ຮອງ​ຮັບ​ການ​ໃຊ້​ງານ​ຂ້າມ​ລະຫວ່າງ  Machine, IoT ຫລື Container ໄດ້


ແຫຼ່ງຂໍ້ມູນ:

No comments:

Post a Comment

Post Top Ad